ໂດຍ​ມີ​ຄວາມ​ຜູ​ກ​ພັນ​ກັບ​ດິນ​ແດນ​ທີ່​ເຕັມ​ໄປ​ດ້ວຍ​ແດດ​ ແ​ລະ ລົມ​​ແຮງຜ່ານຫຼາຍ​ໄລ​ຍະ, ຊາວ​ເຜົ່າ​ຈຳ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ແຂວງ ເລິມ​ດ​ົ່ງ ເວົ້າ​ສະ​ເພາະ ​ແລະ ຂອງ ຫວຽດ​ນາມ ເວົ້າ​ລວມ ດ້ວຍ​ບັນ​ດາ​ມໍ​ລະ​ດົກອັນ​ລ້ຳ​ຄ່າ. ອາດ​ຈະ​ເວົ້າ​ເຖິງວາດ​ຟ້ອນ​ອັບ​ສະ​ຣາ, ຟ້ອນ​ວີ ​ພ້ອມ​ກັບ​ສຽງ​ກອງ​ຈີ​ນັງ, ກອງ​ປະ​ຣາ​ນຶງ, ແຄນ​ຊາ​​ຣາ​ນາຍ. ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ມີ​ຄວາມຫຼົງ​ໄຫຼ ຫຼື ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຄື ພະ​ວິ​ຫານ, ທາດ​ຈຳ​ທີ່​ເກົ່າ​ແກ່, ສາງ​ກາບກອນ, ງານ​ບຸນ​ປະ​ເພ​ນີ, ອາ​ຊີບ​ຫັດ​ຖະ​ກຳ​ທີ່​ເປັນ​ເອ​ກະ​ລັກ ແລະ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ສະ​ເພາະ

ເຂດ​ທ່ອງ​ທ່ຽວ ເບົ່າ​ຈັ໊ງ ຢູ່​ບ້ານ ຮົ່ງ​ເລິ່ມ ຕາ​ແສງ ຮ​ວ່າ​ຖັງ ແຂວງ ເລິມ​ດົ່ງ ໄດ້​ເຊື່ອມ​ຕໍ່​ກັບ​ບັນ​ດາ​ນັກ​ສິ​ລະ​ປະ​ການ ນັກ​ສະ​ແດງ​ສະ​ໝັກຫຼິ້ນ​ແມ່ນ​ຊາວ​ເຜົ່າ​ຈຳ ຢູ່​ຕາ​ແສງ ບັກ​ບິ່ງ ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງ​ຂອງ​ເຜົ່າ​ຈຳ ແນ​ໃສ່​ສ້າງ​ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ

ເຖິງວ່າຫາກໍ່​ນຳ​ເຂົ້າ​ຂຸດ​ຄ​ົ້ນ​ໃນ​​ໂ​ອ​ກາດ​ບຸນ​ປີ​ໃໝ່​ປີ​ມະ​ເມຍ 2026 ແລະ ໃນ​ໂອ​ກາດ​ທ້​າຍ​ອາ​ທິດ ກໍ່​ຄື​ຂະ​ນະ​ທີ່​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ຕ້ອງ​ການ, ແຕ່​ລາຍ​ການ​ສະ​ແດງ​ຟ້ອນ​ລຳ​ທ​ຳ​ເພງ​ພື້ນ​ເມືອງ​ຂອງ​ເຜົ່າ​ຈຳ ໄດ້​ສ້າງ​ຂີດ​ໝາຍ​ໃຫ້​ແກ່​ແຂກ​ທ່ອງ​ທ່​ຽວ​ແຕ່​ລະ​ຄົນ. ນາງ ຫງວຽນ​ທິ​ແຮັ້ງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ດົ່ງ​ນາຍ ໃຫ້​ຮູ້​ວ່າ

“ລາຍ​ການ​ສະ​ແດງ​ມ່ວນ​ທີ່​ສຸດ ເຊິ່ງ​ໄດ້​ພັນ​ລະ​ນາ​ເຖິງ​ການດ​ຳລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ບໍ​ລະ​ເວນນີ້. ລາຍ​ການ​ສິ​ລະ​ປ​ະ​ດູດ​ດື່ມ​ທີ່​ສຸດ”.

ກ່ອນ​ທີ່​ຈະ​ໄປ​ຢ້ຽມ​ຊົມ​ຄົ້ນ​ຫາ​ຢູ່​ໂນນ​ຊາຍ​ ເບົ່າ​ຈັ໊ງ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ວາດ​ຟ້ອນ ອັບ​ສະ​ຣາ ຂອງ​ຊາວ​ເຜົ່າ​ຈຳ. ວາດ​ຟ້ອນ​ພ້ອມ​ກັບ​ສຽ​ງ​ຂັບ​ລຳ​ທຳ​ເພງ​ໃນ​ທ່າມ​ກາງ​ສຽງ​ເຄື່ອງ​ດົນ​ຕີຄື ກອງ​ຈີ​ນັງ, ກອງ​ປະ​ຣາ​ນຶງ, ແຄນ​ຊາ​ຣານາຍ ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ມີ​ຄວາມຫຼົງ​ໄຫຼ

ທ່ານ ຟ້າມ​ວັນ​ຈ້ອງ ຜູ້​ຕາງ​ໜ້າ​ເຂດ​ທ່ອງ​ທ່ຽວ ເບົ່າ​ຈັ໊ງ ໃຫ້​ຮູ້​ວ່າ ນອກ​ຈາກ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ໄດ້​ຄົ້ນ​ຫາ​ວັດ​ທະ​ນະ​ທຳ​ຂອງ​ເຜົ່າຈ​ຳ​ແລ້​ວ, ແຂກ​ທ່ອງ​ທ່ຽວ​ຍັງໄດ້ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຂອງ​ເຜົ່າ​ຈຳ​ຢູ່​ແຫ່ງນີ້​ອີກ​ດ້ວຍ. ທ່ານກ່າວ​ວ່າ:

“ທາ​ງ​ຫົວ​ໜ່ວຍ​ໄດ້​ສົມ​ທັບ​ກັບ​ກອງ​ສິ​ລະ​ປະ​ວັດ​ທະ​ນະ​ທ​ຳ​ເຜົ່າ​ຈຳ​ ຂອງ​ເມືອງ ບັກ​ບິ່ງ ເມື່ອ​ກ່ອນນີ້. ແຂກ​ຕາງ​ປະ​ເທດ​ສ່ວນຫຼາຍມີ​ຄວາມ​ຊົມ​ຊອບ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ ເພາະ​ສະ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ຢາກ​ສົມ​ທົບ​ກັບ​ພວກ​ອ້າຍ​ເອື້ອຍ​ຢູ່​ທີ່ນີ້​ທຳ​ການ​ສະ​ແດງ​ລາຍ​ການ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ຂອງ​ທ້ອງ​ຖິ່ນ, ໝູ່​ບ້ານ​ອາ​ຊີບ​ຂອງ​ທ້ອງ​ຖິ່ນ ປະ​ກອບ​ສ່ວນ​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ວັນ​ບຸນ”

ສ່ວນທ່ານ ເຈິ່ນ​ດຶກ​ຢຸງ ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ປູຊະ​ນີ​ຍະ​ສະ​ຖານ ​ທາດ ໂບ​ຊາ​ອີ​ນື ແຂວງ ເລິມ​ດົ່ງ ໃຫ້​ຮູ້​ວ່າ:

“ໃນ​ໄລ​ຍະ​ທີ່​ຜ່ານ​ມາ ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົມ​ທົບ​ກັບ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ທາງ​ໄກ ເພື່ອ​ສ້າງ​ລາຍ​ການ​ທ່ອງ​ທ່ຽວ ກໍ່​ຄື​ສ້າງບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອ​ງ​ທ່ຽວ​ ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ ໃນ​ນັ້ນ​ມີ​ການ​ຄົ້ນ​ຫາ​ຮັບ​ຊົມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ພື້ນ​ເມືອງຂອງ​ເຜົ່າ​ຈຳ ແລ້ວກໍ່ລົງ​ຢ້ຽ​ມ​ຊົມ​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ຄື ​ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງ, ເຮັດ​ເຄື່ອງ​ປັ້ນ​ດິນ​ເຜົ່າ…”

ບໍ່​ພຽງ​ແຕ່​ມີ​ເຂດ​ທ່ອງ​ທ່ຽວ ເບົ່າ​ຈັ໊ງ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ​ທາດ ໂປ​ຊາ​ອີ​ນື ເທົ່າ​ນັ້​ນ ຫາກ​ຍັງ​ມີຫຼາຍ​ເຂດຣີ​ສອດ ແລະ ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອື່ນໆ ກໍ່​ໄດ້​ເລືອກ​ເອົາ​ສະ​ລະ​ປະ​ພື້ນ​ເມືອງ​ຂອງ​ບັນ​ດາ​ເຜົ່າ ​ເພື່ອ​ຫັນ​ຜະ​ລິດ​​ຕະ​ພັນ​ທ່ອງ​ທ່ຽວ​ເປັນຫຼາຍ​ຮູບຫຼາຍ​ສີ ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ການ​ນຳ​ບັນ​ດາ​ມໍ​ລະ​ດົກ​ນີ້​ກາຍ​ເປັນ​ສະ​ຖານ​ທີ່​ຄົ້ນ​ຫາ​ຕົວ​ຈິງນັ້ນ ບໍ່​ພຽງ​ແຕ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ທັງ​ພາຍ ແລະ ຕ່າງ​ປະ​ເທ​ດ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ການ​ສ​້າງ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ອີກ​ດ້ວຍ ທັງ​ຍົກ​ສູງ​ຄວາມ​ດູດ​ດື່ມ ແລະ ໝັ້ນ​ຄົງ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽ​ວ​ໃນ​ແຂວງ ເລິ່ມ​ດົ່ງ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.