ໂດຍມີຊາຍແດນຕິດກັບ ຈີນ, ລາວ, ແຂວງ ດ້ຽນບຽນ ເຂດດິນທາງທິດຕາເວັນຕົກພາກເໜືອ ຫວຽດນາມ ແມ່ນແຫ່ງດຳລົງຊີວິດຂອງ 19 ຊົນເຜົ່າ. ສິ່ງນີ້ໄດ້ສ້າງເປັນສີສັນຫຼາກຫຼາຍ ແຕ່ລະໝູ່ບ້ານກໍ່ແມ່ນສະຖານທີ່ຄົ້ນຫາວັດທະນະທຳທີ່ມີຊີວິດເປັນເອກະລັກ ມີຄວາມສະດວກເພື່ອພັດທະນາທ່ອງທ່ຽວຊຸມຊົນ. ມານີ້ແຂກທ່ອງທ່ຽວຈະມີໂອກາດຊອກຮູ້ກ່ຽວກັບເຮືອນຕ່າງໆ ທີ່ຝາຖືກກໍ່ດ້ວຍດິນ, ໄດ້ຮັບປະທານບັນດາເຍື່ອງອາຫານພິເສດຂອງຊາວເຜົ່າ ຮ່າຢີ່ ຫຼື ໄດ້ເຂົ້າຮ່ວມວາດຟ້ອນຂອງຊາວເຜົ່າຜູ້ໄທ ຫຼື ພ້ອມກັບເຜົ່າລາວ ຕ່ຳແຜ່ນແພພື້ນເມືອງ. ທ່ານ ດັ້ງມິງເຟືອງ ຫົວໜ້າພະແນກສົ່ງເສີມການທ່ອງທ່ຽວ, ສູນສົ່ງການລົມທຶນ, ການຄ້າ ແລະ ການທ່ອງທ່ຽວ ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:
“ດ້ວຍການປະສານສົມທົບ ແລະ ຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງໄວ້ເໝືອນເດີມຂອງ 19 ຊົນເຜົ່າ, ອັນໄດ້ສ້າງຄວາມດູດດື່ມພິເສດສຳລັບການທ່ອງທ່ຽວຊຸມຊົນ, ການຄົ້ນຫາວັດທະນະທຳມະນຸດ. ທາງດ້ານການທ່ອງທ່ຽວ, ສີສັນບັນດາເຜົ່າ ແລະ ທັດຊະນີຍະພາບກໍ່ແມ່ນການຄົ້ນຫາເຂດທີ່ມີຊີວິດ, ຮີດຄອງປະເພນີ, ບັນດາງານບຸນຢູ່ທ້ອງຖິ່ນ”.
ສະໜາມຮົບ ດ້ຽນບຽບຝູ໋ ກໍ່ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ກ່ຽວກັບການຕໍ່ຕ້ານທີ່ປະຕິຫານ ແລະ ໄຊຊະນະທີ່ລື່ຊາຜາກົດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ສະໜາມຮົບ ດ້ຽນບຽນຝູ໋ ພວມກາຍເປັນສະຖານທີ່ຄົ້ນຫາປະຫວັດສາດ ຂະນະທີ່ລະບົບອູ່ລອຍຟ້າສົມທົບກັບການທ່ອງທ່ຽວ, ວັດທະນະທຳ, ປະຫວັດສາດ ດ້ຽນບຽນຝູ໋ ພວມໄດ້ຮັບການລົງມືກໍ່ສ້າງດ້ວຍເນື້ອທີ່ 35 ກວ່າເຮັກຕາ ລຽບຕາມບໍລິເວນສອຕາແສງ ເມື່ອຟັງ ແລະ ປູ່ຢີ. ທ່ານ ດັ້ງມິງເຈື່ອງ ປະທານສະພາບໍລິຫານ ກຸ່ມບໍລິສັດ ຊັນກຣັບ ໃຫ້ຮູ້ວ່າ:
“ບໍ່ມີຢູ່ແຫ່ງໃດໃນໂລກມີສະໜາມຮົບຄື ດ້ຽນບຽນຝູ໋. ດ້ວຍເລື່ອງລາວເຊື່ອມຕໍ່ຄວາມໃນໃຈ ກັບແຂກທ່ອງທ່ຽວນັບລ້ານຄົນທີ່ມາຈາກ ອາເມລິກາ, ຝຣັ່ງ, ຍີ່ປຸ່ນ ຕະຫຼອດຮອດ ຫວຽມນາມ, ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ຂະນະທີ່ພື້ນຖານໂຄງລ່າງໄດ້ຮັບການ ລົງທຶນຢ່າງຄົບຊຸດ, ຜະລິດຕະພັນທ່ອງທ່ຽວໄດ້ຮັບການກໍ່ສ້າງຢ່າງເປັນແບບເປັນແຜນ ແລະ ບັນດາກົນໄກນະໂຍບາຍພິເສດສະເພາະຖືກວາງອອກ, ດ້ຽນບຽນ ຈະກາຍເປັນສະຖານທີ່ ເຊິ່ງແຂກທ່ອງທ່ຽວຈາກທົ່ວໂລກມາຊອກຫາ ບໍ່ພຽງແຕ່ມາທັດສະນະສຶກສາເທົ່ານັ້ນ ຫາກຍັງຈະເຫັນໄດ້ເຖິງບັນຍາກາດ ແລະ ນ້ຳໃຈ ຫວຽດນາມ ອີກດ້ວຍ“
ດ້ຽນບຽນ ໄດ້ເອົາໃຈໃສ່ນັບແຕ່ຫົວທີ ແລະ ໄດ້ໝູນໃຊ້ການຫັນເປັນດີຈີຕອນເຂົ້າໃນການທ່ອງທ່ຽວ, ກໍ່ສ້າງຫໍພິພິທະພັນດີຈີຕອນ, ຫັນສະຖານທີ່ປະຫວັດສາດເປັນດີຈີຕອນ, ໂຄສະນາທາງແຟຣດຟອມດີຈີຕອນ ແລະ ຂະຫຍາຍການທ່ອງທ່ຽວອັດສະລິຍະ, ທ່ານ ຟາມເຕິມ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ:
“ດ້ຽນບຽນ ບໍ່ຂາດແຄນຊັບພະຍາກອນ ແຕ່ຕ້ອງການຄວາມເປັນເອກະພາບ ເພື່ອເຊື່ອມລະຫວ່າງປະຫວັດສາດສີສັນບັນດາເຜົ່າ, ນ້ຳໃຈ ດ້ຽນບຽນ, ວັດທະນະທຳເຂດຊາຍແດນ ແລະ ຄວາມຄາດຫວັງພັດທະນາໃໝ່. ດ້ຽນບຽນ ແທດເໝາະເພື່ອຂະຫຍາຍລາຍການປະຫວັດສາດ ດ້ວຍຂອບຂະໜາດໃຫຍ່ສົມທົບກັບເຕັກໂນໂລຢີທັນສະໄໝ ດ້ວຍສິລະປະພື້ນເມືອງເຂດ ເຕິຍບັກ ເພື່ອເລົ່າເລື່ອງ ດ້ຽນບຽນຝູ໋ ດ້ວຍການຄົ້ນຫາຕົວຈິງ”.
ສາງວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງ 19 ຊົນເຜົ່າ ແລະ ລວງເລິກປະຫວັດສາດ ກໍ່ແມ່ນປັດໄຈດຶງດູດແຂກມາທ່ຽວມາທ່ຽວຢູ່ ດ້ຽນບຽນ. ຂະນະທີ່ບັນດາຄຸນຄ່າທ້ອງຖິ່ນໄດ້ຮັບຄວາມເຄົາລົບ ແລະ ອະນຸລັກຢ່າງໝັ້ນຄົງ, ສົມທົບກັບບັນດາປັດໄຈຄົ້ນຫາທີ່ທັນສະໄໝ, ດ້ຽນບຽນ ຍາມໃດກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ອາດທົດແທນໄດ້ ໃນແຜນທີ່ທ່ອງທ່ຽວໂລກ.
