ການນຳປະເທດຕ່າງໆສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະເທດປະເທດເຈິ່ນດ້າຍກວາງ

(VOVWORLD) - ວັນທີ 21 ກັນຍາ, ທ່ານ ຫຼີຈານຊູ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ...
ການນຳປະເທດຕ່າງໆສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະເທດປະເທດເຈິ່ນດ້າຍກວາງ - ảnh 1ທ່ານປະທານປະເທດ ເຈິ່ນດ້າຍກວາງ

ວັນທີ 22 ກັນຍາ, ທ່ານ ຫວາງຈີ໋ຊານ, ຮອງປະທານປະເທດ ສປ ຈີນ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ. ວັນທີ 21 ກັນຍາ, ທ່ານ ຫຼີຈານຊູ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ. ແລະກໍ່ໃນວັນດຽວກັນ, ທ່ານ ຫວາງອີ, ກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດ ສປ ຈີນ ໄດ້ສົ່ງໂທລະເລກໄປຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ.

        ວັນທີ 21 ກັນຍາ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Hunsen ກໍ່ໄດ້ສົ່ງໂທລະເລກເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂດຍແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ. ເນື້ອໃນໂທລະເລກມີຕອນຂຽນວ່າ: “ການຈາກໄປຂອງທ່ານ ເຈິ່ນດ້າຍກວາງ, ເຊິ່ງເປັນການນຳທີ່ເປັນໜ້າເຄົາລົບນັບຖືຂອງປະເທດຊາດ ແລະ ປະຊາຊົນ ຫວຽດນາມ, ແມ່ນເພື່ອນມິດທີ່ດີຂອງປະເທດ ກຳປູເຈຍ, ນີ້ແມ່ນການສູນເສຍອັນໃຫຍ່ຫຼວງທີ່ສຸດ. ໃນຊ່ວງເວລາອັນໂສກເສົ້ານີ້, ຂ້າພະເຈົ້າຂໍແບ່ງເບົາຄວາມທຸກໂສກຕໍ່ທ່ານ ແລະ ປະຊາຊົນ ຫວຽດນາມ ທຸກຄົນ.”

        ແລະກໍ່ໃນວັນດຽວກັນ, ຜູ້ຮັກສາການປະທານສະພາສູງ ກຳປູເຈຍ ທ່ານ Nay Pena ກໍ່ໄດ້ສົ່ງໂທລະເລກເຖິງທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແບ່ງເບົາຄວາມເສົ້າສະຫຼົດໃຈກ່ຽວກັບການເຖິງແກ່ມໍລະນະກຳຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ.

        ໃນວັນທີ 21 ກັນຍາ, ທ່ານ Raul Castro Ruz, ເລຂາທີໜຶ່ງພັກກອມມູນິດ ກູບາ ໄດ້ສົ່ງໂທລະເລກເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ  ຫງວຽນຝູຈ້ອງ ໂດຍແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ. ໂທລະເລກໄດ້ຊີ້ແຈ້ງວ່າ: ຂ້າພະເຈົ້າມີຄວາມໂສກເສົ້າສາຍດາຍເມື່ອຮູ້ຂ່າວວ່າ ທ່ານປະທານປະເທດ ສສ ຫວຽດນາມ ເຈິ່ນດ້າຍກວາງ  ເຖິງແກ່ມໍລະນະກຳ. ໂດຍຕາງໜ້າໃຫ້ພັກກອມມູນິດ, ປະຊາຊົນ ກູບາ ແລະ ໃນນາມສ່ວນຕົວ, ຂໍຝາກຄຳແບ່ງເບົາຢ່າງສຸດຊຶ້ງຕໍ່ທ່ານ ກໍ່ຄືມາຍັງຄອບຄົວ ແລະ ຍາດຕິພີ່ນ້ອງຂອງທ່ານປະເທດປະເທດ ເຈິ່ນດ້າຍກວາງ. ທ່ານ ເຈິ່ນດ້າຍກວາງ ແມ່ນເພື່ອນມິດຂອງຊາວ ກູບາ ແລະ ແມ່ນຜູ້ຊຸກຍູ້ການພົວພັນປະຫວັດສາດມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດພວກເຮົາຢ່າງຕັ້ງໜ້າ.

        ທ່ານ Miguel Diaz – Canel Bermudez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ. ກູບາ ກໍ່ໄດ້ຝາກໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ