ນັບແຕ່ໃດໆມາ ກົດລະບຽບຂອງໝູ່ບ້ານໄດ້ປາກົດຂຶ້ນ ໃນຊີວິດຢູ່ບັນດາເຂດບ້ານນາ ຫວຽດນາມ ຄືດັ່ງຄຳໝັ້ນສັນຍາໂດຍວົງຄະນາຍາດສ້າງຂຶ້ນ ແລະ ສະໝັກໃຈປະຕິບັດ. ບໍ່ພຽງແຕ່ກຳນົດວິທີການປະພຶດລະຫວ່າງມະນຸດດ້ວຍກັນເທົ່ານັ້ນ. ກົດລະບຽບຍັງບັນລຸນາດຖານຄຸນສົມບັດ ຮີດຄອງປະເພນີອັນດີງາມ ແລະ ຈິດໃຈຄຸ້ມຄອງຕົນເອງຂອງແຕ່ລະວົງຄະນາຍາດອີກດ້ວຍ, ໂດຍສືບທອດບັນດາຄຸນຄ່າທີ່ສຳຄັນ, ສີສັນວັດທະນະທຳຂອງໝູ່ບ້ານເມື່ອກ່ອນນີ້, ກົດລະບຽບຂອງໝູ່ບ້ານໃນຍຸກທັນສະໄໝຍັງເພີ່ມເຕີ່ມບັນດາມາດຖານໃໝ່, ສ້າງຊີວິດສີວິໄລ ປະກອບສ່ວນຄຸ້ມຄອງສັງຄົມອີກດ້ວຍ.
ໝູ່ບ້ານ ກຶດ່າ ທີ່ຕາແສງ ບິ່ງມິງ ເປັນທີ່ຮູ້ຈັກກັນດີ ແມ່ນໜຶ່ງໃນບັນດາໝູ່ບ້ານບູຮານຢູ່ຊານເມືອງ ຮ່າໂນ້ຍ ດ້ວຍຄວາມສະຫງົບສຸກ ທັດຊະນີຍະພາບງົດງາມສະອາດ. ຊາວບ້ານດຳລົງຊີວິດດ້ວຍຄວາມກົມກຽວເຄົາລົບນັບຖືກັນແລະ ກັນ. ຄວາມລຽບງ່າຍ ແລະ ຄຸນຄ່າອັນດີງາມເຫຼົ່ານີ້ ໄດ້ຖືກເກັບຮັກສາໄວ້ ແລະ ຖ່າຍທອດຜ່ານຫຼາຍລຸ້ນຄົນ. ທ່ານ ຫງວຽນດັງຕວນ ຜູ້ອາຍຸສູງໃນໝູ່ບ້ານ ໃຫ້ຮູ້ວ່າ:
“ກົດລະບຽບຂອງໝູ່ບ້ານນີ້ ໄດ້ຖືກສ້າງຂຶ້ນນັບແຕ່ເວລາກວ່າຮ້ອຍປີມານີ້. ນີ້ແມ່ນວັດທະນະທຳຂອງໝູ່ບ້ານ ແມ່ນມໍລະດົກຂອງໝູ່ບ້ານມີຄຸນຄ່າອັນໃຫຍ່ຫຼວງໃນການຮ່ວມຊີວິດ ແລະ ທຸກໆຄົນກໍ່ລ້ວນແຕ່ປະຕິບັດຕາມ”.
ກໍ່ເຊັ່ນດຽວກັນກັບຊາວບ້ານ ກຶດ່າ, ຊາວບ້ານໂຖ໋ໂຂຍ ຢູ່ຕາແສງ ລອງບຽນ ຮ່າໂນ້ຍ ກໍ່ມີຄວາມເອກອ້າງທະນົງໃຈຕໍ່ກົດລະບຽບຂອງໝູ່ບ້ານຕົນ. ຕາມທ່ານ ຫງວຽນວັນດາດ ຜູ້ມີອີດທິພົນຊື່ສຽງໃນບ້ານ, ກົດລະບຽບຂອງບ້ານ ໂຖ໋ໂຂຍ ບໍ່ພຽງແຕ່ໄດ້ກຳນົດວິຖີຊີວິດເທົ່ານັ້ນ ຫາກຍັງເກັບຮັກສາພູມປັນຍາພື້ນເມືອງ ແລະ ມາດຖານຄຸນສົມບັດໄດ້ຮັບການກັນຕອງຈາກຊຸມຊົນຜ່ານການເວລາ. ທ່ານ ດາດ ໃຫ້ຮູ້ວ່າ:
“ກົດລະບຽບຂອງໝູ່ບ້ານໄດ້ຮັບການລົງລາຍເຊັນຂອງຜູ້ມີຍົດສັກຕຳແໜ່ງ ແລະ ບັນດາຜູ້ເຖົ້າຜູ້ແກ່ໃນບ້ານລວມ 58 ຄົນ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນຊີວິດຊຸມຊົນ ດັ່ງນັ້ນໄດ້ຄົງຕົວມາແຕ່ດົນນານມາແລ້ວ”.
ສ່ວນຢູ່ ບ້ານ ຕ່າວເຢືອງ ຕາແສງ ເຢິນຮວ່າ ຮ່າໂນ້ຍ, ກົດລະບຽບຂອງໝູ່ບ້ານ ໄດ້ນຳມາເຊິ່ງປະສິດທິຜົນດີ ໃນການສ້າງວິຖີຊີວິດວັດທະນະທຳຢູ່ທ້ອງຖິ່ນ. ທ່ານ ເຈິ່ນມິງທວັດ ຢູ່ບ້ານ ຕ່າວເຢືອງ ຕາແສງ ເຢິນຮວ່າ ໃຫ້ຮູ້ວ່າ:
“ໃນກົດລະບຽບຂອງໝູ່ບ້ານໃນປັດຈຸບັນ ໄດ້ລະບຸວ່າ: ການກໍ່ສ້າງຊົນນະບົດໃໝ່ຕ້ອງຮ່ວມເດີ່ນທາງກັບການສ້າງພື້ນຖານວັດທະນະທຳທີ່ສົດໃສ, ໂຄສະນາເຖິງແຕ່ລະຄົນ ກ່ຽວກັບຄວາມຮັບຜິດຊອບ ແລະ ພັນທະ, ການຮັກສາສິ່ງແວດລ້ອມ ເພື່ອເຮັດແນວໃດໃຫ້ໝູ່ບ້ານຍາມໃດກໍ່ຂຽວງາມສະອາດ”.
ກົດລະບຽບແຕ່ລະສະບັບໄດ້ເສີມຂະຫຍາຍຄຸນຄ່າຢ່າງແທ້ຈິງ ຂະນະທີ່ໄດ້ຮັບການຕີລາຄາປັບປຸງຢ່າງເປັນປະຈຳ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຊຸມຊົນ. ຕາມສາດສະດາຈານ ປອ ບຸ່ຍກວາງແທັງ ສັງກັດສະຖາບັນສີລະປະ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, ການໂຮມບັນດາໝູ່ບ້ານເຂົ້າກັນໄດ້ສ້າງໂອກາດເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ ລະຫວ່າງບັນດາເຂດຊຸມຊົນ. ທ່ານ ແທັງ ໃຫ້ຮູ້ວ່າ:
“ການສ້າງກົດລະບຽບ ແລະ ຫຼັກວັດທະນະທຳໃໝ່ສຳລັບຫົວໜ່ວຍປົກຄອງໃໝ່ ຕ້ອງຮັບປະກັນຄວາມເປັນເອກະພາບ ສ້າງການຄຸ້ມຄອງຮາກຖານໃຫ້ຖືກຕາມກົດໝາຍ ແລະ ລັດຖະທຳມະນູນຂອງລັດ; ຕ້ອງເຄົາລົບສີສັນຂອງໝູ່ບ້ານ ແລະ ເສີມຂະຫຍາຍຄວາມ ຫຼາກຫຼາຍສີສັນວັດທະນະຂອງແຕ່ລະວົງຄະນາຍາດ”.
ເຖິງວ່າມີບັນດາກົດລະບຽບໃໝ່, ກ່ຽວກັບການສ້າງຊົນນະບົດໃໝ່, ຮັກສິ່ງແວດລ້ອມຮັກສາ ຮັກສາຊີວິດວັດທະນະທຳກໍ່ຕາມ, ແຕ່ຈິດໃຈທີ່ຫຼັກແຫຼ່ງຂອງກົດລະບຽບຍັງບໍ່ປ່ຽນແປງ. ຢູ່ຫຼາຍທ້ອງຖິ່ນກົດລະບຽບຂອງໝູ່ບ້ານຍັງປະກອບສ່ວນເຮັດໃຫ້ປ່ຽນແປງວິທີນຶກຄິດ ວິທີກະທຳຂອງປະຊາຊົນ, ບັນດາຮີດເກົ່າຄອງເດີມຄ່ອຍໆຖືກລົບລ້າງໄປ, ບັນດາປະເພນີທີ່ສີວິໄລກໍ່ໄດ້ຮັບການສ້າງຂຶ້ນເທື່ອລະກ້າວ. ການປ່ຽນແປງດັ່ງກ່າວ ແມ່ນບໍ່ກຳເນີດຂຶ້ນຈາກບັນດາຄຳສັ່ງບໍລິຫານ ແຕ່ມັນໄດ້ເລີ່ມຈາກການເຫັນດີເຫັນພ້ອມຂອງວິວັດການຂົນຂວາຍ ເພື່ອໃຫ້ແຕ່ລະຄົນພ້ອມກັນມີຄວາມເຂົ້າໃຈ ພ້ອມກັນປະຕິບັດ ແລະ ກາຍເປັນຈຸດຄວາມງາມດ້ານວັດທະນະທຳຂອງແຕ່ລະວົງຄະນາຍາດ.
