ວັດ​ທະ​ນະ​ທຳ​ເຜົ່າ​ຈຳ ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ເປັນ​ເອ​ກະ​ລັກ​ໃນ​ພື້ນ​ຖານ​ວັດ​ທະ​ນະ​​ທຳ ຫວຽດ​ນາມ. ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ລະ​ບົບ​ວິ​ຫານ​ທາດ​ບູ​ຮານ, ສິ​ລະ​ປະ​ສະ​ຖາ​ປັດ​ຕະ​ຍະ​ກຳ​ແກະ​ຄວັດ​ສະຫຼັກ, ງານ​ບຸນ, ການ​ເຫຼື້ອມ​ໃສ, ຕົວ​ໜັງ​ສື, ສິ​ລະ​ປະ​ການ​ສະ​ແດງ ແລະ ບັນ​ດາ​ອາ​ຊີບ​ຫັດ​ຖະ​ກຳ.​ ມໍລະ​ດົກ​ກວັດ​ທະ​ນະ​ທຳຫຼາຍ​ຢ່າງ​ ໄດ້​ກາຍ​ເປັນ​ສະ​ຖານທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ຢູ່​ທາດ ໂປ​ກະ​ລົງ​ກະ​ຣາຍ, ເຊິ່ງແມ່ນ​ກິດ​ຈະ​ກຳ ສະ​ຖາ​ປັດ​ຕະ​ຍະ​ກຳ​ເຜົ່າ​ຈຳ​ທີ່​ພົ້ນ​ເດັ່ນ​ຢູ່​ຕາ​ແສງ ໂດ​ວິງ ແຂວງ ແຄັ໊ງ​ຮ​ວ່າ, ແຂກຫຼາຍ​ຄົນ​ໄດ້​ຕັ້ງ​ໃຈ​ແກະ​ລ​ະ​ຫັດ QR ຢູ່​ຕໍ່​ໜ້າ​ບັນ​ດາ​ທາດ​ຈຳ​ບູ​ຮານ. ພາຍຫຼັງ​ພຽງສອງ​ສາມ​ວິ​ນາ​ທີ, ຂໍ້​ມູ​ນ​​ກ່ຽວ​​ກັບ​ປະ​ຫວັດ​ສາດ, ວັດ​ຖຸ​ພັນ ແລະ ຄຸນ​ຄ່າ​ວັດ​ທະນະທຳຂອງປູຊະ​ນີ​ຍະ​ສະ​ຖານ​ໄດ້​ປາ​ກົດ​ຂຶ້ນ​ໃນ​ໜ້າ​ຈໍ​ໂທ​ລະ​ສັບ​ມື​ຖື. ນາງ ຕ່າຍ​ກົງ​ທຸ໋ຍ​ຢຽມ ຜູ້​ນຳ​ທ່ຽວ​ຢູ່​ບູ​ຊະ​ນີ​ຍະ​ສະ​ຖານ ໂປ​ກະ​ລົງ​ກະ​ຣາຍ ໃຫ້​ຮູ້​ວ່າ:

“ມານນີ້​, ແຂກ​ທ່ອງ​ທ່ຽວສາ​ມາດ​ແກະ​ລະ​ຫັດ QR, ຮັບ​ຟັງ​ດົນ​ຕີ​ການ​ແນະ​ນຳ​ສະ​ຖານ​ທີ່​ທ່ອງ​ທ່ຽວ. ຂະ​ນະ​ທີ່​ດົນ​ຕີ​ປາ​ກົດ​ຂຶ້ນ​ຮອດ​ໃສ​ກໍ່​ສາ​ມາດ​ຮັບ​ຊົມ​ຂໍ້​ມູນ​ຂ່າວ​ສານ​ໂດຍ​ກົງ. ພວກ​ຂ້າ​ພະ​ເຈົ້າ​ນັ່ງ​ຢູ່​ທີ່ນີ້ ​ແຂກ​ທ່ອງ​ທ່ຽວຖ້າ​ຫາກ​ມີ​ຂໍ້​ຂ້ອ​ງ​ໃຈ​ຫຍັງ​ແດ່ກໍ່​ຈະ​ໄດ້​ຮັບ​ຄຳ​ຕອບໃນ​ທັນ​ທີ”.

ການ​ແກະ​ລະ​ຫັດ QR ເພື່ອ​ຊອກ​ຮູ້​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ເຜົ່າ​ຈຳ ແມ່ນ​​ວິ​ທີ​ຄົ້ນ​ຫາ​ໃໝ່​​ພວມຖືກ​ໝູນ​ໃຊ້​​ຢູ່​ບັນ​ດາ​ມໍ​ລະ​ດົກ​ໃນ​ແຂວງ ແຄັ໊ງ​ຮ​ວ່າ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ວັດ​ທະ​ນະ​ທຳ​ເຜົ່າ​ຈຳ ຄັ້ງ​ທີ 6. ອ້າຍ ເຈິ່ນ​ຫິວຫຼີ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ຢາ​ລາຍ ເປີດ​ເຜີຍ​ວ່າ:

“​ສະ​ດວກ​ທີ່​ສຸດ​ເມື່ອ​ຂ້າ​ພະ​ເຈົ້າ​ຢາກ​ຊອກ​ຮູ້​ຂໍ້​ມູນ​ຂ່າວ​ສານ​ລະ​ອຽດ​ກ່ຽວ​ກັບ​ທາດ​ເຜົ່າ​ຈຳ ຫຼື ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ອັນ​ໃດ​ອັນ​ໜຶ່ງ ຫຼື ແມ່ນ​ທິດ​ທັດ​ທຳ​ມະ​ຊາດ, ບາງ​ທາດ​ຢູ່​ໃກ້​ຄຽງ​ກໍ່​ມີ​ຂໍ້​ມູນ​ຂ່າວ​ສານຫຼາຍກວ່າ. ມີ​ລະ​ຫັດ QR ນີ້, ບາງ​ຄັ້ງ​ເມື່ອບໍ່​ມີ​ຜູ້​ນຳ​ທ່ຽວນັ້ນ, ເຮົາ​ບໍ່​ສາ​ມາດ​ໄດ້​ຮັບຫຼາຍ​ຂໍ້​ມູນ​ກ່ຽວ​ກັບວັດ​ທະ​ນະ​ທຳ​ປະ​ຫວັດ​ສາດຫຼາຍກວ່າ”.

ທ່ານ ຫງວຽນ​ຈີ໊ແທັງ ນັກ​ຊ່ຽວ​ຊານ​ດ້ານ​ເຕັກ​ນິກ​ເຂົ້າ​ຮ່ວມ​ລາຍ​ການ ແບ່ງ​ປັນ​ການ​ຫັນ​ຮູບ​ພາບ ແລະ ຂ່າວ​ສາ​ນ​ເປັນ​ດີ​ຈີ​ຕອນ, ແຂວງ ແຄັ໊ງ​ຮ​ວ່າ ຍັງ​ນຳ​ເຕັກ​ໂນ​ໂລ​ຊີ​ເໝືອນ​ຈິງ ແລະ ຫຼາຍ​ພາ​ສາ​ເຂົ້າ​ໃນ​ລະ​ບົບ​ເພື່ອ​ຊ່ວຍ​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ມໍ​ລະ​ດົກ​ໃຫ້​ແກ່ແຂກ​ທ່ອງ​ທ່ຽວ​ທັງຫຼາຍ. ທ່ານ ແທັງ ໃຫ້​ຮູ້​ວ່າ:

“ປັດ​ຈຸ​ບັນ​ພວກ​ຂ້າ​ພະ​ເຈົ້າ​ຜັນ​ຂະ​ຫຍາຍ 4 ​ພາ​ສາຫຼັກ ລວມ​ມີ ພາ​ສາ​ຫວຽດ, ພາ​ສາ​ອັງ​ກິດ, ​ພາ​ສາ​ລັ​ເຊຍ​ແລະ ພາ​ສາ​ຈີນ, ພ້ອມ​ທັງ​ສືບ​ຕໍ່​ເພີ່ມ​ເຕີມແຕ່ 7 ຫາ 12 ພາ​ສາ​ອື່ນໆ​ອີກ. ນອກ​ຈ​າກນັ້ນ ການ​ຫັນ​ເປັນ​ດີ​ຈີ​ຕອນ​ຈະ​ມີ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ທີ່​ກ່ຽວ​ຂ້ອງ​ເຖິ​ງເນື້ອ​ໃນ​ຮູບ​ພາບ. ພື້ນ​ທີ່​ເໝືອນ​ຈິງ​ແມ່ນ​ສາ​ມມິ​ຕິ”.

ສ່ວນ​ທ່ານ​ນາງ ຖາຍ​ທິ​ເລະ​ຮັ່ງ ຫົວ​ໜ້າ​ພະ​ແນ​ຫວັດ​ທະ​ນະ​ທ​ຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ແຄັ໊ງ​ຮ​ວ່າ ໃຫ້ຮູ້​ວ່າ:

“​ກ່ອນ​ທີ່​ຈະ​ຈັດ​​ວັນ​ບຸນ​ວັດ​ທະ​ນະ​ທຳ​ເຜົ່າ​ຈຳ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສ​ຳ​ເລັດ​ວຽກ​ງານນີ້. ການ​ຫັນ​ເປັນ​ດີ​ຈີ​ຕອນນັ້ນ ທີ​ໜຶ່ງ ແມ່ນ​ຈະ​ຊ່ວຍ​ໃຫ້​ຂະ​ແໜງ​ມີ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວທີ່​ເປັນ​ຈັບ​ໃຈ​ຕ​ື່ມ​ອີກ​ເພື່ອ​ສະ​ຫງວນ​ໃຫ້​ແຂກ​ທ່ອງ​ທ່ຽວ ​ເມື່ອ​ມານີ້ ກໍ່ສາ​ມາດ​ຄົ້ນ​ຫາ​ດ້ວຍ​ພື້​​ນ​ທີ່​ເໝືອນ​ຈິງ. ດ້ານ​ອື່ນ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທີ່​ຍັງ​ບໍ່​ທັນ​ມີ​ເງື່ອນ​ໄຂ​ເຂົ້າ​ເຖິງ​ບ່ອນ ກໍ່​ຈະ​ສາ​ສ​ມາດ​ຢ້ຽ​ມ​ຊົມ​ຜ່ານ​ລະ​ບົບ​ດີ​ຈີ​ຕອນ​ສາມ​ມິ​ຕິນີ້”.

ການ​ຫັນ​ເປັນ​ດີ​ຈີ​ຕອນ​ພວມ​ເປີດ​ທິດ​ເຂົ້າ​ເຖິງ​ໃໝ່ ​ຊ່ວຍ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ເຜົ່າ​ຈຳ ຜ່ານ​ຂອບ​ເຂດ​ ກາຍ​ເປັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ແຜ່​ກະ​ຈາຍ​ຢ່າງກວ້າງ​ຂວາງ. ນັ້ນ​ກໍ່​ແມ່ນ​ວິ​ທີ​ປະ​ຫອບ​ສ່ວນ​ອະ​ນຸ​ລັກ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ.