ຫວ່າງແລ້ວນີ້ ຫວຽດນາມ ຫາກໍ່ອະນຸມັດຜ່ານຍຸດທະສາດວັດທະນະທຳສຳລັບຕ່າງປະເທດເຖິງປີ 2030 ວິໄສທັດເຖິງປີ 2045, ໃນນັ້ນມີເປົ້າໝາຍສ້າງດັດຊະນີກຳລັງແຮງອ່ອນແຫ່ງຊາດ ເພື່ອນຳ ຫວຽດນາມ ເຂົ້າກຸ່ມ 3 ປະເທດ ນຳໜ້າອາຊຽນ. ຈາກບັນດາຄຸນຄ່າວັດທະນະທຳພື້ນເມືອງ ຕະຫຼອດຮອດກຳລັງປະດິດຄິດສ້າງຂອງໄວໜຸ່ມ, ຈາກການທູດວັດທະນະທຳຕະຫຼອດຮອດບັນດາຂະແໜງອຸດສາຫະກຳວັດທະນະທຳ, ທັງໝົດເຫຼົ່ານັ້ນພວມໄດ້ເຊື່ອມຕໍ່ກັນສ້າງພາບພົດ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ ເຕັມໄປດ້ວຍສີສັນແຜ່ກະຈາຍອອກສູ່ໂລກພາຍນອກ
ເປັນຄັ້ງທຳອິດທີ່ໄດ້ມາຢາມ ຫວຽດນາມ, ອາລີຊາ ແລະ ບຣູ ຕາມຄຳເຈາະຈີ້ມຂອງໝູ່ເພື່ອນ ແລະ ບັນດາເວັບໄຊທ່ອງທ່ຽວ, ເຂົາເຈົ້າໄດ້ຊອກມາຫາໂຮງລະຄອນຕຸກກະຕານ້ຳ ຫວຽດນາມ. ສຽງດົນຕີພື້ນເມືອງໄດ້ບັນເລັງຂຶ້ນ, ໜ້ານ້ຳງຽບສະງັດ ບັງເອີນໄດ້ກາຍເປັນເວທີສະແດງທີ່ມີຊີວິດຊີວາ. ຈາກທາງຫຼັງຜ້າກັ້ງໄມ້ໄຜ່, ບັນດາຕົວລະຄອນຕຸກກະຕານ້ຳໄດ້ປາກົດຂຶ້ນ ເຊິ່ງໄດ້ເລົ່າເລື່ອງກ່ຽວກັບຊີວິດເຂດບ້ານນາ ຫວຽດນາມ, ບັນດາງານບຸນປະເພນີ… ອາລີຊາ ໃຫ້ຮູ້ວ່າ:
“ລາຍການສະແດງໄດ້ເຮັດໃຫ້ຂ້າພະເຈົ້າຕົກສະເງິ, ຂ້າພະເຈົ້າຍັງບໍ່ທັນໄດ້ເຫັນໃນຊີວິດ. ຂ້າພະເຈົ້າຊົມຊອບໃນເຫດການເຊັ່ນນີ້ ເພາະວ່າຂ້າພະເຈົ້າໄດ້ມີໂອກາດເຂົ້າໃຈກ່ຽວກັບມູນເຊື້ອ ແລະ ສິລະປະຂອງວັດທະນະທຳ ຫວຽດນາມ ເມື່ອກ່ອນນີ້”.
ສ່ວນ ບຣູ ເປີດເຜີຍວ່າ:
“ລາຍການໄດ້ເປີດສາກດ້ວຍດົນຕີພື້ນເມືອງ ຫວຽດນາມ, ຫຼັງຈາກນັ້ນ,ລາຍການສິລະປະໄດ້ເລີ່ມຂຶ້ນ. ບາງຕົວລະຄອນພື້ນເມືອງໄດ້ປາກົດຕົວໃນເວທີວະແດງ ເຊິ່ງໄດ້ສ່ອງແສງເຖິງການດຳລົງຊີວິດຂອງຊາວນາ ຫວຽດນາມ”.
ສຳລັບ ອາລີຊາ ແລະ ບຣູ ແລ້ວ ນັ້ນບໍ່ພຽງແຕ່ແມ່ນລາຍການສະແດງສິລະປະເທົ່ານັ້ນ. ນີ້ເປັນຄັ້ງທຳອິດທີ່ເຂົາເຈົ້າໄດ້ເຂົ້າໃຈເຖິງປະຫວັດສາດ ສີສັນ ແລະ ຈິດວິນຍານຂອງຊາວ ຫວຽດນາມ ດ້ວຍພາສາບໍ່ຕ້ອງການມີນາຍແປພາສາ. ແລະ ກໍ່ຍ້ອນການຄົ້ນຫາເຊັ່ນນີ້, ພາບພົດກ່ຽວກັບ ຫວຽດນາມ ເຕັມໄປດ້ວຍສີສັນມີຄວາມສະໜິດສະໜົມ ແລະ ມີຫົວຄິດປະດີດສ້າງ ໄດ້ຖືກເກັບຮັກສາໄວ້ໃນຄວາມຊົງຈຳ.
“ຂ້າພະເຈົ້າໄດ້ມາ ຫວຽດນາມ 9 ຄັ້ງແລ້ວ, ຕົ້ນຕໍແມ່ນຢູ່ ຮ່າໂນ້ຍ. ເພາະສະນັ້ນຂ້າພະເຈົ້າແມ່ນແຂກທີ່ລື້ງເຄີຍ ຂ້າພະເຈົ້າເຄີຍໄປຄຸ້ມຖະໜົນເກົ່າ”.
“ຂ້າພະເຈົ້າຊົມຊອບເລື່ອງທຸກໆຄົນສາມາດຍ່າງຮອດ 11 – 12 ໂມງກາງຄືນຢ່າງສະດວກສະບາຍ, ມັນມີຄວາມແຕກຕ່າງກັນຫຼາຍເມື່ອທຽບໃສ່ຝ່າຍຕາເວັນຕົກ. ຂ້າພະເຈົ້າຊົມຊອບການດຳລົງຊີວິດຂອງປະຊາຊົນຢູ່ແຫ່ງນີ້ ແລະ ຮູ້ສຶກເປັນໜ້າຈັບໃຈ”.
ໃນຂະນະດຽວດັນນີ້, ຢູ່ຕ່າງປະເທດ ບັນດາເລື່ອງລາວກ່ຽວກັບວັດທະນະທຳ ຫວຽດນາມ ພວມຖືກເລົ່າດ້ວຍພາສາດອື່ນໆ, ເຊິ່ງແມ່ນພາສາຂອງຮູບເງົາຂອງຄວາມຮູ້ສຶກ ແລະ ຄວາມເຫັນອົກເຫັນໃຈ
ຫວ່າງແລ້ວນີ້ ງານມະຫາກຳຮູບເງົາເອກະສານສັ້ນສາກົນ Viet Culture in Motion ທີ່ສະຫງວນສະເພາະໃຫ້ຫົວເລື່ອງວັດທະນະທຳ ຫວຽດນາມ ໄດ້ຖືກຈັດຂຶ້ນຢູ່
ຝຣັ່ງ, ແບນຊິກ ແລະ ເຊັກໂກ ເຊິ່ງໄດ້ແນະນຳວິທີສຳຜັດໃໝ່ໃນການໂຄສະນາວັດທະນະທຳ. ຜ່ານມູມມອງຂອງບັນດາຜູ້ຜະລິດຮູບເງົາໜຸ່ມ ຫວຽດນາມ, ບັນດາຄຸນຄ່າພື້ນເມືອງໄດ້ຖືກເລົ່າຄືນ ດ້ວຍພາສາຮູບເງົາທີ່ທັນສະໄໝ, ຈາກສິລະປະອາຫານການກິນ, ເວທີສະແດງລະຄອນ ຕວງ, ບັນດາໝູ່ບ້ານອາຊີບຕະຫຼອດຮອດຊີວິດປະຈຳວັນຂອງຊາວ ຫວຽດນາມ. ທ່ານ ຟາບຣາຍໂລຮີ, ເຈົ້າຄອງນະຄອນ ລໍແຣນ ປະເທດ ຝຣັ່ງ ແບ່ງປັນວ່າ:
“ຄ່ຳຄືນມື້ນີ້ພວກເຮົາໄດ້ພ້ອມກັນຮັບຊົມຮູບເງົາສັ້ນ 3 ເລື່ອງ ແນະນຳກ່ຽວກັບມູນເຊື້ອວັດທະນະທຳທີ່ເປັນເອກະລັກຂອງ ຫວຽດນາມ, ຮູບເງົາເຫຼົ່ານີ້ເປັນໜ້າຈັບໃຈ ຍ້ອນວ່າມີຄວາມຫຼາຍຮູບຫຼາຍສີ ສະແດງໃຫ້ເຫັນຫຼາຍມູມມອງແຕກຕ່າງກັນທາງດ້ານວັດທະນະທຳ ຫວຽດນາມ ເຮັດໃຫ້ຜູ້ຊົມເພີ່ມຄວາມເຂົ້າໃຈ ແລະ ເພີ່ມຄວາມຮັກ ຫວຽດນາມ”.
ກຳລັງແຮງອ່ອນແຫ່ງຊາດ ບໍ່ແມ່ນດັດຊະນີໃນຕາຕະລາງຈັດອັນດັບເທົ່ານັ້ນ ຫາກຍັງແມ່ນຫຼັກຖານຢັ້ງຢືນໃຫ້ການເດີນທາງຂອງ ຫວຽດນາມ ໃນການເຊື່ອມໂຍງສາກົນ ດ້ວຍສີສັນພູມປັນຍາ ແລະ ບັນດາຄຸນຄ່າວັດທະນະທຳມະນຸດຂອງຕົນ.
