ທ່າມກາງບັນຍາກາດການບັນເລັງດົນຕີທີ່ອອນຊອນ ແລະ ເບົາໝຢູ່ທີ່ເວີກຊັອບ (ໂຮງຜະລິດ) ເຮັດພາບສິລະປະ ເຣຊິນ ອີພັອກຊີ ທີ່ຖືກສ້າງຕັ້ງຂື້ນໂດຍ ນາງ ກວິ່ງຍີ ຊາວໜຸ່ມຄົນໜຶ່ງຢູ່ນະຄອນຫຼວງຮ່າໂນ້ຍ, ບັນດາຜູ້ເຂົ້າຮ່ວມກຳລັງຕັ້ງໃຈເຮັດພາບ 3D ທີ່ມີເອກະລັກໂດດເດັ່ນ. ແຕກຕ່າງກັບເວີກຊັອບແຕ້ມຮູບທີ່ຄຸ້ນເຄີຍກັນທົ່ວໄປ, ນາງ ກວິ່ງຍີ ໄດ້ເລືອກເອົາສິລະປະຮູບແບບໜຶ່ງທີ່ຍັງຂ້ອນຂ້າງໃໝ່ໃນປະເທດຫວຽດນາມ. ເຣຊິນ ອີພັອກຊີ ແມ່ນຮູບແບບສິລະປະໜຶ່ງທີ່ນຳໃຊ້ຢາງ ອີພັອກຊີ ໃສ ປະສົມປະສານກັບ ວັດສະດຸຈາກທຳມະຊາດ ເຊັ່ນ: ຂີ້ຊາຍ, ຫີນ, ເປືອກຫອຍ ແລະ ໄມ້ ເພື່ອສ້າງມິຕິ 3D ທີ່ສົມຈິງ ແລະ ເໜືອຈິງຄື: ທິວທັດທະເລ, ສັດ ແລະ ທິວທັດທຳມະຊາດ, ນຳມາເຊິ່ງຄວາມງາມອັນປະນີດ ແລະ ທັນສະໄໝ. ນາງ ກວິ່ງຍີ ໃຫ້ຮູ້ວ່າ:

“ວັດສະດຸ ເຣຊິນ ອີພັອກຊີ ຢູ່ຕ່າງປະເທດໄດ້ພັດທະນາໄປຫຼາຍແລ້ວ. ຢູ່ຫວຽດນາມ, ວັດສະດຸຊະນິດນີ້ ຍັງບໍ່ທັນຖືກນຳມາປະຍຸກໃຊ້ໃນການເຮັດບັນດາຮູບພາບ. ສຳລັບຜູ້ທີ່ບໍ່ແມ່ນມືອາຊີບ, ການເຮັດພາບສິລະປະໜຶ່ງໂດຍນຳໃຊ້ຢາງ ອີພັອກຊີ ແມ່ນຂ້ອນຂ້າງງ່າຍ. ເຮົາເອງຈຶ່ງຕັດສິນໃຈເປີດເວີກຊັອບແຫ່ງນີ້ ເພື່ອໃຫ້ທຸກຄົນໄດ້ມີໂອກາດສຳຜັດ ແລະ ທົດລອງເຮັດພາບສິລະປະໄດ້ຫຼາຍຂຶ້ນ”.

ຢູ່ທີ່ເວີກຊັອບ, ແຕ່ລະຄົນຈະໄດ້ລົງມືຄົ້ນຫາວິທີການປະສົມປະສານສີສັນ, ການສ້າງ ຮູບຊົງພ້ອມກັບວັດສະດຸຈາກທຳມະຊາດ ແລະ ເຮັດຜະລິດຕະພັນຂອງຕົນສົມບູນເທື່ອລະກ້າວ. ຜົນງານສິລະປະຢູ່ທີ່ນີ້ມີຫົວຂໍ້ທີ່ຫຼາກຫຼາຍ, ໃນນັ້ນ ພາບທິວທັດທະເລທີ່ມີສີສັນແຕກຕ່າງກັນແມ່ນມີຈຳນວນຫຼາຍກວ່າໝູ່. ນາງ ກວິ່ງຍີ ໃຫ້ຮູ້ຕື່ມອີກວ່າ:

“ສຳລັບສິລະປະພາບ ອີພັອກຊີ ນີ້, ເຮົາໄດ້ຊອກຫາວັດສະດຸຕ່າງໆ ເພື່ອໃຫ້ ພາບມີຄວາມໃກ້ຊິດກັບທຳມະຊາດຫຼາຍຂຶ້ນ. ຕົວຢ່າງຄື ພາບກ່ຽວກັບທະເລ, ເຮົາເອງ ໄດ້ເດີນທາງໄປເຂດທະເລຕ່າງໆ ເພື່ອຊອກຫາປະເພດຂີ້ຊາຍທີ່ສາມາດນຳມາໃຊ້ໃນການ ສ້າງພາບ ເພື່ອໃຫ້ທຸກຄົນໄດ້ສຳຜັດດ້ວຍຄວາມຮູ້ສຶກທີ່ສົມຈິງໃນຂະນະເຮັດພາບ. ນອກ ຈາກນັ້ນ, ເປືອກຫອຍ, ເປືອກຫອຍກີ້ ແລະ ວັດສະດຸທີ່ແປກໃໝ່ອື່ນໆ ກໍສາ ມາດນຳມາປະກອບເປັນພາບໄດ້”.

ກ່ອນຈະລົງມືເຮັດພາບ, ຜູ້ເຂົ້າຮ່ວມຈະໄດ້ຮັບການແນະນຳຢ່າງລະອຽດກ່ຽວກັບວັດ ສະດຸ ເຣຊິນ ອີພັອກຊີ, ກ່ຽວກັບວິທີການນຳໃຊ້ອຸປະກອນເພຶ່ອເຮັດພາບກໍຄືຂັ້ນຕອນຕ່າງໆ ໃນການປະຕິບັດ. ໂດຍສະເພາະແມ່ນສຳລັບຜົນງານທີ່ເອົາແຮງບັນດານໃຈຈາກທະເລ, ຜູ້ເຂົ້າຮ່ວມຈະໄດ້ຮັບການແນະນຳວິທີສ້າງຊັ້ນຄື້ນທະເລ ເພື່ອໃຫ້ຮູ້ສຶກວ່າພາບເຄື່ອນໄຫວ ແລະ ມີມິຕິຄວາມເລິກໃຫ້ແກ່ໜ້າພາບ. ແຕ່ລະການລົງຕົວຈິງຢູ່ເວີກຊັອບ ເລີ່ມຕົ້ນຈາກພື້ນພາບທີ່ນຶກວ່າງ່າຍດາຍ, ພຽງແຕ່ມີໄມ້ໜຶ່ງແຜ່ນ, ພ້ອມກັບສີຈຳນວນໜຶ່ງ ແລະ ວັດສະດຸຕົກແຕ່ງອື່ນໆ; ແຕ່ພຽງບໍ່ເທົ່າໃດຊົ່ວໂມງຕໍ່ມາ, ສິ່ງເຫຼົ່ານັ້ນກໍສາມາດກາຍເປັນພາບສິລະປະທີ່ສະທ້ອນເອກະລັກສະເພາະຂອງຜູ້ສ້າງ. ນາງ ກວິ່ງຍີ ແບ່ງປັນວ່າ:

“ຫຼັງຈາກການເຂົ້າຮ່ວມເວີກຊັອບ, ທຸກຄົນລ້ວນແຕ່ຮູ້ສຶກພໍໃຈ ເພາະວ່າ ນີ້ແມ່ນ ກິດຈະກຳທີ່ແປກໃໝ່ ແລະ ບໍ່ຮຽກຮ້ອງດ້ານເຕັກນິກຫຼາຍ. ພຽງແຕ່ເຂົ້າຮ່ວມຄັ້ງໜຶ່ງ, ທຸກຄົນກໍສາມາດສ້າງຜົນງານສຳເລັດ ແລະ ນຳກັບບ້ານໄດ້. ຄົນທຸກໄວອາຍຸກໍ່ສາມາດເຮັດໄດ້, ນັບແຕ່ເດັກນ້ອຍຈົນເຖິງຜູ້ສູງອາຍຸ. ການເຮັດພາບໜຶ່ງຕ້ອງໃຊ້ເວລາປະມານ 3 ຫາ 5 ຊົ່ວໂມງ, ຂຶ້ນກັບວິທີການເຮັດພາບຂອງແຕ່ລະຄົນ ຍ້ອນຕ່າງຄົນຕ່າງມີການຕົກແຕ່ງພາບ ທີ່ແຕກຕ່າງກັນ”.

ຢູ່ໃນສື່ສັງຄົມອອນລາຍ, ກິດຈະກຳປະດິດສ້າງສິ່ງຂອງດ້ວຍມື ກຳລັງກາຍເປັນ ກະແສທີ່ກຳລັງຂະຫຍາຍຕົວຢ່າງແຂງແຮງ, ໄດ້ຮັບຄວາມນິຍົມຢ່າງແຜ່ຫຼາຍ, ໂດຍສະເພາະແມ່ນມີຄວາມດຶງດູດຕໍ່ກຸ່ມຄົນໜຸ່ມທີ່ມັກປະດິດສ້າງ. ນາງ ຖາວມີ ແມ່ນຊາວໜຸ່ມຄົນໜຶ່ງທີ່ມັກຊອກຫາເວີກຊັອບ ເຮັດພາບ ເຣຊິນ ອີພັອກຊີ ຜ່ານທາງອິນເຕີເນັດເປັນປະຈຳ ໂດຍມີຄວາມປາຖະໜາຢາກສ້າງສັນຜົນງານທີ່ມີເອກະລັກສະເພາະຂອງຕົນເອງ. ນາງ ຖາວມີ ແບ່ງປັນວ່າ:

“ທຸກຄົນຢູ່ທີ່ນີ້ໄດ້ແນະນຳຂ້າພະເຈົ້າຢ່າງສຸດຈິດສຸດໃຈ ແລະ ເຮົາກໍສາມາດສ້າງໄດ້ພາບໜຶ່ງທີ່ຖືກໃຈ. ເຮົາຮູ້ສຶກວ່າ ເຖິງຈະບໍ່ມີພອນສະຫວັນດ້ານສິລະປະຫຼາຍ ກໍສາມາດສ້າງຜົນງານທີ່ສວຍງາມໄດ້. ຄັ້ງທຳອິດ, ເຮົາມາເຂົ້າຮ່ວມເວີກຊັອບພຽງຄົນດຽວ. ຫຼັງຈາກນັ້ນ, ເຮົາກໍໄດ້ແນະນຳໃຫ້ໝູ່ເພື່ອນຮູ້ຈັກເວີກຊັອບແຫ່ງນີ້. ສຳລັບຄົນເຮັດວຽກຫ້ອງການຫຍຸ້ງໆຄືເຮົານັ້ນ ໄດ້ມີຊ່ວງເວລາອັນສະຫງົບແບບນີ້ ກໍໄດ້ຊ່ວຍໃຫ້ເຮົາເອງມີ ຄວາມຄິດສ້າງສັນຫຼາຍຂຶ້ນ ແລະ ຮັກທຳມະຊາດ”.

ຄືກັນກັບ ນາງ ຖາວມີ, ທ້າວ ແທ່ງຮຶງ ເປັນຊາວໜຸ່ມຄົນໜຶ່ງທີ່ມາເຂົ້າຮ່ວມ ເວີກຊັອບ ເຮັດພາບ ເຣຊິນ ອີພັອກຊີ ເພື່ອໄດ້ພັກຈັງຫວະຊີວິດໃຫ້ຊ້າລົງ ທ່າມກາງພື້ນທີ່ ທີ່ເຕັມໄປດ້ວຍບັນຍາກາດແຫ່ງສິລະປະ:

“ໃນຮອບໝູນວຽນຂອງຈັງຫວະຊີວິດໃນເມືອງທີ່ວຸ້ນວາຍ, ເມື່ອມາເຂົ້າຮ່ວມ ເວີກຊັອບ ຂ້າພະເຈົ້າກໍຮູ້ສຶກຜ່ອນຄາຍຄວາມເຄັ່ງຕຶງລົງ. ໃນຂະນະເຮັດພາບ, ແຕ່ລະຂັ້ນຕອນເຊັ່ນ: ການປະສົມວັດສະດຸ, ການເລືອກວັດສະດຸຕ່າງໆເພື່ອນຳມາຕິດໃສ່ພາບ ລ້ວນແຕ່ຕ້ອງເຮັດຢ່າງລະອຽດປະນີດ. ເມື່ອສິ້ນເຄີຍກັບຈັງຫວະຊີວິດທີ່ວຸ້ນວາຍຮີບຮ້ອນ, ພໍມາຢູ່ ເວີກຊັອບ ເຮົາຮູ້ສຶກຄືວ່າເວລາຜ່ານໄປຊ້າລົງ ແລະ ໄດ້ດື່ມດ່ຳກັບຄວາມສຸກນ້ອຍໆ. ນີ້ເປັນ ການສຳຜັດຕົວຈິງທີ່ບໍ່ແມ່ນເວລາໃດກໍຈະມີໄດ້”.

ດ້ວຍຄວາມປາຖະໜາຢາກຈະສ້າງພື້ນທີ່ແຫ່ງໜຶ່ງຂຶ້ນ ເພື່ອໃຫ້ທຸກຄົນໄດ້ອອກ ຈາກຈັງຫວະຊີວິດອັນຮີບຮ້ອນຂອງຕົວເມືອງໃນຊົ່ວຄາວ, ນາງ ກວິ່ງຍີ ຫວັງວ່າ ແຂກແຕ່ລະຄົນທີ່ມາເຂົ້າຮ່ວມເວີກຊັອບ ຈະບໍ່ພຽງແຕ່ໄດ້ຮຽນຮູ້ເຕັກນິກການສ້າງພາບ ແບບໃໝ່ເທົ່ານັ້ນ ຫາກຍັງໄດ້ຄົ້ນພົບຊ່ວງເວລາແຫ່ງຄວາມສະຫງົບສຸກ ແລະ ການປະດິດ ສ້າງໃຫ້ສຳລັບຕົນເອງ./.