ພາຍຫຼັງທີ່ໄດ້ຊ່ວຍພໍ່ແມ່ໃນວຽກບ້ານການເຮືອນ, ກາວບ໋າວເງິນ ຢູ່ຕາມແສງ ຟອງກວາງ ເຄີຍພ້ອມກັບບັນດາໝູ່ເພື່ອນໄປຍັງຫໍສະໝຸດຊຸມຊົນຂອງໝູ່ບ້ານ. ໃນຫ້ອງອ່ານທີ່ນ້ອຍໆ ແຕ່ເຕັມໄປດ້ວຍປຶ້ມໄວເດັກ ພວກນ້ອງເມົາມົວອ່ານປຶ້ມຊອກຮູ້ໂລກອ້ອມຂ້າງຜ່ານແຕ່ລະໜ້າເຈ້ຍຂອງປຶ້ມ, ສຳລັບ ບ໋າວເງິນ ແລ້ວ ຫໍສະໝຸດບໍ່ພຽງແຕ່ແມ່ນສະຖານທີ່ເພື່ອອ່ານປຶ້ມເທົ່ານັ້ນ ຫາກຍັງແມ່ນບ່ອນທີ່ນ້ອງຊົມຊອບ ເມື່ອລະດູແລ້ງວຽນມາ. ບ໋າວເງິນ ໃຫ້ຮູ້ວ່າ:
“ລູກເຄີຍໄປຫໍສະໝຸດ ເພື່ອຊອກຫາປຶ້ມໄວເດັກ. ປຶ້ມໄດ້ຊ່ວຍໃຫ້ລູກຮູ້ຈັກຫຼາຍສິ່ງທີ່ດີ ແລະ ມີປະໂຫຍດ ແລະ ລຸກກໍ່ຈຳກັດເບິ່ງໂທລະທັດ ແລະ ໃຊ້ໂທລະສັບມືຖື”.
ຫໍສະໝຸດບ້ານ ນາດ້ານ ໃນປັດຈຸບັນມີປຶ້ມນັບຮ້ອຍຫົວ ໂດຍຫຼາຍປະເພດຈາກເລື່ອງກ່ຽວກັບເດັກ, ເລື່ອງນິທານຕະຫຼອດຮອດທັດສະການດຳລົງຊີວິດ… ນາງ ຮວ່າງທິອວຽນ ເລຂາໜ້ວຍພັກບ້ານ ນາດ້ານ ໃຫ້ຮູ້ວ່າ:
“ບ້ານ ນາດ້ານ ໄດ້ຮັບການເລືອກເຟັ້ນ ເພື່ອກໍ່ສ້າງຫໍສະໝຸດ ແລະ ເປັນສະຖານທີ່ວັດທະນະທຳການອ່ານທີ່ແທດຈິງ ເພື່ອໃຫ້ພວກນ້ອງມີສະຖານທີ່ໃໝ່ ຊອກຮູ້ຫຼາຍສິ່ງຫຼາຍຢ່າງກ່ຽວກັບປຶ້ມ. ທີ່ສອງ ກໍ່ຍັງແມ່ນເພື່ອຊ່ວຍໃຫ້ພວກນ້ອງນ້ອຍແລກປ່ຽນການຮ່ຳຮຽນ ແລະ ຈຳກັດການໃຊ້ໂທລະສັບມືຖື ຫຼື ເກມຫຼິ້ນທີ່ເປັນອັນຕະລາຍ”.
ບໍ່ພຽງແຕ່ຢູ່ຕາແສງ ຟອງກວາງ ເທົ່ານັ້ນ ຫໍສະໝຸດຊຸມຊົນຫຼາຍແຫ່ງຢູ່ບັນດາທ້ອງຖິ່ນເຂດພູສູງໃນແຂວງ ຖາຍວຽນ ກໍ່ພວມກາຍເປັນສະຖານທີ່ລື້ງເຄີຍຂອງພວກເດັກ. ຢູ່ຕາແສງ ເທື້ອງມິງ ພວກນ້ອງນັກຮຽນຫຼາຍຄົນກໍ່ໄດ້ພາກັນໄປຫໍສະໝຸດ ເພື່ອນອ່ານປຶ້ມ. ນ້ອງ ບ໋ານຟຸກທ້ຽນ ຢູ່ບ້ານ ບ໋ານລ່າຍ ໃຫ້ຮູ້ວ່າ:
“ນ້ອງມັກອ່ານປຶ້ມທີ່ສະຫງວນໃຫ້ຊາວໜຸ່ມເຍົາວະຊົນທີ່ສຸດ. ເມື່ອອ່ານປຶ້ມໃນແຕ່ລະເທື່ອ, ນ້ອງໄດ້ຄົ້ນຫາສິ່ງທີ່ໃໝ່ອ່ຽມຫຼາຍຢ່າງຕື່ມອີກ. ນ້ອງຫວັງວ່າຫໍສະໝຸດຈະມີປຶ້ມໃໝ່ຕື່ມອີກຫຼາຍຫົວ ໃຫ້ພວກນ້ອງໄດ້ອ່ານ ແລະ ຮຽນຮູ້”.
ພ້ອມກັບການເພີ່ມເຕີມແຫຼ່ງປຶ້ມອ່ານດ້ວຍເຈ້ຍ, ຫຼາຍທ້ອງຖິ່ນກໍ່ພວມນຳເຕັກໂນໂລຢີດີຈີຕອນເຂົ້າໃນການເຄື່ອນໄຫວຫໍສະໝຸດເທື່ອລະກ້າວ ແລະ ເພື່ອຮັກສາການເຄື່ອນໄຫວຂອງບັນດາຫໍສະໝຸດຊຸມຊົນ, ບັນດາອົງການຈັດຕັ້ງມະຫາຊົນຢູຂັ້ນຮາກຖານກໍ່ຍັງຕັ້ງໜ້າເຂົ້າຮ່ວມໜູນຊ່ວຍ. ນາງ ແກັວກທິທ້ຽນ ເລຂາຊາວຄະນະຊາວໜຸ່ມຕາແສງ ງຽນລວ້ານ ໃຫ້ຮູ້ວ່າ:
“ໃນໄລຍະທີ່ຈະມາເຖິງຄະນະຊຸມຕາແສງ ຈະສືບຕໍ່ຍູ້ແຮງງວຽກງານໂຄສະນາຂົນຂວາຍ ບັນດາອົງການຈັດຕັ້ງສ່ວນບຸກຄົນຮ່ວມແຮງຮ່ວມໃຈໜູນຊ່ວຍປຶ້ມໃຫ້ແກ່ຫໍສະໝຸດ, ພ້ອມກັນນັ້ນກໍ່ປ່ຽນແປງໃໝ່ການເຄື່ອນໄຫວ ເພື່ອສ້າງແຫຼ່ງບັນດານໃຈການອ່ານນັບມື້ນັບແຜ່ກະຈາຍຢ່າງເລິກເຊິ່ງກວ້າງຂວາງໃນຊຸມຊົນ”.
ເຖິງວ່າເງື່ອນໄຂທາງດ້ານພື້ນຖານວັດຖຸຢູ່ຫຼາຍທ້ອງຖິ່ນເຂດພູສູງໃນແຂວງ ຖາຍງວຽນ ຍັງຖືກຈຳກັດຢູ່ກໍ່ຕາມ ແຕ່ບັນດາຫໍສະໝຸດຊຸມຊົນຍັງຄົງເສີມຂະຫຍາຍປະສິດທິຜົນ. ປຶ້ມແຕ່ລະຫົວ ບໍ່ພຽງແຕ່ນຳຄວາມຮູ້ມາໃຫ້ພວຫນ້ອງເທົ່ານັັ້ນ ຫາກຍັງຊ່ວຍໃຫ້ພວກນ້ອງມີບໍເວນທີ່ປອດໄພ ເພື່ອຮ່ຳຮຽນພົບປະແລກປ່ຽນ ແລະ ຄົ້ນຫາໂລກອ້ອມຂ້າງ. ຢູ່ບັນດາໝູ່ບ້ານເຂດພູສູງ, ຮູບພາບພວກເດັກນ້ອຍເມົາມົວອ່ານປຶ້ມໄດ້ກາຍເປັນຫຼັກຖານຢ່າງຈະແຈ້ງ ໃຫ້ແກ່ພະລັງຊີວິດທາງດ້ານວັດທະນະທຳການອ່ານຢູ່ຮາກຖານ. ຈາກບັນດາຫໍສະໝຸດຢູ່ຕາມໝູ່ບ້ານ, ບັນດາບານປະຕູແຫ່ງພູມປັນຍາພວມເປີດກວ້າງໃຫ້ແກ່ເດັກນ້ອຍເຂດພູສູງໃນແຂວງ ຖາຍງວຽນ ໃນແຕ່ລະວັນ.
