ການນຳພັກ, ລັດ ເຂົ້າຂ່ຳນັບສູສານປະທານ ໂຮ່ຈີມິນ

(VOVWORLD) -ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນ, ເຄົາລົບນັບຖືຕໍ່ຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດການປະຕິວັດຂອງພັກ ແລະ ຊາດ ຫວຽດນາມ
ການນຳພັກ, ລັດ ເຂົ້າຂ່ຳນັບສູສານປະທານ ໂຮ່ຈີມິນ - ảnh 1ການນຳພັກ, ລັດ ເຂົ້າຂ່ຳນັບສູສານປະທານ ໂຮ່ຈີມິນ
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2022), ຕອນເຊົ້າວັນທີ 27 ເມສາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພ້ອມກັບຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນສູນກາງ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍດອກໄມ້, ທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຖະໜົນ ບັກເຊີນ (ຮ່າໂນ້ຍ).

        ຢູ່ທີ່ນີ້, ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນ, ເຄົາລົບນັບຖືຕໍ່ຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດການປະຕິວັດຂອງພັກ ແລະ ຊາດ ຫວຽດນາມ; ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງບັນດາລູກຫຼານດີເດັ່ນຂອງຊາດ ທີ່ໄດ້ເສຍສະຫຼະເລືອດເນື້ອ, ຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດເພື່ອພື້ນຖານເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ