ຂ້າພະເຈົ້າຮຽນວິຊາຊີບຈາກປ້າ ດັ່ງທິກ້າ, ປ້າໄດ້ສອນ ແລ້ວຂ້າພະເຈົ້າເຮັດຕາມ, ເມື່ອຢາກປະດິດຄິດສ້າງຕື່ມນັ້ນ,ຂ້າພະເຈົ້າກໍຖາມປ້າ. ຂ້າພະເຈົ້າໄດ້ຮຽນແຕ່ຊຸມປີ 1978 – 1979.
ໃນເມື່ອກ່ອນ, ໝູ່ບ້ານມີກວ່າ 120 ຄອຍຄົວເຮັດອາຊີບເຄື່ອງປັ້ນດິນເຜົາ, ປັດຈຸບັນບໍ່ຮອດ 20 ຄອບຄົວ. ຍ້ອນວ່າ ວັດຖຸດິບນັມມື້ນັບໜ້ອຍລົງ, ຫາຍາກກວ່າ. ເວລານັ້ນອາຊີບເຮັດເຄື່ອງປັ້ນດິນເຜົາບໍ່ມີກຳໄລ, ປັດຈຸບັນ ຖືເອົາການອອກແຮງງານເປັນກຳໄລ.
ນັ້ນແມ່ນຄວາມໃນໃຈຂອງທ່ານນາງ ເລືອງທິຮວາ ແລະທ່ານ ເລິມຮຸ່ງໂສຍ, ນັກສິລະປະການສອງຄົນຢູ່ທີ່ໝູ່ບ້ານເຄື່ອງປັ້ນດິນເຜົາບິ່ງດຶກ.ຜູກພັນກັບອາຊີບເຮັດເຄື່ອງປັ້ນດິນເຜົາມາ ຫຼາຍສິບປີນີ້, ທັງສອງຄົນແມ່ນບັນດາ “ຕົ້ນໂພໃຫຍ່” ຂອງໝູ່ບ້ານ ອາຊີບ. ສຳລັບສອງຄົນແລ້ວ, ຄຸນຄ່າຂອງເຄືີອງປັ້ນດິນເຜົາບິ່ງດຶກບໍ່ພຽງແຕ່ມີຢູ່ໃນຄວາມເລິກວັດທະນະທຳກ່ຽວກັບຄວາມເຊື່ອຖືືຂອງຊຸມຊົນເຜົ່າຈຳເທົ່ານັ້ນແຕ່ຍັງແມ່ນເລື່ອງລາວກ່ຽວກັບຄວາມທົນທານຢ່າງງຽບໆປົກປັກຮັກສາອາຊີບຢູ່ທ່າມກາງກະແສຂອງຍຸກທັນສະໄໝ.
ເຄື່ອງປັ້ນດິນເຜົາຈາມ ແມ່ນໄດ້ເຮັດແບບຫັດຖະກຳຢ່າງສົມບູນ, ໂດຍນຳໃຊ້ດິນດາກທີ່ມີຄວາມໜຽວສູງ. ໃນປີ 2012 “ອາຊີບເຮັດເຄື່ອງປັ້ນດິນເຜົາຂອງເຜົ່າຈຳ ບ້ານບິ່ງດຶກ, ຕາແສງພັນຮຽບ, ເມືອງບັກບິ່ງ, ແຂວງບິ່ງທ່ວນເກົ່າ” ໄດ້ຮັບການຮັບຮອງ ແລະ ນຳເຂົ້າສູ່ບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ໃນປີ 2022 ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ໄດ້ນຳເອົາສິລະປະການເຮັດເຄື່ອງປັ້ນດິນເຜົາຂອງເຜົ່າຈຳເຂົ້າສູ່ບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນຮູບປະທຳທີ່ຕ້ອງການການປົກປັກຮັກສາຢ່າງຮີບດ່ວນ.
ເອື້ອຍຊິກໄມຈີເກີດໃນຄອບຄົວທີ່ເຮັດດິນເຜົາຫຼາຍເຊັ່ນຄົນດັ່ງນັ້ນມີຄວາມຄຸ້ນເຄີຍກັບ ກິ່ນດິນ, ກິ່ນຄວັນໃນການເຜົາເຄື່ອງບັ້ນດິນແຕ່ລະຄັ້ງ. ແຕ່ແທນທີ່ຈະເຜົາດ້ວຍຟືນ,ເອື້ອຍພັດໄດ້ຄົ້ນຄວ້າກໍ່ເຕົາເພື່ອເຜົາເຄື່ອງປັ້ນດິນດ້ວຍຖ່ານ;ແທນທີ່ຈະຂາຍໃຫ້ພໍ່ຄ້າຊາວຂາຍຄືແຕ່ກ່ອນ, ໃນປັດຈຸບັນ ເອື້ອຍໄດ້ກ້າຫານນຳເອົາຜະລິດຕະພັນລົງ YouTube, Facebook, Zalo ເພື່ອໂຄສະນາ ແລະ ໄດ້ຮັບຄຳສັ່ງຊື້ຫຼາຍຢ່າງທັງພາຍໃນ ແລະ ນອກແຂວງ.
ຄອບຄົວຂ້າພະເຈົ້າຕິດພັນກັບອາຊີບເຄື່ອງປັ້ນດິນເຜົາເປັນຫຼາຍປີແລ້ວ. ນອກຈາກບັນດາ ຜະລິດຕະພັນເກົ່າຄື: ໝໍ້, ເຕົາເຂົ້າໜົມກັນ, ໝໍ້ຕົ້ນນ້ຳ… ໄດ້ຂາຍຢູ່ຮ້ານຂາຍເຄື່ອງ, ຂ້າພະເຈົ້າຍັງເອົາບົດຂຽນ, ເຮັດວີດີໂອແນະນຳຜະລິດຕະພັນໃນສື່ສັງຄົມອອນໄລ. ເພາະສະນັ້ນ, ລູກຄ້າຮູ້ຈັກຫຼາຍກວ່າ, ສະເລ່ຍແຕ່ລະເດືອນ, ຂ້າພະເຈົ້າຂາຍມີໃບສັ່ງຊື້ສິນຄ້າປະມານກວ່າ 200 ໃບໃນທົ່ວປະເທດ.
ໂດຍມີຄວາມຫວັງດຽວກັນ, ຕາມເອື້ອຍຫງວຽນທິເຕື່ອງວົນ, ໝູ່ບ້ານບິ່ງດຶກ, ເມື່ອຜະລິດຕະພັນຫັດຖະກຳໄດ້ຍົກລະດັບການລົງຕົວຈິງ ແລະ ການເລົ່າເລື່ອງລາວວັດທະນະທຳ, ຄຸນຄ່າຜະລິດຕະພັນຈະສູງກວ່າ ແລະ ຍືນຍົງກວ່າເມື່ອທຽບໃສ່ກັບການຂາຍເຄື່ອງໃຊ້ຢ່າງດຽວທົ່ວໄປ.
ແຕ່ດົນນານແລ້ວ, ບັນດາຄອບຄົວເຮັດເຄື່ອງປັ້ນດິນເຜົ່າໃນໝູ່ບ້ານບິ່ງດອກ, ພຽງແຕ່ຂາຍແບບເກົ່າ, ໝາຍຄວາມວ່າມີຕະຫຼາດຈຳໜ່າຍຄົງທີ່, ເຊັ່ນ: ຂາຍຢູ່ຕະຫຼາດ, ຂາຍໃຫ້ພໍ່ຄ້າຊາວຂາຍ. ໃນປັດຈຸບັນຕ້ອງເປີດກວ້າງຢູ່ບັນດາພື້ນຖານດີຈີຕອນ, ຈົດທະບຽນເຂົ້າບັນດາຕະຫຼາດທາງອອນໄລຄື: Shopee ແລະ Lazada… ດັ່ງນັ້ນຂ້າພະເຈົ້າພັດທະນາຕາມທິດນັ້ນ. ເຮັດແນວໃດໃຫ້ເຄື່ອງປັ້ນດິນເຜົາຂອງຕົນທັງນຳມາເຊິ່ງຄຸນຄ່າດ້ານເສດຖະກິດສູງ, ທັງຢັ້ງຢືນໄດ້ຄຸນຄ່າຂອງໝູ່ບ້ານເຄື່ອງປັ້ນດິນເຜົ່າ ບິ່ງດຶກ.
ອຳນາດການປົກຄອງທ້ອງຖິ່ນຍາດແຍ່ງແຫຼ່ງທຶນເພື່ອໜູນຊ່ວຍການບຳລຸງສ້າງອາຊີບ, ລົງທຶນພື້ນຖານໂຄງລ່າງ ແລະ ຊຸກຍູ້ການຫັນເປັນດີຈີຕອນໃນໝູ່ບ້ານອາຊີບ. ທ່ານເຈິ່ນກວັກຕວັນ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ບັກບິ່ງ ໃຫ້ຮູ້ວ່າ:
ປັດຈຸບັນໝູ່ບ້ານເຄື່ອງປັ້ນດິນເຜົາ ບິ່ງດຶກມີທ່າອ່ຽງພັດທະນາທີ່ດີ, ຫຸ້ນຫໍທີ່ອຸດົມສົມບູນກວ່າ, ຕະຫຼາດເປີດກວ້າງກວ່າ. ສຳຄັນທີ່ສຸດແມ່ນອາຊີບມີມາແຕ່ດົນນານໄດ້ຖືກຮັກສາ ແລະ ໄດ້ສືບຖອດດ້ວຍເລື່ອງບັນດາເພື່ອນໜຸ່ມໂຄສະນາ ແລະ ຂາຍຜະລິດຕະພັນໃນບັນດາພື້ນຖານສັງຄົມ.
ຍ້ອນອິນເຕີເນັດ ເຊິ່ງຜະລິດຕະພັນເຄື່ອງປັ້ນດິນເຜົ່າທີ່ເປັນມູນເຊື້ອໝູ່ບ້ານບິ່ງດຶກໂດຍຫຼາຍຄົນຮູ້ຈັກເຖິງ. ການນຳຜະລິດຕະພັນເຄື່ອງປັ້ນດິນເຜົ່າໃນອິນເຕີເນັດ ພວມສ້າງຂົວເຊື່ອມຕໍ່ຢ່າງໝັ້ນແກ່ນ, ເພື່ອໃຫ້ໝູ່ບ້ານ, ອາຊີບ ແລະ ຄວາມເຊື່ອຖື, ວັດທະນະທຳເຜົ່າຈຳໄດ້ຮັກສາແບບຍືນຍົງ ແລະ ບືນຕົວຂຶ້ນອອກໄປໄກກວ່າ.
