ອີຣານ ຢັ້ງຢືນ ອາດຈະເສີມທາດຢູຣານຽມໃນລະດັບ 20% ພາຍໃນ 2 – 3 ວັນ

(VOVWORLD) -ເຕເຮຣານ ອາດຈະເຊື່ອມຕໍ່ການເຄື່ອນໄຫວເສີມທາດຢູຣານຽມໃຫ້ຢູ່ລະດັບ 20% ພາຍໃນ 2 ວັນ.
ອີຣານ ຢັ້ງຢືນ ອາດຈະເສີມທາດຢູຣານຽມໃນລະດັບ 20% ພາຍໃນ 2 – 3 ວັນ - ảnh 1ບ່ອນເສີມທາດຢູຣານຽມ ຕັ້ງຢູ່ຫ່າງຈາກນະຄອນຫຼວງ ເຕເຮຣານ 420 ກິໂລແມັດ (ພາບ: AFP/TTXVN)

        ວັນທີ 03 ກັນຍາ, ທ່ານ Behrouz Kamalvandi ໂຄສົກຂອງອົງການພະລັງງານປະລະມານູ ອີຣານ (AEOI) ໃຫ້ຮູ້ວ່າ ເຕເຮຣານ ອາດຈະເຊື່ອມຕໍ່ການເຄື່ອນໄຫວເສີມທາດຢູຣານຽມໃຫ້ຢູ່ລະດັບ 20% ພາຍໃນ 2 ວັນນີ້. ການເສີມທາດຢູຣານຽມໃຫ້ຢູ່ໃນລະດັບ 20% ໄດ້ຮັບຖືວ່າ ແມ່ນບາດກ້າວສໍາຄັນໃນການຮັບເອົາທາດຢູຣານຽມບໍລິສຸດຢູ່ລະດັບ 90%, ເຊິ່ງເປັນທາດທີ່ຈໍາເປັນເພື່ອຜະລິດລູກລະເບີດນິວເຄຼຍ.

        ກ່ອນໜ້ານັ້ນ, ທ່ານ Ali Rabiei ໂຄສົກລັດຖະບານ ອີຣານ ໄດ້ກ່າວເຕືອນວ່າ ປະເທດນີ້ “ຈະມີບາດກ້າວເດີນຄັ້ງໃຫຍ່” ເກີນຂອບເຂດຂໍ້ຕົກລົງນິວເຄຼຍປະຫວັດສາດ, ເຊິ່ງມີຊື່ເອີ້ນວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ທີ່ໄດ້ລົງນາມໃນປີ 2015 ກັບບັນດາປະເທດມະຫາອໍານາດ. ຖ້າຫາກຮອດກໍານົດເວລາສຸດທ້າຍແມ່ນວັນທີ 06 ກັນຍາ, ເອີຣົບຍັງບໍ່ສະເໜີໄດ້ບັນດາແບບວີທີໃໝ່ ເພື່ອໃຫ້ ອີຣານ ສົ່ງອອກນໍ້າມັນໃນສະພາບການທີ່ບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ພວມ “ບີບບັງຄັບ” ຂົງເຂດສົ່ງອອກແຖວໜ້າສໍາຄັນຂອງ ເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ