ຈຸດເດັ່ນຂອງພື້ນທີ່ວັດທະນະທຳ CADAO Collective ແມ່ນການລວບລວມສາມ ຮູບແບບສິລະປະດັ້ງເດີມອັນໂດດເດັ່ນຂອງນະຄອນຫຼວງຮ່າໂນ້ຍໃນເວລາດຽວກັນ. ຖ້າການຂັບ ເຊີ້ມ ສະທ້ອນຄືນວິຖີຊີວິດພື້ນບ້ານໃນເຂດຕົວເມືອງ, ການຂັບ ກາຈູ່ ເປັນຕົວແທນຂອງຄວາມສຸພາບອ່ອນນ້ອມ ແລະ ຄວາມຮູ້ຂອງເຂດແດນພະລາຊະວັງເກົ່າແລ້ວນັ້ນ, ການສະແດງລະຄອນຫຸ່ນນ້ຳ ກໍສະທ້ອນບັນຍາກາດແຫ່ງງານບຸນ ແລະ ນິທານພື້ນບ້ານຂອງປະຊາຊົນ. ທ່ານ ຫງວຽນ ມິງ ທັງ, ຜູ້ຮັບຜິດຊອບດ້ານການຕະຫຼາດ ແລະ ຍຸດທະສາດ ຂອງ CADAO Collective, ໃຫ້ຮູ້ວ່າ:

“ພວກເຮົາປາຖະໜາຢາກນຳເອົາມໍລະດົກວັດທະນະທຳຂອງຫວຽດນາມ ເຂົ້າສູ່ວິຖີຊີ ວິດປະຈຸບັນ. CADAO Collective ບໍ່ແມ່ນຫໍພິພິທະພັນຄົງທີ່, ເປັນບ່ອນທີ່ມໍລະດົກວັດ ທະນະທຳຖືກຈຳກັດຢູ່ໃນກອບ, ແຕ່ຢູທີ່ນີ້ ມໍລະດົກວັດທະນະທຳພັດກາຍເປັນມີຊີວິດຊີວາ ແລະ ໄປທັນກັບຈັງຫວະຊີວິດຕົວເມືອງໃນປັດຈຸບັນ ໂດຍຜ່ານວິທີການເຂົ້າຫາທີ່ມີຄວາມ ດຶງດູດຫຼາຍກວ່າ”.

ໃນລາຍການ “ການສະແດງລະຄອນຫຸ່ນ” ຜູ້ຊົມໄດ້ຮັບຊົມການສະແດງເທິງເວທີທີ່ມີ ປະຕິສຳພັນຢ່າງໂດດເດັ່ນ ຜ່ານບັນດາການສະແດງທີ່ໄດ້ຮັບແຮງບັນດານໃຈຈາກນິທານ ແລະ ການລະຫຼິ້ນພື້ນບ້ານດັ້ງເດີມ. ລາຍການໄດ້ປະສານສິລະປະການສະແດງລະຄອນຫຸ່ນນ້ຳ ແລະ ຫຸ່ນເງົາ ປະກອບກັບດົນຕີທີ່ປະສົມປະສານລະຫວ່າງທຳນອງເພງພື້ນບ້ານ ແລະ ບົດປະພັນຮ່ວມ ສະໄໝ ເພື່ອສ້າງຮູບແບບໃໝ່ໃນການເຂົ້າເຖິງສິລະປະດັ້ງເດີມ. ທ່ານ ຕ້າ ຈຸງ ຢຸ້ງ, ຜູ້ອຳ ນວຍການຝ່າຍສິລະປະ ທັງເປັນປະທານຄະນະລະຄອນຫຸ່ນ ໄຕໂຮ່, ໃຫ້ຮູ້ວ່າ:

“ສຳລັບສິລະປະການສະແດງລະຄອນຫຸ່ນນ້ຳ ພວກເຮົາປາດຖະໜາຢາກນຳເອົາແນວຄິດໃໝ່ໆເຂົ້າມາ ເນື່ອງຈາກຫຸ່ນນ້ຳເປັນສິລະປະດັ້ງເດີມທີ່ຕິດພັນກັບວິຖີຊີວິດຂອງປະຊາຊົນແຕ່ດົນນານມາແລ້ວ. ພວກເຮົາປາຖະໜານຳສິ່ງໃໝ່ໆເຂົ້າມາ ແຕ່ຍັງຄົງຮັກສາຄຸນຄ່າດັ້ງເດີມໄວ້”.

ໄປຄຽງຄູ່ກັບການສະແດງລະຄອນຫຸ່ນນ້ຳແລ້ວ ນັກທ່ອງທ່ຽວຍັງສາມາດຮັບຊົມ “ການສະແດງຂັບ ກາຈູ່” ໂດຍມີບັນດາລາຍການຂັບຮ້ອງດ້ວຍລີລາທີ່ອ່ອນຊ້ອຍ ແລະ ສະຫງ່າງາມ ແຕ່ຍັງຄົງຮັກສາຄວາມຮັບຮູ້ທີ່ເປັນເອກະລັກຂອງສິລະປະດັ້ງເດີມນັ້ນໄວ້. ທ່ານ ຕ້າ ຈຸງ ຢຸ້ງ, ຜູ້ອຳນວຍການຝ່າຍສິລະປະ ທັງເປັນປະທານຄະນະລະຄອນຫຸ່ນ ໄຕໂຮ່ ໃຫ້ຮູ້ອີກວ່າ:

“ສຳລັບສິລະປະຂັບ ເຊີ້ມ ແລະ ຂັບ ກາຈູ່, ທີ່ CADAO Collective ພວກເຮົາ ໄດ້ເຮັດວຽກກັບບັນດານັກສິລະປິນພື້ນບ້ານ. ບໍ່ພຽງແຕ່ມີຜູ້ຊົມທີ່ມີອາຍຸສູງເທົ່ານັ້ນ ແຕ່ຜູ້ຊົມທີ່ເປັນກຸ່ມຄົນໜຸ່ມໃນປັດຈຸບັນກໍໃຫ້ຄວາມສົນໃຈຫຼາຍຕໍ່ສິລະປະເຫຼົ່ານີ້. ທຸກຄັ້ງ ທີ່ພວກເຂົາມາຮ່ວມງານຕົວຈິງກໍຈະໄດ້ຮຽນຮູ້ເພີ່ມຕື່ມກ່ຽວກັບສິລະປະດັ້ງເດີມ. ກຸ່ມຄົນໜຸ່ມ ຍັງມີໂອກາດຮັບຟັງການແບ່ງປັນປະສົບການຈາກບັນດານັກສິລະປິນພື້ນບ້ານຢ່າງໃກ້ຊິດ”.

ຈຸດພິເສດຂອງ CADAO Collective ແມ່ນຜູ້ຊົມບໍ່ພຽງແຕ່ໄດ້ຮັບຊົມການສະແດງ ເທົ່ານັ້ນ ຫາກຍັງສາມາດພົບປະແລກປ່ຽນກັບບັນດານັກສິລະປິນພື້ນບ້ານໂດຍກົງ, ຮຽນຮູ້ ກ່ຽວກັບປະຫວັດຄວາມເປັນມາຂອງສິລະປະແຕ່ລະປະເພດ ແລະ ຮ່ວມການຫຼິ້ນ ເຄື່ອງດົນຕີດັ້ງເດີມດ້ວຍຕົນເອງ. ທ່ານ ຫງວຽນ ມິງ ທັງ, ຜູ້ຮັບຜິດຊອບດ້ານການຕະຫຼາດ ແລະ ຍຸດທະສາດ ຂອງ CADAO Collective, ໄດ້ແບ່ງປັນເພີ່ມຕື່ມວ່າ:

“ໃນຕໍ່ໜ້າ ພວກເຮົາຈະເປີດຫ້ອງສອນສິລະປະຂັບ ກາຈູ່, ຂັບ ເຊີ້ມ ແລະ ການສະແດງລະຄອນຫຸ່ນ ເພື່ອສ້າງບັນດາລຸ້ນສິນລະປິນສະແດງລະຄອນຫຸ່ນ ແລະ ໝໍຂັບ ກາຈູ່ ໃນອະນາຄົດ. ທີ່ CADAO Collective ພວກເຮົາອຳນວຍຄວາມສະດວກຢ່າງສຸດຂີດໃຫ້ແກ່ນັກທ່ອງທ່ຽວ ເພື່ອ ໃຫ້ເຂົ້າເຈົ້າສາມາດສຳຜັດຄວາມມີສະເໜ່ອັນດູດດື່ມຂອງວັດທະນະທຳ ແລະ ສິລະປະຂອງ ຮ່າໂນ້ຍ ໄດ້ຢ່າງຄົບຖ້ວນ ເມື່ອມາແວ່ຢ້ຽມຢາມພຽງແຕ່ແຕ່ຄັ້ງດຽວ”.

ໄປພ້ອມກັບບັນດາລາຍການສະແດງສິລະປະແລ້ວ ພື້ນທີ່ແຫ່ງນີ້ຍັງນຳສະເໜີ ອາຫານທີ່ໄດ້ຮັບແຮງບັນດານໃຈຈາກວັດທະນະທຳພື້ນບ້ານ ແລະ ຜະລິດຕະພັນທີ່ໄດ້ ປຸງແຕ່ງຈາກວັດຖຸດິບຂອງທ້ອງຖິ່ນ. ທ່ານ ຫງວຽນ ຈຸງ ຮຽວ ຜູ້ຊົມມາຈາກນະຄອນ ຮ່າໂນ້ຍ, ໄດ້ແບ່ງປັນຄວາມຮູ້ສຶກຫຼັງຈາກມາຢ້ຽມຢາມ CADAO Collective ວ່າ:

“ຂ້າພະເຈົ້າຮູ້ສຶກປະທັບໃຈກັບການຈັດວາງພື້ນທີ່ຢ່າງເປັນລະບຽບຮຽບຮ້ອຍຕາມສາຍຕັ້ງຂອງ CADAO Collective. ຊັ້ນທີ 1 ແມ່ນການສະແດງລະຄອນຫຸ່ນນ້ຳ. ຊັ້ນທີ 2 ເປັນພື້ນທີ່ສຳລັບອາຫານ. ຊັ້ນທີ 3 ແມ່ນການສະແດງຂັບ ເຊີ້ມ ແລະ ຂັບ ກາຈູ່. ນອກຈາກນັ້ນ ຂ້າພະເຈົ້າ ຍັງປະທັບໃຈກັບການປະສົມປະສານລະຫວ່າງອາຫານກັບຫັດຖະກຳ ແລະ ສິລະປະມໍລະດົກວັດທະນະທຳຢູ່ສະຖານທີ່ແຫ່ງນີ້”.

ປັດໄຈຫັດຖະກຳກໍ່ແມ່ນຈິດວິນຍານອັນໂດດເດັ່ນຂອງ CADAO Collective, ເນື່ອງຈາກບັນດາລາຍລະອຽດໃນການຕົກແຕ່ງໄປເຖິງອຸປະກອນປະກອບການສະແດງ ຫລືພື້ນທີ່ອາຫານການກິນ ກໍລ້ວນແລ້ວແຕ່ຖືກອອກແບບ ແລະ ສ້າງສັນດ້ວຍມືໂດຍບັນດາຊ່າງຫັດຖະກຳ. CADAO Collective ມຸ່ງໄປສູ່ການສ້າງໃຫ້ເປັນແຫຼ່ງທີ່ສະທ້ອນບັນຍາກາດຮ່ວມຍຸກສະໄໝປະຈຸບັນ, ພ້ອມກັນນັ້ນກໍສ້າງປະຊາຄົມໃຫ້ມີສ່ວນຮ່ວມໃນການອະນຸລັກຮັກສາ ແລະ ເສີມ ຂະຫຍາຍສິລະປະດັ້ງເດີມ./.