ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນິງ

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນິງ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າມບິ່ງ​ມິ​ງ ​)

(vovworld) - ​ໂດຍ​ປະຕິບັດ​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ກ່ອນ​ຈັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 8/3, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າມບິ່ງ​ມິ​ງ ​ແລະ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ ກວາງ​ນິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ ອວງບີ໋, ​ແຂວງ ກວາງ​ນິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າມບິ່ງ​ມິ​ງ ​ໄດ້​ແຈ້ງ​ໃຫ້​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງຊາບ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສຸດ​ທ້າຍ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ ຂອງ​ສະພາ​ແຫ່ງ​ຊາດ​ຊຸດຊຸດ​ຕໍ່​ໄປ. ​ໃນ​ຕະຫຼອດ​ອາຍຸ​ການ​ຜ່ານ​ມາ, ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ ກວາງ​ນິງ ​ໄດ້​ເຂົ້າຮ່ວມການ​ປຶກສາ​ຫາລື​ບັນດາ​ບັນຫາ​ຢູ່​ສະພາ​ແຫ່ງ​ຊາດ​ຢ່າງ​ຕັ້ງໜ້າ. ຮັບ​ເອົາ ​ແລະ ສະ​ເໜີ​ບັນດາ​ອົງການ​ມີ​ສິດ​ອຳນາດ​ແກ້​ໄຂ​ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ 1500 ກວ່າຂໍ້.

ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າມບິ່ງ​ມິ​ງ ​ແລະ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ ກວາງ​ນິງ ສືບ​ຕໍ່ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ເມືອງ ດົງ​ຈ່ຽວ, ​ແຂວງ ກວາງ​ນິງ.

 

ຂ່າວ/ບົດ​ອື່ນ