ໂດຍ​ຕ່າງ​ກັບ​ບັນ​ດາ​ຮູບ​ແບບ​​ສະ​ແດງ​ສິ​ລະ​ປະ​ທຳ​ມະ​ດາ, ELYH Entertainment ໄດ້​ຮັບ​ການ​ກໍ່​ສ້າງ​ບົນ​ພື້ນ​ຖານ​ຊຸມ​ຊົນ​ຄອບ​ຄົວ. ຢູ່​ທີ່​ນີ້, ​ຈະ​ບໍ່​ມີພົມ​ແດນ​ລະ​ຫວ່າງ “ຜູ້​ສະ​ແດງ” ແລະ “ຜູ້​ຊົມ”; ພໍ່​ແມ່ ແລະ ລູກຫຼານ​ຈະ​ເປັນ​ເພື່ອນ​ຮ່ວມເດີນທາງ, ພ້ອມ​ກັນ​ເຂົ້າ​ຮ່ວມ​ວິ​ວັດ​ການ​ປະ​ດິດ​ຄິດ​ສ້າງ, ສະ​ແດງ ແລະ ຮັບ​ຊົມ​ສິ​ລະ​ປະ. ທ່ານ​ນາງ​ ຫງວຽນ​ທູ, ຜູ້​ຕາງ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ໂຄງ​ການ ELYH Entertainment ໃຫ້​ຮູ້​ວ່າ:

“ໃນ​ລາຍ​ການ, ບໍ່​ພຽງ​ແຕ່​ມີ​ເດັກໆ​ສະ​ແດງ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ທັງ​ຜູ້​ເປັນ​ພໍ່​ແມ່ກໍ​ເຂົ້າ​ຮ່ວມ​ການ​ສະ​ແດງ​ເທິງ​ເວ​ທີ​ພ້ອມ​ກັບ​ລູກ​ຂອງ​ຕົນ​ອີກ​ດ້ວຍ. ຜ່ານ​ນັ້ນ, ກໍຊ່ວຍ​ຜູກ​ພັນ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ກໍ​ຄື​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວ​ມ​ເດີນ​ທາງອັນ​ຍາວ​ນານ, ໝັ້ນໜຽວ​ພ້ອມ​ກັບ​ລູກ ເພື່ອ​ບັນ​ລຸ​ໄດ້​ໝາ​ກ​ຜົນ​ເທິງ​ເວ​​ທີ”.

ລາຍ​ການ​ດັ່ງ​ກ່າວ​ໄດ້​ສ້າງ​ບໍ​ລິ​ເວນ​ສະ​ແດງສິ​ລະ​ປະ​ທີ່​ມີ​ສີ​ສັນຫຼາກຫຼາຍ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ ດ້ວຍ​ສອງ​ກິດ​ຈະ​ກຳຫຼັກ. ກິດ​ຈະ​ກຳ​ທີ​ໜຶ່ງ​ແມ່ນ​ງານ​ວາງ​ສະ​ແດງ​ສິ​ລະ​ປະ​ການ​ສ​ຳ​ພັດດ້ວຍ​ຕາ, ເຊິ່ງ​ວາງ​ສະ​ແດງ​ບັນ​ດາ​ພາບ​ແຕ້ມ ແລະ ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ຂອງ​ເດັກ​ໃນ​ປະ​ຊາ​ຄົມ ELYH. ໃນ​ບໍ​ລິ​ເວນອັນ​ອົບ​ອຸ່ນ​ຂອງ​ເຂດ​ວາງ​ສະ​ແດງ​ແມ່ນ​ບັນ​ດາ​ພາບ​ແຕ້ມ​ທີ່​ເຕັມ​ໄປ​ດ້ວຍ​​ອາ​ລົມ ​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​​​ບໍ​ລິ​ສຸດ​ຂອງ​ເດັກ​ກ່ຽວ​ກັບ​ໂລກ​ອ້ອມຂ້າ​ງ. ໂດຍເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ, ນ້ອງ ເຟືອງ​ມິງ ຢູ່ ​ຮ່າ​ໂນ້ຍ, ແບ່ງ​ປັນ​ວ່າ:

“ເມື່ອ​ເຂົ້າ​ຮ່ວມ​ລາຍ​ການ​ນີ້, ນ້ອງ​ສາ​ມາດ​ແບ່ງ​ປັນ​ກັບ​ໝູ່ເພື່ອນທີ່​ມີ​ຄວາມ​ເມົາ​ມົວກັບ​ການປະ​ດິດ​ຄິດ​ສ້າງ​ຈິດ​ຕະ​ກຳ. ລາຍ​ການ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້​ທຸກ​ຄົນ​ມີ​​ບໍ​ລິ​ເວນເພື່ອ​​ຮ່ວມ​ກັນຮ່ຳ​ຮຽນ, ຮ່ວມ​ເດີນ​ທາງ ແລະ ແຜ່​ກະ​ຈາຍ​ແຮງ​​ບັນ​ດານໃຈ​​ໃນ​ການປະ​ດິດ​ຄິດ​ສ້າງ”.

ກິດ​ຈະ​ກຳ​ທີ​ສອ​ງ​ແມ່ນ​ລາຍ​ການດົນຕີ ແລະ ​ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ. ນະ​ທີ່​ນີ້, ເວ​ທີ​ແມ່ນ​ຂອງ​ພວກ​ເພື່ອນໜຸ່ມ ແລະ ຜູ້​ເປັນ​ພໍ່​ແມ່ ດ້ວຍ​ບັນ​ດາ​ລາຍ​ການ​ສະ​ແດງ​ທີ່​ໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ຈາກ​ການ​ສະ​ແດງ​ດົນ​ຕີ, ຂັບ​ຮ້ອງ​, ຟ້ອນ ຕະຫຼອດ​ຮອດ​ບັນ​ດາ​ຮູບ​ແບບ​ການ​ສະ​ແດງ​​ທີ່​ມີ​ຫົວ​ຄິດປະ​ດິດ​​ສ້າງ​ອື່ນໆ. ສະ​ມາ​ຊິກ​ແຕ່​ລະ​ຄົນ​ໃນ​ຄອບ​ຄົວ​ ສາ​ມາດ​​ສະ​ແດງໂຕ​​ເອງດ້ວຍຄວາມໝັ້ນ​ໃຈ ແລະ ແຕ່​ລະ​ຄອບ​ຄົວ​ຈະ​ກາຍ​ເປັນ​ຄອບ​ຄົວສິ​ລະ​ປະ​.

“ນ້ອງ​ສະ​ແດງ​ສາມ​ລາຍ​ການ​ໃນ​ລາຍ​ການ ELYH Entertainment. ນ້ອງ​ດີ​ໃຈຫຼາຍ ເພາະ​ວ່າ ພໍ່​ແມ່​ນ້ອງ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ພ້ອມ​ກັບ​ນ້ອງ. ໃນ​ລາຍ​ການ, ມີ ການ​ສະ​ແດງ​ທີ່​ຈັບ​ອົກ​ຈັບ​ໃຈ ແລະ ເປັນ​ເອ​ກະ​ລັກ​ຫຼາຍ​ຢ່າງ”.

ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ການ​ສະ​ແດງ​ເປົ່າ​ຂຸ່ຍເອ​ເລັກ​ໂຕ​ນິກ. ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ສະ​ແດງ​ດົນ​ຕີຄ​ລາດ​ຊິກ ດ້ວຍ​ violin. ສອງ​ພໍ່​ລູກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໝັ້ນ​ໃຈ​ເມື່ອ​ສະ​ແດງ​ຢູ່​ເທິ​ງ​ເວ​ທີ. ຜ່ານ​ນັ້ນ, ​ພໍ່​ລູກ​ຂ້າ​ພ​ະ​ເຈົ້າ​ກໍ​ໄດ້​ຝຶກ​ຝັນຄວາມ​ຮູ້​ກ່ຽວ​ກັບ​ດົນ​ຕີ​ຕື່ມ​ອີກ”.

ໃນ​ຈັງ​ຫວະການ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຕົວ​ເມືອງທີ່​ທັນ​ສະ​ໄໝ, ຄວາມ​ຫຍຸ້ງ​ກັບ​ວຽກງານ ແລະ ອຸ​ປະ​ກອນເອ​ເລັກ​ໂຕ​ນິກ ອາດ​ຈະ​ເຮັດ​ໃຫ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຖືກ​ຈາງ​ຫາຍ​ໄປ. ເມື່ອ​ພໍ່​ແມ່ໂຈະ​ບັນ​ດາ​ວຽກ​ງານທີ່​ຕິດ​ຄາໃນການ​ດຳ​ລົງ​ຊີ​ວິດ​ນັ້ນ​​​ໄວ້ ເພື່ອ​​ພ້ອມ​ກັບ​ລູກແຕ້ມ​ພາບ​, ​ສະ​ແດງດົນ​ຕີ​ນຳ​ກັນ, ນັ້ນ​ແມ່ນ​ເວ​ລາ​ທີ່​ສາຍ​ໃຍ​​ຜູກ​ພັນບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ມີ​ຄວາມ​ສັກ​ສິດ​ທີ່​ສຸດ ແລະ​ ກໍ​ແມ່ນ​ສະ​ພາບ​ແວດ​ລ້ອມ​ທີ່​ມີຄວາມ​ເປັນວັດທະນະທຳ​ມະ​ນຸດ​ທີ່​ສຸດ​, ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວດີ​ທີ​ສຸດເພື່ອ​ຫຼໍ່​ລ້ຽງ​ຈິດ​ໃຈ​ຂອງ​ເດັກ​.

“ELYH Entertainment ແມ່ນ​ການ​ເຄື່ອນ​ໄຫວ​ໄລ​ຍະ​ຍາວ ແລະ ຈັດ​ຂຶ້ນ 3 ເດືອນ​ເທື່​ອ​ໜຶ່ງ ເພື່ອ​ໃຫ້​ເດັກ​ສະ​ແດງ​ຄວາມ​ໝັ້ນ​ໜຽວ, ທົນ​ທານ​ ກໍ​ຄືພອນ​ສະ​ຫວັນ​ດ້ານ​ສິ​ລະ​ປະຂອງ​ຕົນ. ສິ​ລະ​ປະ​ຕ້ອງ​ມີ​ການ​ຮ່ວມ​ເດີນ​ທາງ​ຂອ​ງ​ພໍ່​ແມ່​ກັບ​ລູກເຕົ້າ. ລາຍ​ການ​ນີ້ ໄດ້​ຊ່ວຍ​ໃຫ້​ພວກ​ເດັກ ຮູ້​ຮັກ​ສິ່ງ​ທີ່​ດີງາມ ແລະ ມຸ່ງ​ໄປ​ເຖິງ​ຄຸນ​ຄ່າ​ຄວາມຈິງໃຈ - ສຸດ​ຈາຫຼິດ - ຄວາມງາມ”.

ບໍ່ພຽງ​ແຕ່​ຢຸດ​ຢູ່​ເຫດ​ການ​ໜຶ່ງ, ELYH Entertainment ພວມ​ເປີດບໍ​ລິ​ເວນ​ໃໝ່, ບ່ອນ​ທີ່​ພວກ​ເພື່ອນ​ໜຸ່ມໄດ້​ເຕີບ​ໃຫຍ່​ພ້ອມ​ກັບ​ຄວາມ​ຮູ້​ສຶກ, ການ​ແບ່ງ​ປັນ​ຕາມ​​ວິ​ທີ​ພິ​ເສດ./.