ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນາມ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງແຂວງກວາງນາມ - ảnh 1
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດ
ເລືອກຕັ້ງແຂວງກວາງນາມ

(vovworld) –  ​ໂດຍ​ປະ​ຕິ​ບັດ​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 7/3, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ແຂວງ ກວາງ​ນາມ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກຕັ້ງ​ເມືອງ​ເຂດ​ພູ​ສູງ ນາມ​ຈ່າ​ມີ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ ຜູ້​ມີ​ສິດ​ເລືອກຕັ້ງ ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ພ້ອມ​ກັນ​ກໍ່ສ້າງ​ເມືອງ​ເຂດ​ພູ​ສູງ ນາມ​ຈ່າມ​ີ ​​ໃຫ້ໝັ້ນຄົງ, ​ເຂັ້ມ​​ແຂງ​ໃນ​ທຸກ​ດ້ານ:

        “ພວກ​ຂ້າພະ​ເຈົ້າ​​ໄດ້ຮັບ​ຟັງ​ຄຳ​ເຫັນ​ຂອງ​ພໍ່​ແມ່​ປະຊາຊົນ​ເພື່ອ​ສືບ​ຕໍ່​ປະກອບສ່ວນ​ໃຫ້​ ພັກ, ລັດ, ສະພາ​ແຫ່ງ​ຊາດ ບັນດາ​ບັນຫາ​ທີ່​ໄດ້​ວາງ​ອອກຄື: ຕ້ອງ​ມີ​ນະ​ໂຍບາຍ​ດີ​ກ່ວາ, ຍູ້​ແຮງ​ອຸດສາຫະກຳ, ບໍລິການ​ຢູ່​ບັນດາ​ເຂດ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ… ພວກ​ເຮົາ​ສຸມ​ໃສ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ສຳຄັນ. ​ເມືອງ​ຕ້ອງ​ສ້າງວາງ​ແຜນ​ຜັງ​ໃຫ້ດີ​ກ່ວາ​ອີກ​​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ຊຸມ​ໃສ່​ສູງ​ກ່ວາ, ດີ​ກ່ວາ​ອີກ​ເພື່ອ​ທັງຜະລິດ​ກະສິກຳ, ປ່າ​​ໄມ້ທັງ​ມີ​ການ​ຄ້າ.​”


ຂ່າວ/ບົດ​ອື່ນ