ໂດຍມີເນື້ອທີ່ 6.700 ກ່ວາກິໂລຕາແມັດ, ປະຊາກອນຫຼາຍກວ່າ 14 ລ້ານຄົນ ແລະ ເສັ້ນທາງແຄມທະເລຍາວກວ່າ 300 ກິໂລແມັດ, ນະຄອນ ໂຮ່ຈີມິນ ກຳລັງມີເງື່ອນໄຂທີ່ເອື້ອອຳນວຍເພື່ອພັດທະນາກາຍເປັນມະຫານະຄອນເຂດທະເລແຫ່ງໜຶ່ງຂອງພາກພື້ນ. ສິ່ງທີ່ສຳຄັນກວ່ານັ້ນແມ່ນຈິນຕະນາການໃນການພັດທະນາໄດ້ມີການປ່ຽນແປງ: ແທນທີ່ຖືເອົາແມ່ນ້ຳ ແລະ ທະເລ ເປັນພຽງປັດໄຈດ້ານທຳມະຊາດ, ນະຄອນພວມຖືວ່າ ສິ່ງເຫຼົ່ານີ້ເປັນແຫຼ່ງກຳລັງຍຸດທະສາດເພື່ອປັບປຸງໂຄງປະກອບສ້າງພື້ນທີ່ເສດຖະກິດຄືນໃໝ່. ຕາມທັດສະນະຂອງ ທ່ານ ປອ. ນັກສະຖາປະນິກ ເຈິ່ນ ຫງອກ ຈິ້ງ, ປະທານ ສະມາຄົມການວາງແຜນກຳນົດພັດທະນາຕົວເມືອງ ຫວຽດນາມ ໃຫ້ຮູ້ວ່າ:

ເມື່ອເວົ້າເຖິງນະຄອນ ໂຮ່ຈີມິນ ກໍໝາຍເຖິງນະຄອນແຫ່ງທະເລ. ນີ້ແມ່ນໜຶ່ງ ໃນບັນດານະຄອນທີ່ມີລະບົບສາຂາແມ່ນ້ຳລຳເຊເຊື່ອມຕໍ່ກັນຢ່າງໜາແໜ້ນ ດັ່ງນັ້ນ ພວກເຮົາຕ້ອງເສີມຂະຫຍາຍຖານະບົດບາດດັ່ງກ່າວໃຫ້ໄດ້. ໃນຍຸກສະໄໝປະຈຸບັນ ການວາງແຜນຜັງຕ້ອງນອນຢູ່ໃນແຜນແມ່ບົດ ບໍ່ພຽງແຕ່ແມ່ນການເຊື່ອມຕໍ່ດ້ານການຄົມມະນາຄົມ, ການເດີນທະເລ ແລະ ໂລຈິສຕິກເທົ່ານັ້ນ ຫາກຍັງກ່ຽວຂ້ອງກັບທັງລະບົບທ່າເຮືອຕາມແມ່ນ້ຳ ແລະ ທ່າກຳປັ່ນນ້ຳເລິກອີກດ້ວຍ.

ຖ້າການອອກສູ່ທະເລເປັນການເປີດປະຕູເພື່ອເຊື່ອມໂຍງສາກົນແລ້ວນັ້ນ ການພັດທະນາໄປຕາມສາຍແມ່ນ້ຳກໍເປັນບົດໂຈດສຳລັບການພັດທະນາແບບຍືນຍົງ. ໃນຫຼາຍປີທີ່ຜ່ານມາ, ສາຍນ້ຳຕ່າງໆຂອງນະຄອນ ໂຮ່ຈີມິນ ສ່ວນໃຫຍ່ຖືກຮັບຮູ້ພຽງແຕ່ເປັນເສັ້ນແດນຕາມທຳມະຊາດ ຫຼື ເປັນລະບົບລະບາຍນ້ຳ. ການພັດທະນາຄົມມະນາຄົມທາງນ້ຳ, ການດັດປັບແຄມສອງຟາກແມ່ນ້ຳ, ການຂະຫຍາຍພື້ນທີ່ສາທາລະນະ, ສ້າງເປັນບັນດາແລວພື້ນທີ່ຂຽວ ແລະ ບັນດາຕົວເມືອງລຽບຕາມແມ່ນ້ຳ ບໍ່ພຽງແຕ່ຊ່ວຍຍົກລະດັບຄຸນນະພາບຊີວິດການ ເປັນຢູ່ຂອງປະຊາຊົນເທົ່ານັ້ນ ແຕ່ຍັງຊ່ວຍຫຼຸດຜ່ອນຄວາມກົດດັນການຈະລາຈອນທາງບົກ, ຍົກສູງຄວາມສາມາດໃນການປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສ້າງສີສັນສະເພາະໃຫ້ແກ່ຕົວເມືອງແຫ່ງແມ່ນ້ຳ.

ທ່ານ ປອ ເຢືອງ ດຶກ ມິນ, ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າພັດທະນາເສດ ຖະກິດ ແລະ ການທ່ອງທ່ຽວຂອງນະຄອນ ໂຮ່ຈີມິນ ໃຫ້ທັດສະນະວ່າ:

ໂຄງການ Eco Tourism Luxury ໝາຍເຖິງຣີສອດແຕ່ລະແຫ່ງຈະເປັນ ຜູ້ສະໜັບສະໜູນໃຫ້ແກ່ໝູ່ບ້ານໜຶ່ງສະໜອງບັນດາຜະລິດທະພັນ OCOP, ຊ່ວຍເຊື່ອມຕໍ່ບັນດາຜະລິດຕະພັນກະເສດເຂົ້າໃນພື້ນທີ່ຂອງລະບົບນິເວດກະສິກຳ ແລະ ການບໍລິການ. ຢູ່ທີ່ນະຄອນ ໂຮ່ຈີມິນ ມີບັນດາພື້ນຖານໂປຼແກຼມທີ່ສຳຄັນຍິ່ງເພື່ອສ້າງບັນດາຜະລິດຕະພັນປະເພດນີ້. ເລື່ອງລາວການຈັດສັນຄຸນຄ່າທາງດ້ານເສດຖະກິດຄືນໃໝ່ ບໍ່ອາດເບິ່ງພຽງແຕ່ໃນລະບົບການສະໜອງເທົ່ານັ້ນ ຫາກຍັງຕ້ອງເບິ່ງຈາກວິທີຫັນປ່ຽນຈາກ “ລະບົບມູນຄ່າ” ໄປສູ່ “ກຸ່ມມູນຄ່າທີ່ໃຫຍ່ກວ່າ” ເພື່ອໃຫ້ທຸກຝ່າຍພ້ອມກັນເຂົ້າຮ່ວມ, ຈາກນັ້ນ ກໍຈະເພີ່ມມູນຄ່າໃຫ້ຫຼາຍຂຶ້ນ.

ເຖິງຢ່າງໃດກໍຕາມ ການພັດທະນາມຸ່ງໄປສູ່ແມ່ນ້ຳ ແລະ ອອກສູ່ທະເລ ບໍ່ໄດ້ໝາຍ ຄວາມວ່າຈະຕ້ອງນຳໃຊ້ຊັບພະຍາກອນຫຼາຍທີ່ສຸດ. ສິ່ງສຳຄັນຄື ຕ້ອງຮັບປະກັນຄວາມສົມດຸນລະຫວ່າງການເຕີບໂຕເສດຖະກິດ ແລະ ການອະນຸລັກລະບົບນິເວດ. ນີ້ກໍແມ່ນສິ່ງທ້າທາຍໃຫຍ່ທີ່ສຸດຕໍ່ກັບນະຄອນ ໂຮ່ຈີມິນ ໃນຂະນະທີ່ການປ່ຽນແປງສະພາບດິນຟ້າອາກາດ, ລະດັບນ້ຳທະເລສູງຂຶ້ນ ແລະ ການຊຶມເຂົ້າຂອງນ້ຳທະເລກຳລັງຜັນແປຢ່າງສັບສົນ. ມະຫາ ນະຄອນແຄມຊາຍຝັ່ງທະເລຈະສາມາດພັດທະນາແບບຍືນຍົງໄດ້ ຖ້າຫາກວ່າຄວາມສາມາດຕ້ານທານກັບທຳມະຊາດໄດ້ຈັດຢູ່ທຽບເທົ່າກັນກັບບັນດາເປົ້າໝາຍຂອງການເຕີບໂຕ.

ທ່ານ ປອ ເຈິ່ນ ຢູ ຫຼິກ ໄດ້ເນັ້ນໜັກວ່າ:

ຈຳເປັນຕ້ອງມີລະບົບການວາງແຜນກຳນົດ ແລະ ມາດຕະການແກ້ໄຂ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ຮັກສາສິ່ງແວດລ້ອມ ແລະ ກໍ່ສ້າງຕົວເມືອງແຫ່ງແມ່ນ້ຳສີຂຽວ. ຂ້າພະເຈົ້າຢາກເນັ້ນໜັກວ່າ ຕ້ອງຮັກສາເຂດສະຫງວນຊີວະມົນທົນ ເກິ່ນເຢີ່ ຊຶ່ງເປັນ “ລະບົບນິເວດ” ຂອງເຂດ. ນີ້ແມ່ນບັນດາບັນຫາເຊິ່ງຂ້າພະເຈົ້າຄິດວ່າ ໃນການວາງແຜນກຳນົດຕ້ອງຊີ້ແຈ້ງກວ່າ.

ມະຕິເລກທີ 09/ມຕ-ສກ ຂອງກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍການສ້າງນະຄອນ ໂຮ່ຈີມິນ ໃຫ້ກາຍເປັນໃຈກາງທາງດ້ານເສດຖະກິດ, ການເງິນ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງພາກພື້ນ. ເພື່ອເຮັດໃຫ້ເປົ້າໝາຍດັ່ງກ່າວປະກົດຜົນເປັນຈິງ ນະຄອນບໍ່ພຽງແຕ່ຕ້ອງການບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ເທົ່ານັ້ນ ຫາກຍັງຕ້ອງການຮູບແບບການພັດທະນາທີ່ທັນສະໄໝ, ກົມກຽວລະຫວ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ກໍຕໍ່ເມື່ອສາມາດແກ້ໄຂໄດ້ບົດໂຈດ ການສ້າງຄວາມສົມດຸນລະຫວ່າງການພັດທະນາ ແລະ ຄວາມຍືນຍົງໄດ້ສຳເລັດ, ນະຄອນ ໂຮ່ຈີມິນ ຈຶ່ງຈະສາມາດກາຍເປັນປະຕູດ້ານເສດຖະກິດທາງທະເລ, ໃຈກາງດ້ານໂລຈິສຕິກ ແລະ ເປັນນະຄອນລະດັບພາກພື້ນຢ່າງແທ້ຈິງ./.