ພາບ​ຕື໊ບິ່ງ ມີຫຼາຍ​ປະ​ເພດ​ທີ່​ແຕກ​ຕ່າງ​ກັນ ແຕ່​ສັງ​ລວມ​ແລ້ວກໍ່​ ແມ່ນພາບ 4 ​ແຜ່ນ​ທີ່​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ສີ່​ລະ​ດູ​ໃນ​ປີ, ມີ​ດອກ​ໄມ້​ຊະ​ນິດ​ຕ່າງໆ​ຄື ດອກ​ເໝີຍ, ດອກ​ຄາຍ, ດອກ​ກ້ວຍ​ໄມ້ ແລະ ສຳ​ລັບ​ນົກ​ກໍ່​ທຽບ​ເທົ່າ. ນັກ​ສິ​ລະ​ປະ​ການ​ດີ​ເດັ່ນ ເລ​ດິ່ງ​ງຽມ ໃຫ້​ຮູ້​ວ່າ:

“ພາບ​ຕື໊ບິ່ງ ແມ່​ນ​ຊຸດ​ພາບ​ແຕ້ມ​ສີ່​ແຜ່ນ. ພາບ​ແຕ້ມ​ກ່ຽວ​ກັບ​ສີ່​ລະ​ດູ​ຄື ລະ​ດູ​ບານ​ໃໝ່, ລະ​ດູ​ຮ້ອນ, ລະ​ດູ​ໃບ​ໄມ້ຫຼົ່ນ ແລະ ລະ​ດູ​ໜາວ. ພາບ​ຕື໊ບິ່ງ ມີ​ຄວາມ​ໝາຍອວຍ​ພອນ​ໃຫ້​ການ​ດຳ​ລົງ​ຊີ​ວິດ​ຂອງ​ມະ​ນຸດ​ມີ​ຄວາມ​ຍືນ​ຍາວ, ​ຄູ່​ຜົວ​ເມ​ຍ​ຮ່ວມ​ຊີ​ວິດ​ນຳ​ກັນ​ດ້ວຍ​ຄວາມ​ສຸກ, ລູກ​ເຕົ້າ​ແຂງ​ແຮງ ແລະ ເກັ່ງ​ກ້າ.“

ພາບ​ຕື໊ບິ່ງ ເຄີຍ​ໃຊ້​​ເພື່ອປະ​ດັບ​ປະ​ດາ​ໃນ​ເຮືອນ​ຊານ ເມື່ອ​ບຸນ​ເຕັດ​ລະ​ດູ​ບານ​ໃໝ່​ວຽນ​ມາ. ພາບ​ແຕ່​ລະ​ແຜ່ນກໍ່​ມີ​ສີ​ສັນ​ງາມ​ຕາ ​ອັນ​ໄດ້​ເຮັດ​ໃຫ້​ເຮືອນ​ຊານ​ເພີ່ມ​ຄວາມ​ສະ​ຫວ່າງ​ສະ​ໄຫວ. ເພື່ອ​ປະ​ຕິ​ບັດ​ຕາມ ໂຮ໋​ເຮັງ, ເຈົ້າ​ຂອງ​ຄອບຄົວ​ເຄີຍ​ແຂວນ ພາບ​ຕື໊ບິ່ງ ຕາມ​ກົດ​ເກນ: ພາບ​ລະ​ດູ​ບານ​ໃໝ່ - ລະ​ດູ​ຮ້ອນ - ລະ​ດູ​ໃບ​ໄມ້ຫຼົ່ນ - ລະ​ດູ​ໜາວ ທຽບ​ເທົ່າ​ກັນ​ດອກ​ເໝີຍ - ໄມ້​ໄຜ່ ຫຼື ດອກ​ບົວ - ດອກ​ເບັນ​ຈະ​ມາດ - ຕົ້ນ​ແປກ. ທິດ​ທີ່​ດີ​ທີ່​ສຸດເພື່ອ​ແຂວນ​ ພາບ​ຕື໊ບິ່ງ ແມ່ນ​ທິດ​ໃຕ້ ສ່ວນ​ການ​ແຂວນ ພາບ​ຕື໊ບິ່ງ ເຄີຍ​ແຂວນ​ຢູ່​ຫ້ອງ​ຮັບ​ແຂກ ຫຼື ຫ້ອງ​ເຮັດ​ວຽກ. ພາບ​ແຕ່​ລະ​ແຜ່ນ​ອາດ​ຈະ​ມີ​ຄຳ​ກອນ​ເພີ່ມ. ຈິດ​ຕະ​ກອນ ຈິ້ງ​ລື້ ໃຫ້​ຮູ້​ວ່າ:

“ພາບ​ຕື໊ບິ່ງ ໄດ້​ຊ້ອນ​ແຝງ​ພູມ​ປັນ​ຍາ​ອາ​ລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ມະ​ນຸດ. ດັ່ງ​ນັ້ນ​ພາບ​ແມ່ນ​ສິ່ງ​ທີ່​ລ້ຳ​ຄ່າ ອາດ​ຈະ​ໃຊ້​ເປັນ​ຂອງ​ຂວັນ”.

ປັດ​ຈຸ​ບັນ, ​ຫໍ​ພິ​ພິ​ທະ​ພັນ​ວິ​ຈິດ​ຕະ​ກຳ ຫວຽດ​ນາມ ພວມ​ເກັບ​ຮັກ​ສາ​ພາບ​ພື້ນ​ເມືອງ ຫວຽດ​ນາມ ເກືອບ 2.500 ແຜ່ນ, ໃນ​ນັ້ນ​ມີ​ພາບຫຼາຍ​ປະ​ເພດ​ເປັນ​​ແຜ່ຫຼາຍ​ຄື ພາບ​ຫ່າງ​ຈົ໊ງ, ພາບ​ດ​ົ່ງ​ໂຮ່, ພາບ​ບ້ານ​ຊິ່ງ, ພາບ​ກີມ​ຮ​ວ່າງ, ພາບ​ຕື໊ບິ່ງ… ທ່ານ ປອ ຫງວຽນ​ແອັງ​ມິງ ຫົວ​ໜ້າ​ຫໍ​ພິ​ພິ​ທະ​ພັນ​ວິ​ຈິດ​ຕະ​ກຳ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ປັດ​ຈຸ​ບັນ​ທາງ​ຫໍ​ພິ​ພິ​ທະ​ພັນ​ຍັງ​ເກັບ​ຮັກ​ສາ ພາບ​ຕື໊ບິ່ງ ປະ​ມານ 100 ຊຸດ, ພາບ​ຕື໊ບິ່ງ ແມ່ນ​ພາບ​ພື້ນ​ເມືອງ​ພິ​ເສດ ແລະ ມີ​ຄ່າ​ຫາ​ບາກ​ຂອງ ຫວຽດ​ນາມ. ນອກ​ຈາກ​ຄຸນ​ຄ່າ​ທາງ​ດ້ານ​ຄວາມ​ປາ​ນີດ​ແລ້ວ ພາບ​ຕື໊ບິ່ງ ຍັງ​ສະ​ແດງ​ໃຫ້​ເຫັນ​ທິດ​ສະ​ດີດ ຊີ​ວິດ​ຂອງ​ມະ​ນຸດ​ຢ່າງ​ເລິກ​ເຊິ່ງ ມີ​ລັກ​ສະ​ນະ​ສຶກ​ສາອົບ​ຮົ​ມ, ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ຄວາມ​ຮັກ​ແພງ”.

ພາບ​ຕື໊ບິ່ງ ແມ່ນ​ເຕັມ​ໄປ​ດ້ວຍ​ລັກ​ສະ​ນ​ະ​ປະ​ດັບ​ປະ​ດາ, ພາບ​ຕື໊ບິ່ງ ແຕ່​ລະ​ແຜ່ນ ເມື່ອ​ກ່ອນນີ້​ໄດ້​ຮັບ​ຖືກວ່າ ແມ່ນ​ສິ​ລະ​ປະ​ສັງ​ລວມ​ສົມ​ບູນ​ມີ​ຄວາມ​ກົມ​ກຽວ ແລະ ເປັນ​ໜ້າ​ຈັບ​ໃຈ. ບັນ​ດາ​ຊຸດ​ພາບ​ທີ່​ດີ​ເດັ່ນ​ລວ​ມ​ມີພາບ​ດ້ວຍຫຼົວ​ຂໍ້​ຕ່າງໆ​ຄື ພາບ​ສີ່​ລະ​ດູ, ພາບ​ຕົ້ນໂສມພິ​ເສດ, ພາບຝູງຊົນ, ພາບ​ເທວະ​ດາ​ແປດ​ອົງ, ພາບ​ປະ​ຫວັດ​ສາດ ແລະ ພາບ​ເລື່ອງ.

ໃນ​ທຸກ​ວັນ​ນີ້, ​ປະ​ເພ​ນີຫຼິ້ນ​ ພາບ​ຕື໊ບິ່ງ ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ ຍິ່ງກວ່ານັ້ນ​ຍັງ​ຂະ​ຫຍາຍ​ຕົວ​ດ້ວຍ​ວັດ​ຖຸ​ແຕກ​ຕ່າງ​ກັນ​ຄື ເຮັດ​ດ້ວຍ​ເຄື່ອງປັ້ນ​ດິນ​ເຜົາ, ໄມ້, ທອງ… ເຖິງວ່າ​ວັດ​ໃດ​ກໍ່​ມີ​ຄຸນ​ຄ່າ​ທາງ​ດ້ານ​ເນື້ອ​ໃນ ແລະ ຄວາມ​ໝ​າຍ​ວັດ​ທະ​ນະ​ທຳ​ມະ​ນຸດ ແຕ່​ ພາບ​ຕື໊ບິ່ງ ຍັງ​ຄົງ​ສ່ອງ​ແສງ​ຄວາມ​ໝາຍ​ເໝືອນ​ເດີມ ປະ​ກອບ​ສ່ວນ​ເຮັດ​ໃຫ້​ຄຸ​ນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງຂອງ ຫວຽດ​ນາມ ​ເພີ່ມ​ຄວາມ​ອຸ​ດົມ​ສົມ​ບູນຫຼາຍ​ຂຶ້ນ.