ພູນອນເນືອກ ຢູ່ຕາແສງ ຮວາລື ໃນແຂວງ ນິງບິ່ງ ຖືກອຸປະມາດັ່ງຫໍພິພິທະພັນກາບກອນທຳມະຊາດອັນລ້ຳຄ່າດ້ວຍລະບົບສີລາແກະຄວັດສະຫຼັກ ຖືກແກະຄວັດສະຫຼັກຈາກຕີນພູຂຶ້ນເຖິງຈອມພູ. ຢູ່ເທິງພູ ນອນເນືອກ ໃນປັດຈຸບັນຍັງເກັບຮັກສາສີລາແກະຄວັດສະຫຼັກ 43 ແຜ່ນ ຖືກແກະຄວັດສະຫຼັກຢູ່ຜາຫີນ ໃນພູໂດຍກົງ ເຊິ່ງໄດ້ຄົງຕົວຜ່ານ 7 ສະຖານບັນ ດ້ວຍ 5 ສະໄໝ ລາດຊະວົງ ເຊິ່ງເລີ່ມແຕ່ສະໄໝລາດຊະວົງ ເຈິ່ນ ໃນສະຕະວັດທີ XIV ຕະຫຼອດ ຮອດສະໄໝເຈົ້າຊີວິດ ບ໋າວດ້າຍ ອົງທີ 9 ໃນສະຕະວັດທີ XX. ທ່ານ ນາຊີອຸດດິນ ທີ່ປຶກສາສະຖານທູດ ບັງກະລາເທດ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:
“ບັນດາບົດປະພັນວັນນະຄະດີ ຖືກແກະຄວັດສະຫຼັກຢູ່ຕາມຜາຫີນເທິງພູພວມເກັບຮັກສາສຽງເວົ້າຂອງ ຫວຽດນາມ ໃນຕະຫຼອດ 7 ສະຕະວັດທີ່ຜ່ານມາ. ສີລາວັນນະຄະດີເຫຼົ່ານີ້ ບໍ່ພຽງແຕ່ແມ່ນເອກະສານ ຫຼື ຕົວໜັງສືຖືກແກະຄວັດສະຫຼັກຢູ່ຜາຫີນເທົ່ານັ້ນ ຫາກຍັງຊ້ອນແຝງໄລຍະປະຫວັດສາດ ວັດທະນະທຳ ແລະ ມູນເຊື້ອວັນນະຄະດີຂອງ ຫວຽດນາມ ຜ່ານສະໄໝລາດຊະວົງຕ່າງໆ. ນີ້ອາດຈະແມ່ນແຫຼ່ງພູມປັນຍາ, ການຄົ້ນຄວ້າ ແລະ ພັດທະນາການທ່ອງທ່ຽວ ເຊິ່ງບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງສຳລັບວົງຄະນາຍາດສາກົນອີກດ້ວຍ”.
ບັນດາບົດປະພັນ ບົດກະວີຖືກແກະຄວັດສະຫຼັກເທິງຜາຫີນເທິງພູກໍ່ສ່ອງແສງໃຫ້ເຫັນລະບອບນາດິນ, ການເຄື່ອນໄຫວການແພດພື້ນເມືອງ ແລະ ການໜູນຊ່ວຍສັງຄົມ. ທ່ານ ເຈືອງດິ່ງເຕື່ອງ ປະທານສະມາຄົມວິທະຍາສາດ ປະຫວັດສາດແຂວງ ນິງບິ່ງ ໃຫ້ຮູ້ວ່າ:
“ຢູ່ແຫ່ງນີ້ເກັບຮັກສາມູນເຊື້ອພິເສດ ນັ້ນແມ່ນມູນເຊື້ອການສົນທະນາຂອງບັນດາວົງການທີ່ຍອດຍິ່ງຂອງຊາດ ດ້ວຍທຳມະຊາດຜ່ານບົດກະວີ ບົດວັນນະຄະດີ ແລະ ໄດ້ສ້າງຄວາມຊົງຈຳໃຫ້ແກ່ ບັນດາລຸ້ນຄົນໃນພາຍພາກໜ້າ”.
ລະບົບສີລາແກະຄວັດສະຫຼັກເທິງພູ ນອນເນືອກ ແມ່ນຮ່ອງຮອຍສະຖານກ່ຽວກັບວັນນະຄະດີ, ພາສາສາດ, ພາສາຫວຽດເດີມ. ໃນຈຳນວນສີລາ 43 ແຜ່ນຍັງເກັບຮັກສາໄວ້ນັ້ນ ກໍ່ມີ 39 ແຜ່ນຖືກແກະຄວັດສະຫຼັກບົດປະພັນວັນນະຄະດີ ດ້ວຍຕົວໜັງສືຫວຽດເດີມ ແລະ 6 ແຜ່ນຖືກແກະຄວັດສະຫຼັກດ້ວຍພາສາ ລາຕິນ. ນີ້ແມ່ນແຫຼ່ງເອກະສານ ເຊິ່ງນຳມາຊຶ່ງຜົນປະໂຫຍດ ດຶງດູດນັກຮຽນຮູ້ສາກົນມາຄົ້ນຄວ້າ. ທ່ານ ຮອງສາດສະດາຈານ ປອ ຫງວຽນຕ໊ວນເກື່ອງ ອະດີດຫົວໜ້າສາຖາບັນຄົ້ນຄວ້າພາສາຫວຽດເດີມ ໃຫ້ຮູ້ວ່າ:
“ນີ້ແມ່ນກິດຈະກຳຄົ້ນຄວ້າທີ່ມີຄຸນຄ່າທີ່ສຸດ. ມໍລະດົກຂອງ ຫວຽດນາມ ໄດ້ລິເລີ່ມການຄົ້ນຄວ້າໂດຍຊາວ ຝຣັ່ງ ຄົນໜຶ່ງ ແລະ ຖືກເພີ່ມເຕີມອັບເດດ ແລະ ສ້ອມແປງໂດຍສາສະດາອາຈານຄົນໜຶ່ງຊາວ ຍີ່ປຸ່ນ ຄົນໜຶ່ງ. ນີ້ແມ່ນການຢັ້ງຢືນທີ່ມີລັກສະນະເກ້ຍກ້ອມທີ່ສຸດສຳລັບລັກສະນະສາກົນຈາກມູມມອງຂອງບັນດານັກຄົ້ນຄວ້າ ກ່ຽວກັບມໍລະດົກແກະຄວັດສະຫຼັກ ເທິງແຜ່ນສີລາຢູ່ພູ ນອນເນືອກ”.
ປັດຈຸບັນສີລາແກະຄວັດສະຫຼັກເທິງພູ ນອນເນືອກ ໄດ້ສ້າງສຳເນົາເອກະສານ ຍື່ນສະເໜີຕໍ່ອົງການ Unesco ພິຈາລະນາຢັ້ງຢືນເປັນມໍລະດົກວັດຖຸເອກະສານ. ທ່ານນາງ ຫວູແທັງຫຼິກ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາແຂວງ ນິງບິ່ງ ໃຫ້ຮູ້ວ່າ:
“ໃນຕະຫຼອດເກືອບ 7 ສະຕະວັດທີ່ຜ່ານມາ, ບັນດາແຖວຕົວໜັງສືຖືກແກະຄວັດສະຫຼັກເທິງຜາຫີນໃນພູ ນອນເນືອກ ເກັບຮັກສາຄວາມຊົງຈຳທາງປະຫວັດສາດ, ພູມປັນຍາຂອງມະນຸດ, ຄວາມງາມທາງດ້ານວັນນະຄະດີ ແລະ ນ້ຳໃຈວັດທະນະທຳ ຫວຽດນາມ. ພວກຂ້າພະເຈົ້າໝັ້ນໝາຍຈະອະນຸລັກ ລັກສະນະເໝືອນເດີມຂອງມໍລະດົກ ແລະ ເພີ່ມທະວີການຫັນເປັນດີຈີຕອນ ສ້າງຖານຂໍມູນ, ຊຸກຍູ້ການຮ່ວມມືຄົ້ນຄວ້າທັງຢູ່ພາຍໃນປະເທດ ແລະ ສາກົນ”.
ບັນດາບົດປະພັນ ບົດກາບກອນຖືກແກະຄວັດສະຫຼັກຢູ່ຕາມຜາຫີນໃນພູ ໃນແຂວງ ນິງບິ່ງ ພວມຢືນຢູ່ກາລະໂອກາດບືນຕົວສູ່ໂລກພາຍນອກ ເພື່ອຢັ້ງຢືນຄຸນຄ່າຂອງ ຫວຽດນາມ ໃນແຜນທີ່ມໍລະດົກທົ່ວໂລກ.
