ວັດ​ທະ​ນະ​ທຳ​ເມື່ອ​ກ່ອນີ້​ຂອງອ່າວ​ຮະ​ລອງ ໄດ້​ກັບ​ຄືນ​ສູ່​ດ້ວຍ​ຜະ​ລິດ​ຕະ​ພັ​ນ “ເຮືອ​ສາມ​ແຜ່ນ ຮະ​ລອງ - ໃບ​ສະ​ເພົາ​ມໍ​ລະ​ດົກ” ຫາກໍ່​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ຢູ່​ເຂດ​ແຄມ​ຝັ່ງອ່າວ ຮະ​ລອງ. ໃບ​ສະ​ເພົາ​ຂອງ​ເຮືອ​ສາມ​ແຜ່ນບໍ່​ພຽງ​ແຕ່​ຫງວນ​ຄື​ນ​ຄວາມ​ຊົງ​ຈຳ​ເທົ່າ​ນັ້ນ ຫາ​ກຍັ​ງ​ນຳ​ມາ​ເຊິ່ງ​ສິ່ງ​ທີ່​ໃໝ່​ອ່ຽມ​ເປັນ​ເອ​ກະ​ລັກ ຂະ​ນະ​ທີ່​ແຂກ​ທ່ອງ​ທ່ຽວມາ​ຢ້ຽມ​ຢາມອ່າວ​ຮະ​ລອງ.

ເຮືອ​ສາມ​ແຜ່ນ ແມ່ນ​ຍານ​ພາ​ນະ​ທີ່​ມີ​ມາ​ແຕ່​ດົນາ​ນາ​ຂອງ​ຊາວ​ປະ​ມົງ​ຢູ່​ເຂດ​ແຄມ​ທະ​ເລ​ພາກ​ເໜືອ ພິ​ເສດ​ໄດ້​ພັນ​ກັບ​ດິນ​ແດນ ກວ໋າງ​ອຽນ, ກວ໋າງ​ນິງ. ເຮືອ​ມີ​ໂຄງ​ສ້າງ​ປະ​ກອບ​ດ້ວຍ​ໄມ້​ສາມ​ແຜນ​ຕັດ​ຕໍ່​ກັນ ລວມ​ມີ​ພື້ນ ແລະ ສອງ​ແຜ່ນ​ຢູ່​ທາງ​ຂ້າງ​ນຳ​ໃຊ້​ໃບ​ສະ​ເພົາ​ດ້ວຍ​ຮູບ​ປີກ​ເຈ່ຍ ທີ່​ມີ​ຊື່​ສຽງ​ດ້ວຍ​ຄວາມ​ສາ​ມາດ​ເດີນ​ທວນ​ສາຍ​ລົມ, ເດີນ​ຕາມ​ຄື້ນ ແລ​ະ ຮັກ​ສາ​ຄວາມ​ກ້ຳ​ເ​ກິ່ງ​ເປັນ​ຢ່າງ​ດີ.

ລາຍ​ການ​ທ່ອງ​ທ່ຽວ​ໄດ້​ເລີ່ມ​​ຂຶ້ນ​ນັບ​ແຕ່​ເວ​ລາ 8 ໂມງ ຫາ 17 ໂມງ. ເສັ້ນ​ທາງ​ເລີ່ມ​ຈາກ​ທ່າ​ຂົນ​ສົ່ງ​ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທາງ​ນ້ຳ ໃກ້​ກັບ​ຕະຫຼາດ ຮະ​ລອງ ຕາ​ແສງ ຮົ່ງ​ກາຍ ຕໍ່​ຈາກນນ​ແລ່ນ​ຕາມ​ແຄມ​ຝັ່ງ​ອ່າວ ຮະ​ລອງ ໄປ​ຮອດ​ເຂດ​ຫໍ​ພິ​ພິ​ທະ​ພັນ ຫໍ​ສະ​ໝຸດກວ໋າງ​ນິງ, ບໍ​ລິ​ເວນ​ຈາກ​ຂົວ ບ່າຍ​ເທີ ຮອດ​ຫໍພິ​ພິ​ທະ​ພັນແລ້ວ​ກັບ​ຄືນ. ອ້າຍ ເຈືອງກວັກ​ຮຸ່ງ ຢູ່​ແຂວງ ກວ໋າງ​ນິງ ເປີດ​ເຜີຍ​ວ່າ:

“ເມື່ອ​ລົງ​ເຮືອ, ​ສິ່ງ​ທຳ​ອິດ​ທີ່​ເຮົາ​ມີ​ຄວາມ​ປະ​ທັບ​ໃຈ ແມ່ນ​ຊຸດ​ອາ​ພອນ​ຂອງ​ຜູ້​ຂັບ​ເຮືອ ແມ່ນ​ມີ​ລັກ​ສະ​ນະ​ພື້ນ​ເມືອງ. ນອກ​ຈາກ​ສີ​ສັນ​ເກົ່າ​ແກ່​ຂອງ​ໃບ​ສະ​ເພົາ​ແລ້ວ, ແຂກ​ທ່ອງ​ທ່ຽວ​ຍັງ​ຈະ​ໄດ້​ດື່ມ​ນ້ຳ​ຊາ ແລະ ກິນ​ເຂົ້າ​ໝົມ​ທີ່​ແຊບ​ນົວ”.

ສຳ​ລັບ​ຜູ້​ໃດ​ທີ່​ເຄີຍ​ມີ​ຄວາມ​ຜູກ​ພັນ​ມາ​ແຕ່​ດົນ​ນານ​ກັບ​ອ່າວ ຮະ​ລອງ, ຮູບ​ພາບ​ໃບ​ສະ​ເພົາ​ປີກ​ເຈ່ຍ ໄດ້​ຫວນ​ຄືນ​ຄວາມ​ຊົງ​ຈຳຫຼາຍ​ຢ່ງ. ເຮືອ​ສາມ​ແຜ່ນກໍ່​ປຽບ​ເໝືອນ​ເຮືອຫຼັງ​ໜຶ່ງ​ບົນ​ທະ​ເລ ມີ​ຄວາມ​ຜູກ​ພັນ​ກັບ​ການ​ຫາ​ເງິນ​ລ້ຽ​ງຊີບ​ຂອງ​ຊາວ​ປະ​ມົງ​ແຂວງ ກວ໋າງ​ນິງ ທີ່​ມີ​ມາ​ນັບ​ຮ້ອຍ​ປີ. ເຮືອ​ປະ​ເພດນີ້​ເຄີຍ​ນຳ​ໃຊ້​ໃນ​ການ​ສູ້​ຮົບ ແບັກ​ດັ່ງ ໃນ​ປີ 1938 ດ້ວຍ​ໄຊະ​ຊະ​ນະ​ທີ່​ລື​ຊາ​ຜາ​ກົດ ​ແລະ ໃຊ້​ເພື່ອ​ຂົນ​ສົ່ງ​ວັດ​ສະ​ດຸກໍ່​ສ້າງ. ໃນ​ຊຸມ​ປີ 1950, ເຮືອ​ສາມ​ແຜ່ນ​ພ້ອມ​ກັບ​ໃບ​ສະ​ເພົາ ໄດ້​ສ້າງ​ຮູບ​ພາບ, ​ຮູບ​ເງົາ​ທີ່​ໂດດ​ເດັ່ນ ກ່ຽວ​ກັບ ຮະ​ລອງ ທີ່​ສະ​ຫງົບ​ສຸກ. ໜຶ່ງ​ໃນ​ບັນ​ດາຜູ້​ຮັກ​ສາ​ວິນ​ຍານ​ໃຫ້​ແກ່​ມໍ​ລະ​ດົກເຮືອ​ສາມ​ແຜ່ນ ນັ້ນ​ແມ່ນ​ນັກ​ສິ​ລະ​ປະ​ການ​ປະ​ຊາ​ຊົນ ເລ​ດຶກ​ຈັ໊ນ ເຊິ່ງ​ແມ່ນ​ລຸ້ນ​ຄົນ​ທີ່ 17 ຂອງວົງ​ຕະ​ກຸນ​ຕໍ່​ກຳ​ປັ່ນ​ພື້ນ​ເມືອງ​ຢູ່​ເຂດ​ເກາະ ຮ່າ​ນາມ. ເພື່ອ​ຕໍ່​ເຮືອ​ສາມ​ແຜ່ນ​ໄດ້​ສ​ຳ​ເລັດ, ທ່ານ ​ຈັ໊ນ ພ້ອມ​ກັບ​ຈຸ​ນາຍ​ຊ່າງ 8 ຄົນ ຕ້ອງ​ໃຊ້​ເວ​ລາ​ຢ່າງ​ໜ້ອຍ​ເດືອນ​ໜ​ຶ່ງ​ຈຶ່ງ​ສຳ​ເລັດ. ທ່ານ ​ຈັ໊ນ​ ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ມີ​ຄວາມ​ເປັນ​ຫ່ວງວ່າ ເຮືອ​ປະ​ເພດນີ້​ອາດ​ຈະ​ສູນ​ຫາຍ​ໄປ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ແຕ່​ໂຊກ​ດີ​ທາງ​ແຂວງ ແລະ ບັນ​ດາ​ຫົວ​ໜ່ວຍ​ທ່ອງ​ທ່ຽວ​ໄດ້​ສະ​ໜັບ​ສະ​ໜູນ​ຊ່ວຍ​ຕໍ່​ເຮືອ​ໃໝ່. ນີ້​ແມ່ນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຫັນ​ໄດ້​ເຖິງ​ຜົນ​ສຳ​ເລັດ​​ດີທີ່​ສຸດ ເພື່ອ​ແຈ້ງ​ຜົນ​ງານ​ຕໍ່​ບັນ​ພະບ​ູ​ລຸດ ແລະ ບັນ​ດາ​ຄົນ​ລຸ້ນ​ກ່ອນໆ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ”.

ປັດ​ຈຸ​ບັນ​ມີ​ເຮືອ​ສາມ​ແຜ່ນ 6 ລຳ​ໂດຍ​ຄອຍ​ຄົວ​ຂອງ​ທ່ານ ຈັ໊ນ ໄດ້​ຕໍ່​ໃໝ່​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ຜະ​ລິດ​ຕະ​ພັນ​ເຮືອ​ສາມ​ແຜ່ນ ໂດຍ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດຫ​ຸ້ນ​ສ່ວນ​ຂົນ​ສົ່ງ​ແຂກ​ໂດຍ​ສານ​ທາງ​ນ້ຳ ກວ໋າງ​ນິງ ແລະ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ ຫວຽດ​ນາມ ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ. ທ່ານ ຫງວຽນ​ເຕິດ​ຫຽວ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ ຫວຽດ​ນາມ ໃ​ຫ້​ຮູ້​ວ່າ:

“ກວ໋າງ​ນິງ ແມ່ນ​ແຂວງ​ທີ່​ມີ​ຂະ​ແໜງທ່ອງ​ທ່ຽວ​ພັດ​ທະ​ນາ ດ້ວຍ​ລະ​ບົບ​ເຮືອ​ທີ່​ທັນ​ສະ​ໄໝ, ແຂກ​ທ່ອງ​ທ່ຽວ​ໄດ້​ຄົ້ນ​ຫາຫຼາຍ​ຢ່າງ​ແຕ່​ຍັງ​ຄົງ​ຖືກ​ຂາດ​ແຄນ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທາງ​ດ້ານ​ຈິດ​ໃຈ ແລະ ເປັນ​ປະ​ເພ​ນີ. ເປົ້າ​ໝາຍ​ຂອງ​ພວກ​ຂ້າ​ພະ​ເຈົ້າ ແມ່ນ​ພະ​ຍາ​ຍາມ​ຮັກ​ສາ​ອະ​ນຸ​ລັກ ແລະ ເຊີດ​ຊູ​ລັກ​ສະ​ນະ​ອັນ​ເປັນ​ປະ​ເພ​ນີ​ຂອງ​ທ້ອງ​ຖິ່ນ ໂດຍຜ່ານ​ການ​ຟື້ນ​ຟູ​ເຮືອ​ສາມ​ແ​ຜ່ນ”.

ເຮືອ​ສາມ​ແຜ່ນ​ດ້ວຍ​ໃບ​ສະ​ເພົາ​ສີ​ນ້ຳ​ຕານ, ສີ​ແດງ​ໄດ້​​ເປັນ​ການຫວນ​ຄືນ​ຮູບ​ພາບອ່າວ ຮະ​ລອງ ເມື່ອ​ກ່ອນນີ້. ນອກ​ຈາກ​ເຮືອ​ສາມ​ແຜ່ນ​ແລ່ນ​ຢູ່​ອ່າວ ຮະ​ລອງ ນັ້ນ, ຮູບ​ແບບ​ເຮືອ​ສາມ​ແຜ່ນ​ກໍ່​ພວມ​ກາ​ຍ​ເປັນ​ຂອ​ງ​ທີ່​ລະ​ນຶກເປັນ​ເອ​ກະ​ລັກ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ແຂກ​ທ່ອງ​ທ່ຽວ ແລະ ຍັງ​ອີກບໍ່​ດົນ​ຂະ​ແໜງ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ຂອງ​ທ້ອງ​ຖິ່ນ ອາດ​ຈະ​ຈັດ​ຕ​ັ້ງ​ງານ​ແຂ່ງ​ຂັນ​ເຮືອ​ໃບ​ສາມ​ແຜ່ນ​ ເພື່ອ​ເຊື້ອ​ເຊີນ​ແຂກ​ທ່ອງ​ທ່ຽວ​ມາ​ຮ່ວມ​ເຫດ​ການ​ກິ​ລາ​ລະ​ດັບ​ສາ​ກົນ.