40 ປີແຫ່ງນ້ຳໃຈສາມັກຄີ, ປ່ອງດອງຊາດ

40 ​ປີ​ແຫ່ງ​ນ້ຳ​ໃຈ​ສາ​ມັກ​ຄີ, ປ່ອງດອງ​ຊາດ

ໃນ​ຊຸມມື້​ຂອງ​ເດືອນ 4/1975, ເມື່​ອ​ພາກ​ໃຕ້​ຫວຽດ​ນາມ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ, ມີ​ຊາວ​ຫວຽດ​ນາມ ຫລາຍ​ຄົນ ທີ່ເຄີຍ​ຮັບ​ໃຊ້​ລະ​ບອບ​ເກົ່າ ໄດ້​ເລ​ືອກ​ເຟັ້ນ​​ ​ບ້ານ​ເກີດ​ເມືອງນອນ​ເປັນ​ບ່ອນດຳ​ລົງ​ຊີ​ວິດ​ຂອງ​ຕົນ​ແທນ​ທີ່​ຈະໄປ​ອາ​ໄສ​ຢູ່ຕ່າງ​ປະ​ເທດ.

ທ່ານ ຫງວຽນ​ວັນ​ຮຸ່ງ, ປະ​ຈຸ​ບັນພວມດຳ​ລົງ​ຊີ​ວິດ​ຢູ່​ຕາ​ແສງ 14 ເມືອງ ກໍ່ເວີບ, ​ເປັນນັກ​ຮົບ​ເກົ່າ ທີ່​ເຄີຍຮັບ​ໃຊ້ອຳ​ນາດ​ການ​ປົກ​ຄອງຫຸ້ນ​ໄຊ​ງ່ອນ. ພາ​ຍ​ຫລັງພາກ​ໃຕ້​ໄດ້​ຮັບ​ການ​ປົດ​ປ່ອຍ, ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ, ທ່ານ​ຖືກ​ສົ່ງ​ໄປ​ຮຽນ​ການ​ເມືອງ 2 ປີ ແລ້ວ​ກັບ​ຄືນ​ເມືອ​ດຳ​ລົງ​ຊີ​ວິດ​ກັບ​ຄອບ​ຄົວ, ຕັ້ງ​ຫ​ນ້າ​ທຳ​ມາ​ຄ​້າ​ຂາຍ. ປະ​ຈຸ​ບັນ, ທ່ານ​ຮຸ່ງ ເປັນ​ເຈົ້າ​ຂອງ​ຮ້ານ​ອາ​ຫານ​ຢູ່ນະ​ຄອນ ໂຮ່​ຈິ​ມິນ ​ແລະ ມີ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ທ່ານ ຮຸ່ງ​ເວົ້າ​ວ່າ:

        “ລັດ​ຫວຽດ​ນາມ ບໍ່​ບັງ​ຄັບ​ຜູ້​ໃດ​. ປະ​ເທດ​ຫວຽດ​ນາມ ພວ​ມຢູ່​ໃນ​ທ່າ​ພັດ​ທະ​ນາ​ຢ່າງ​ແຮງ, ການ​ເມືອງ​ມີສະ​ຖຽນ​ລະ​ພາບ. ລຸ້ນ​ຫ​ນຸ່ມ​ປະ​ຈຸ​ບັນມີ​ກຳ​ລັງຄວາ​ມ​ສາ​ມາດ. ນັ້ນ​ແມ່ນ​​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ພັດ​ທະ​ນາ.”

ສຳ​ລັບ ​ປ້າ ຟານ​ຮ່​ວານງອກ​ຕວຽດ ຢູ່​ເມືອງ 12, ເດືອນ 4/1975 ຄອບ​ຄົວທ່ານ​ນາງ ຕົກ​ລົງ​ບໍ່​ໄປ​ອາ​ໄສ​ຢູ່ ອາ​ເມ​ລິ​ກາ ຫາກ​ດຳ​ລົງ​ຊີ​ວິດ​ຢູ່​ບ້າ​ນ​ເກີດ​ເມືອງນອນ, ສ້າງ​ຊີ​ວິດ​ໃຫມ່, ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຫລາຍ​ຢ່າງ​ກໍ​ຕາມ. ແຕ່​ສິ່ງ​ທີ່​ທ່ານ​ນາງ​ຮູ້​ສຶກ​ປ​ິ​ຕ​ິ​ຊົມ​ຊື່ນ ນັ້ນ​ແມ່ນ​ຄອບ​ຄົວ​ຂອງ​ປ້າບໍ່​ຖືກ​ຈຳ​ແນກ​ປະ​ພຶດ​ຕໍ່, ກົງ​ກັນ​ຂ້າມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ການຊ່ວຍ​ເຫລືອ​ຈາກ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ.

        “ຕ້ອງ​ຫລົງ​ລື​ມ​ອະ​ດີດ​ຕະ​ການ​ເພື່ອ​ໃຫ້​ລຸ້ນ​ຫ​ນຸ່ມ​ກໍ່ສ້າງ​​ປະ​ເທດ​ຊາດ​ໃຫ້​ພັດ​ທະ​ນາກວ່າ. ​ໃນຄອບ​ຄົວ​ຂ້າ​ພະ​ເຈົ້າ​​ ລູກ​ຊາຍ​ຜູ້​ຫ​ນຶ່ງ​ຖືກ​ຜົນ​ສະ​ທ້ອນ​ຈາກ​ທາດ​ພິດ​ສີ​ສົ້ມ , ພວກ​ຂ້າ​ພະ​ເຈົ້າ​ກໍໄດ້​ຮັບ​ການ​ຫ​ນູນ​ຊ່ວຍ​ຈາກ​ລັດ​ຢ່າງ​ຄົບ​ຖ້ວນ. ແຕ່​ລະ​ເດືອນ​ກໍ​ໄດ້​ຮັບ​​ເງິນອຸດ​ຫ​ນູນ, ປະ​ກັນ​ສຸ​ຂະ​ພາບ, ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ກໍ​ໄດ​້​ຮັບ​ຂອງ​ຂວັນ ແລະ ຈຳ​ນວນ​ເງິນ 800.000-900.000 ດົງ, ຂີ່​ລົດ​ເມບໍ່​ຕ້ອ​ງ​ເສຍ​ຄ່າ​ອີກ.”

ສ່ວນ​ສາດ​ສະ​ດ​າ​ຈານ, ທ່ານ​ໝໍ ເຈີນ​ດົງ​ອາ, ອະ​ດີດ​ຮອງ​ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ເດັກ 2, ພາ​ຍ​ຫລັງ​ພາກ​ໃຕ້​ໄດ້​ຮັບ​ການ​ປົດ​ປ່ອຍ, ທ່ານ​ມີ​ໂອ​ກາດ​​ໄດ້ຮັບ​ຫ​ນ້າ​ທີ່​ຢູ່​ໂຮງ​ໝໍ​ເດັກ 2 ແລະ ນັບ​ແຕ່ເວ​ລານັ້ນຊີ​ວິດ​ຂອງ​ທ່ານ​ກໍ່ປ່ຽນ​ແປງ​​ໄປ​ນຳ. ດ້ວຍ​ວິຊາ​ສະ​ເພາະ ແລະ ອາ​ລົມ​ຈິດ​ຂອງ​ຕົນ​, ທ່ານ​ໄດ້​ປິ່ນ​ປົວ​ພະ​ຍາດ​ໃຫ້​ແກ່​ເດັກ​​ເປັນພະ​ຍາດ​ມາ​ແຕ່​ເກີດ​ນັບ​ພັນໆ​ຄົນ. ໂດຍ​ຮັບ​ຮູ້​ຄຸນ​ງາມ​ຄວາມ​ດີ​ຂອງ​ທ່ານສຳ​ລັບ​ຂະ​ແຫນງ​ການ​ແພດ, ລັດ​ຫວຽດ​ນາມ ໄດ້​ມອບ​ນາ​ມ​ມະ​ຍົດ​ທ່ານ​ໝໍ​ປະ​ຊາ​ຊົນ, ວິ​ລະ​ຊົນ​ແຮງ​ງານ ​ໃຫ້​ແກ່​ທ່ານ​.

  ປະ​ເທດ​ຊາດ​ໂຮມ​ເປັນ​ເອ​ກະ​ພາບ, ມີ​ສະ​ຖຽນ​ລະ​ພາບ ແລະ ສະ​ຫງົບ​ສຸກ, ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ປ່ອງ​ດອງ​, ສາ​ມັກ​ຄີ ແມ່ນ​ສະ​ແດງ​ອອກຢ່າງ​ຈະ​ແຈ້ງ​ໃນ​ແຕ່​ລະ​ຄອບ​ຄົວ ສິ່ງ​ດັ່ງກ່າວໄດ້​ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ໝັ້ນ​ແກ່ນ​ເພື່ອ​ໃຫ້​ປະຊາຊົນທັງ​ຊາດ ພ້ອມ​ກັນ​ສ້າງ​ສາ​ປະ​ເທດ​ຊາດ. ນັ້ນກໍ​ແມ່ນ​ກຳ​ລັງ​ແຮງ​​ແຫ່ງເຈດ​ຈຳ​ນົງ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ຄວາມມ​ຸ່ງ​ຫວັງ​ສັນ​ຕິ​ພາບ ແລະ ປ່ອງດອງ​ຊາດ​ຂອງ​ຊາວຫວຽດ​ນາມ.

40 ປີແຫ່ງນ້ຳໃຈສາມັກຄີ, ປ່ອງດອງຊາດ - ảnh 1
ນະ​ຄອນ​ໂຮ່​ຈິ​ມີນ​ປະ​ຈຸ​ບັນ
ພາບ:internet

ນະ​ຄອນ​ໂຮ່​ຈິ​ມີນ, 40 ປີ​ບື່ນ​ຕົວ​ຂຶ້ນ​ພ້ອມ​ກັບ​ປ​ະ​ເທດ​ຊາດ

ພາຍ​ຫລັງ 40 ປີ ນັບ​ແຕ່​ມື້​ໄດ້​ຮັບ​ການ​ປົດ​ປ​່ອຍ, ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ, ສິ່ງ​ທົດ​ສອບ​ນາໆ​ປະ​ການ, ນັບ​ມື້​ນັບ​ເຕີບ​ໃຫ​ຍ່ ແລະ ກາຍ​ເປັນ​ຕົວ​ເມືອງ​ພິ​ເສດ, ເປັນ​ສູນ​ກາງ​ໃຫ​ຍ່​ທາງ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ບຳ​ລຸງ​ສ້າງ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ທົ່ວ​ປະ​ເທດ. ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊົນ, ນະ​ຄອນ​ໂຮ່​ຈິ​ມີນ​ແມ່ນ​ນະ​ຄອນ​ທັນ​ສະ​ໄຫມ, ຂະ​ຫ​ຍັນ​ຂັນ​ເຄື່ອນ ແລະ ມີຫົວ​ຄິດ​ປະ​ດິດ​ສ້າງ.

​ເມື່ອ​ກັບ​ຄືນ​ເມືອຢ້ຽມ​ຢາມ​​ນະ​ຄອນ ໂຮ່​ຈິ​ມີນ, ທ່ານ ຫງວຽນ​ຫືວ​ທາຍ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ກໍ​ຮູ້​ສຶກ​ໄດ້​ຄວາມ​ຫ​ຍຸ້ງ​ຍາກ​ຊື່ງ​ນະ​ຄອນ ໄດ້​ຜ່ານ​ຜ່າ ແລະ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ປະ​ຈັກ​ຕາ ນະ​ຄອນ​ໂຮ່​ຈິ​ມີນ ພັດ​ທະ​ນາ​ຄື​ປະ​ຈຸ​ບັນ.

        ໃນ​ຊຸມ​ປີ​ຜ່ານ​ມາ ນະ​ຄອນ​ໂຮ່​ຈີ​ມີນ ໄດ້​ນຳ​ໃຊ້, ປະ​ຕິ​ບັດ​ແນວ​ທາງ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ດ​ຣ ເຈີນ​ຢູ​ລີກ, ຮອງ​ຫົວ​ຫ​ນ້າ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ​ໂຮ່​ຈິ​ມີນ ຖື​ວ່າ:

        “ນະ​ຄອນ​ໂຮ່​ຈີ​ມີນ ​ໄດ້ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຫລາຍ​ຢ່າງ. ແມ່ນ​ນະ​ຄອນ​ທຳ​ອິດ​ປະ​ຕິ​ບັດ​ທົດ​ລອງການ​ປ່ຽນ​ແປງ​ໃຫມ່​ກ່ຽວ​ກັບ​ການຜະ​ລິດ​ເປັນ​ສິນ​ຄ້າ. ພາຍ​ຫລັງ​ໄລ​ຍະ​ປ່ຽ​ນ​ໃຫມ່, ນະ​ຄອນ​ໂຮ່​ຈິ​ມີນ​ໄດ້ນຳ​ຫ​ນ້າ​ໃນ​ການກໍ່​ສ້າງ​ເຂດ​ຜະ​ລິດ​ສົ່ງ​ອອກ, ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ເອ​ກະ​ຊົນ.”

ຍ້ອນ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ບາດ​ກ້າວ​ບຸກ​ທະ​ລຸ, ສະ​ນັ້ນ ໃນ​ໄລ​ຍະ 2011- 2014, ​ລາຍ​ຮັບສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນ​ລຸ 5000 USD. ປະ​ຈຸ​ບັນ ນະ​ຄອນ ປະ​ກອບ 21% GDP ໃຫ້​ທັງ​ປະ​ເທດ, 30% ແຫລ່ງ​ລາຍ​ຮັບ​ງົບ​ປະ​ມານ​ແຫ່ງ​ຊາດ ແລະ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ດຶງ​ດູດ​ການ​ລົງ​ທຶນ​ໃຫ​ຍ່​ສຸດ​ຂອງ​ທັງ​ປະ​ເທດ. ອ້າຍ ຫງວຽນ​ຕຽນ​ດາດ, ພະ​ນັກ​ງານ ສະ​ມ​າ​ຄົມ​ຊາວ​ກະ​ສິ​ກອນ ເມືອງ ບີງ​ແຈງ ແບ່ງ​ປັນ​ວ່າ:

        “ພາຍ​ຫລັງ 40  ປີ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ, ໂສ​ມ​ຫ​ນ້າ​ຂອງ​ນະ​ຄອນ​ໂຮ່​ຈີ​ມີນ ນັບ​ມື້​ນັບ​ທັນ​ສະ​ໄຫມ ດ້ວຍ​ຫລາຍ​ກິດ​ຈະ​ກຳ​ໃຫ​ຍ່​ລະ​ດັບ​ຊາດ, ລະ​ດັບ​ພາກ​ພື້ນ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່​ນ​ຫລາຍ ແລະ ຮູ​້​ສຶກ​ໂຊກ​ດີ​ທີ່​ເປັນພົນ​ລະ​ເມືອງ​ຂອງ​ນະ​ຄອນ.”

        ​ໂດຍ​ແມ່ນ​ຕົວ​ເມືອງ​ພິ​ເສດ, ແມ່ນ​ສູນ​ກາງ​ໃຫ​ຍ່​ທາງ​ດ້ານ​ເສດ​ຖ​ະ​ກິດ, ວັດ​ທະ​ນະ​ທຳ, ການສຶກ​ສາ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນຳ​ຫ​ນ້າ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້, ນະ​ຄອນ​ໂຮ່​ຈິ​ມີນ ​ຍັງ​​ກຳ​ນົດ​ທິດ​ທາງ​ກາຍ​ເປັນ​ສູນ​ຮ່ວມ​ສຳ​ພັນ​ຂອງ​ເຂດ, ປະ​ເທດ​ຊາດ ແລະ ຂອງ​ພາກ​ພື້ນ ອາ​ຊຽນໃນ​ອະ​ນາ​ຄົດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ