ຢູ່ໃຈກາງນະຄອນຫຼວງຮ່າໂນຍ, ວັງ​ກິ໋ງ​ທຽນແມ່ນຮ່ອງຮອຍສຳຄັນທີ່ສຸດຂອງວັງເກົ່າໃນເຂດພະ​ລາ​ຊະ​ວັງ​ທັງລອງ. ຢູ່ເທິງພື້ນຂອງບັນດາວັງສະໄໝລາຊະວົງ ລີ ແລະ ເຈີ່ນ, ລາຊະວົງ ເລ ໄດ້ໃຫ້​ກໍ່ສ້າງວັງຫຼັກແຫ່ງໃໝ່​ທີ່​ມີຊື່ວ່າ ວັງ​ກິ໋ງ​ທຽນ. ນີ້ແມ່ນບ່ອນປົກ​ຄອງຂອງບັນດາມະ​ຫາ​ກະ​ສັດ. ວັງແຫ່ງນີ້ຍັງເປັນ​ແຫ່ງ​ດຳ​ເນີນບັນ​ດາພິທີການສຳຄັນທີ່ສຸດຂອງຊາດ, ເຊັ່ນ: ພິທີຂຶ້ນຄອງລາດ, ພິທີເຂົ້າ​ເຝົ້າ​ທີ່​ສຳ​ຄັນ ແລະ ພິທີຕ້ອນຮັບທູດທີ່​ມາຈາກປະເທດ​ຕ່າງໆ...”

ສ​ຈ ດຣ. ຫງວຽນ ກວາງ ຫງອກ, ຮອງປະທານສະມາຄົມວິທະຍາສາດຫວຽດນາມ, ໃຫ້ຮູ້ວ່າ:

“ປີ 1428 ພາຍຫຼັງພະເຈົ້າ ເລທ໋າຍໂຕ ປິດລ້ອມ, ເກ້ຍ​ກ່ອມ​ເພື່ອໃຫ້​ທະ​ຫານ​ໃນເມືອງດົງກວນ ຍອມຈຳນົນ ແລະ ​ບຸກເຂົ້າໃນເມືອງ. ຢູ່ບ່ອນນີ້ເອງ, ພະເຈົ້າ ເລ​ທ໋າຍໂຕ ໄດ້ໃຫ້​ກໍ່ສ້າງ ວັງ​ກິ໋ງ​ທຽນ, ເປັນວັງຫຼັກສຳຄັນທີ່ສຸດຂອງລາຊະວົງ ແລະ ນີ້ແມ່ນວັງຫຼັກ​ທີ່ສືບ​ຕໍ່​ມາຈາກບັນດາວັງຫຼັກໃນສະໄໝລາ​ຊະ​ວົງ ລີທ໋າຍໂຕ ຈົນຮອດປັດຈຸບັນ. ວັງ​ກິ໋ງ​ທຽນ ຮັກສາທີ່​ຕັ້ງໃຈກາງຂອງຟ້າດິນ, ໃຈກາງຊົນຊາດຂອງພວກເຮົາ; ເປັນສັນຍາລັກສູງສຸດຂອງປະຫວັດສາດ ແລະ ວັດທະນະທຳຫວຽດນາມ”.

ພື້ນທີ່ທາງໜ້າຂອງວັງແມ່ນເດີນ ດ້າຍ​ຈ່ຽວ, ບ່ອນທີ່ບັນດາເສ​ນາ​ອາ​ມາດ​ຝ່າຍພົນ​ລະ​ເມືອງແລະ​ຝ່າຍ​ທະ​ຫານລຽນແຖວຕາມຍົດ​ຖາ​ບັນ​ດາ​ສັກເພື່ອເຂົ້າຮ່ວມການ​ປະ​ຊຸມ​ເສ​ນາ​ອາ​ມາດ. ຈາກດ​ວານ​ມົນ, ເສັ້ນທາງສະ​ເດັດ ພາໄປເຖິງວັງ​ກິ໋ງ​ທຽນ, ສ້າງເປັນແກນກາງຂອງທັງເຂດພະລາຊະວັງທັງລອງ.

ຜ່ານ​ການ​ປ່ຽນ​ແປງ​ຂອງ​ປະຫວັດສາດ, ປັດຈຸບັນ​ນີ້ ວັງຫຼັກ​ກິ໋ງທຽນ ຍັງ​ເຫຼືອ​ພຽງ​​ພື້ນ​ວັງສູງ​ເກືອບ 3 ແມັດ ພ້ອມ​ກັບ​ຮາວຂັ້ນໄດ​ຫີນ 2 ຊຸດ​ທີ່​ແກະສະຫຼັກ​ຮູບ​ມັງກອນ​ເປັນ​ເອກະລັກ​ສະ​ເພາະ​ຂອງສະ​ໄໝລາຊະວົງ​ເລ,​ ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເປັນ​ມໍລະດົກອັນ​ລ້ຳ​ຄ່າ​ຂອງ​ຊາດ. ຜ່ານ​ການ​ຂຸດ​ຄົ້ນ​​ບູຮານ​ຄະດີ ຕາມ​ຂໍ້​ສະ​ເໜີແນະ​ຂອງ​ອົງການ ສ​ປ​ຊ ເພື່ອ​ການ​ສຶກສາ, ວິທະຍາສາດ ແລະ ວັດທະນະທຳ​ (UNESCO) ຢູ່​ທີ່ນີ້ ໃນ​ປີ 2011, 2023, 2025 ແລະ 2026 ໄດ້​ຄົ້ນ​ພົບ​ຮ່ອງ​ຮອຍ ແລະ​​ວັດ​ຖຸ​​ບູ​ຮານສຳ​ຄັນ​ຫຼາຍ​ຢ່າງ.
ຮສ.ປອ. ຕົ້ງຈູງຕິ້ນ , ປະທານ​ສະມາຄົມ​ບູຮານ​ຄະດີ​ຫວຽດນາມ, ວິເຄາະ​ວ່າ:

"ສາມາດຢັ້ງຢືນໄດ້ຢ່າງແນ່ນອນວ່າພື້ນຂອງວັງກິ໋ງທຽນເປັນຮູບສີ່ແຈສາກ. ເທິງພື້ນດັ່ງກ່າວຖືກຈັດແບ່ງອອກເປັນຫຼາຍຫ້ອງເພື່ອກໍ່ສ້າງສະຖາປັດຕະຍະກຳ. ປັດຈຸບັນ, ​ບັນ​ດາຖານເສົາທີ່ປະກົດຂຶ້ນມາ​ນັ້ນສະ​ແດງໃຫ້ເຫັນວ່າມີ 9 ຫ້ອງ, ທີ່​ປະ​ກອບ​ສ້າງ​​ຂຶ້ນດ້ວຍ 10 ແຖວຂື່, ແຕ່ລະແຖວຂື່ປະກອບດ້ວຍ 6 ເສົາທີ່ແຕກຕ່າງກັນ. ນັ້ນແມ່ນສະຖາປັດຕະຍະກຳໃຫຍ່ທີ່ສຸດໃນປະຫວັດສາດສະຖາປັດຕະຍະກຳຫວຽດນາມ."

ຮາກຖານຂອງວັງ​ກິ໋ງ​ທຽນສະແດງໃຫ້ເຫັນເຖິງມາດຕະຖານຂອງສະຖາປັດຕະຍະກຳພະລາຊະວັງຫວຽດນາມ ແລະ ສະທ້ອນເຖິງການນຳໃຊ້ແນວຄິດ ຂົງຈື້ ເຂົ້າໃນການກໍ່ສ້າງສະຖາປັດຕະຍະກຳ. ໂຄງຮ່າງໄມ້ຖືກສ້າງຂຶ້ນດ້ວຍໄມ້ກະ​ຈະ, ລະບົບເສົາທັງໝົດແມ່ນຖືກວາງໄວ້ເທິງຕີນຖານຫີນ. ສ່ວນຫຼັງຄາປະກອບ​ດ້ວຍສອງຊັ້ນ, ບັນດາມຸມໂ​ມ້ງຖືກມຸງດ້ວຍ ກະເບື້ອງມັງກອນເຄືອບສີເຫຼືອງ ສ້າງເປັນຄວາມງາມທີ່ສະຫງ່າຜ່າເຜີຍ ແລະ ຄຶກ​ຂຶມ.

ຮສ.ປອ. ບຸ່ຍມິງຈີ, ອະດີດຫົວໜ້າສະຖາບັນຄົ້ນຄວ້າເມືອງ​ຫຼວງ, ຖືວ່າ:"

"ພວກຂ້າພະເຈົ້າໄດ້ຄົ້ນຄວ້າຢ່າງລະອຽດທີ່ສຸດກ່ຽວກັບກະເບື້ອງມຸງຫຼັງຄາແຕ່ລະຊະນິດ ໃນສະໄໝເລເຊີຂອງຫວຽດນາມ ກັບ ສະໄໝມິນເຊີຂອງຈີນ. ພວກເຮົາ​ສາ​ມາດເຫັນ​ໄດ້ບັນ​ດາຫຼັ​ກຖານ​ຊັດ​ເຈນທີ່​ວ່າ ນີ້ແມ່ນກະເບື້ອງຊະນິດທີ່ເປັນເອກະລັກສະເພາະ, ມີພຽງຢູ່ຫວຽດນາມເທົ່ານັ້ນ, ບໍ່ມີຢູ່ປະເທດໃດໃນອາຊີຕາເວັນອອກ. ອັນ​ໄດ້ສະແດງໃຫ້ເຫັນເຮູບຊົງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງຫຼັງຄາວັງ​ກິ໋ງທຽນ ໃນສະຖາປັດຕະຍະກຳພະ​ລາ​ຊະວັງທັງລອງສະໄໝເລເຊີ ແລະ ສ້າງ​ເປັນ​ພະ​ລັງຊີວິດ​ໃໝ່ໃຫ້ແກ່ສະຖາປັດຕະຍະກຳ​ພະ​ລາ​ຊະວັງຫວຽດນາມ, ນຳ​ມາ​ເຊິ່ງສີ​ສັນ​ພິ​ເສດ​ສະເພາະຂອງພະ​ລາ​ຊະວັງຫວຽດນາມ."

ພາຍຫຼັງ 15 ປີ ແຫ່ງການຄົ້ນຄວ້າ ແລະ ເກ້ຍ​ກ່ອມເພື່ອໃຫ້ UNESCO ສະໜັບສະໜູນ, ໂຄງການລົງທຶນອານຸລັກ, ບູລະນະ ແລະ ຟື້ນຟູ ວັງ​ກິ໋ທຽນ ໄດ້ຮັບການ​ລົງ​ມື​ກໍ່​ສ້າງຢ່າງເປັນທາງການ. ຕາມສູນອານຸລັກມໍລະດົກ ທັງລອງ ຮ່າໂນ້ຍແລ້ວ, ການຟື້ນຟູ ພະ​ລາຊະວັງ​ກິ໋ງ​ທຽນໄດ້ຮັບການຄົ້ນຄວ້າຢ່າງຖີ່ຖ້ວນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານວິທະຍາສາດພາຍໃນປະເທດ ແລະ ​ຂໍ້ສະ​ເໜີແນະນຳຂອງ UNESCO ​ກໍ່​ຄື ສະພາສາກົນວ່າດ້ວຍບູ​ຮານ​ສະຖານ ແລະ ​ແຫຼ່ງບູຮານຄະ​ດີ (ICOMOS), ດ້ວຍເປົ້າໝາຍສູງສຸດແມ່ນເພື່ອອານຸລັກ​ຮັກ​ສາ ແລະ ເພີ່ມຄຸນຄ່າອັນພົ້ນເດັ່ນລະດັບໂລກຂອງມໍລະດົກ.

ທ່ານ ຫງວຽນ ແທັງ ກວາງ, ຜູ້ອຳນວຍການສູນອານຸລັກມໍລະດົກ ທັງລອງ – ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ຍຸດທະສາດວ່າ​ດ້ວຍ​ການຂຸດຄົ້ນບູຮານຄະດີເທື່ອລະກ້າວ ແລະ ກ້າວໄປເຖິງການ​ວາດ​ພາບຄືນໃຫມ່ພາ​ລະ​ບົດ​ບາດທັງໝົດ​​ຂອງເຂດ​ເດີນ ລອງ​ຈີ່ ແລະ​ດານ​ຈີ, ໃນນັ້ນມີການປະ​ຕິ​ບັດ​ບັນ​ດາ​ພິ​ທີ​ການປະ​ເພ​ນີ ທີ່ບັນພະບຸລຸດຂອງພວກເຮົາເຄີຍປະຕິບັດ. ແລະ ຢູ່ເທິງຖານພະລາດຊະວັງກິ໋ງທຽນ, ພວກເຮົາຈະຄ່ອຍໆວາດ​ພາບ​ຄືນພື້ນທີ່ຂອງພະລາດຊະວັງກິ໋ງທຽນ. ປະຈຸບັນ ພວກຂ້າ​ພະ​ເຈົ້າກຳລັງ​ຜັນ​ຂະ​ຫຍາຍ​ແຕ່ລະຂັ້ນຕອນ ແລະ ປາດຖະໜາວ່າ ພະລາດຊະວັງກິ໋ງທຽນ ແລະ ພື້ນທີ່ຫຼັກຂອງພະລາດຊະວັງກິ໋ງທຽນ ຈະເປັນຮູບເປັນຮ່າງໃນເຂດພະ​ລາ​ຊະ​ວັງທັງລວມກ່ອນປີ 2030. ນີ້ແມ່ນວິທີການອະທິບາຍ ແລະ ນຳສະເໜີສຳຄັນທີ່ສຸດ ແລະ ດີທີ່ສຸດເຖິງນັກທ່ອງທ່ຽວ ເວລາທີ່​ເຂົາ​ເຈົ້າມາຢ້ຽມຊົມເຂດພະ​ລາ​ຊະ​ວັງ​ທັງ​ລອງ."

ຈາກບັນດາຮາກຖານ ແລະ ຮ່ອງຮອຍທີ່ຍັງເຫຼືອນັ້ນ, ເລື່ອງລາວ​ກ່ຽວກັບທັງລອງໃນ​ເມື່ອ​ກ່ອນ ໄດ້ເຊື່ອມຕໍ່ກັບປະຈຸບັນ ແລະ ເລົ່າສືບຕໍ່ໃນ​ພາຍ​ພາກ​ໜ້າ. ການຄຸ້ມ​ຄອງ, ບູລະນະ ແລະ ຟື້ນຟູພະລາຊະວັງກິ໋ງທຽນ, ບໍ່ພຽງແຕ່ແນ​ໃສ່ຟື້ນຟູ​ກິດ​ຈະ​ກຳສະຖາປັດຕະຍະກຳເທົ່ານັ້ນ, ຫາກ​ສິ່ງສຳຄັນກວ່ານັ້ນ​ແມ່ນບາດກ້າວເລີ່ມຕົ້ນປະຕິບັດວິໄສທັດແກນກາງຂອງພະລາຊະວັງທັງລອງ ຮອດປີ 2035 ບົນພື້ນຖານວິໄສທັດ 100 ປີຂອງແຜນຜັງສັງ​ລວມນະຄອນຫຼວງຮ່າໂນ້ຍ./.