ໄຂງານຕະຫຼາດນັດຜະລິດຕະພັນກະເສດແຂວງເຊີນລາ

(VOVWORLD) - ງານຕະຫຼາດນັດເພື່ອແນໃສ່ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາແນະນຳບັນດາຜະລິດຕະພັນປອດສານພິດ ແລະ ການສົ່ງອອກຂອງແຂວງ ເຊີນລາ

ໄຂງານຕະຫຼາດນັດຜະລິດຕະພັນກະເສດແຂວງເຊີນລາ - ảnh 1ການສະແດງສິລະປະທີ່ພິທີໄຂ

ງານຕະຫຼາດນັດຜະລິດຕະພັນກະເສດປອດສານພິດ ແລະ ສົ່ງອອກຂອງແຂວງເຊີນລາ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 31 ສິງຫາ, ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ. ນີ້ແມ່ນງານຕະຫຼາດນັດຂະໜາດໃຫຍ່ທີ່ສຸດໂດຍແຂວງເຊີນລາ ຈັດຕັ້ງນັບແຕ່ກ່ອນມາຮອດປະຈຸບັນ, ໃນນັ້ນມີການເຂົ້າຮ່ວມຂອງ 14 ແຂວງ, ນະຄອນ, ບັນດາສະຫະກອນຢູ່ພາຍໃນ ແລະ ນອກແຂວງ, ມີຮ້ານວາງສະແດງ 350 ຮ້ານ, ໃນນັ້ນມີການເຂົ້າຮ່ວມວາງຂາຍສິນຄ້າຜະລິດຕະພັນຂອງປະເທດ ສປປ ລາວ.

        ງານຕະຫຼາດນັດເພື່ອແນໃສ່ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາແນະນຳບັນດາຜະລິດຕະພັນປອດສານພິດ ແລະ ການສົ່ງອອກຂອງແຂວງ ເຊີນລາ ແລະ ບັນດາແຂວງພູພຽງພາກເໜືອ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເກິ່ມງອັກມິງ, ປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ, ໃຫ້ຮູ້ວ່າ:

        “ງານຕະຫຼາດນັດແມ່ນໂອກາດເພື່ອເພີ່ມທະວີ, ເປີດກ້ວາງການພົວພັນແລກປ່ຽນລະຫວ່າງບັນດາວິສາຫະກິດເພື່ອແນໃສ່ຊອກຫາຄູ່ຮ່ວມມື, ກາລະໂອກາດ ແລະ ສ້າງຕັ້ງຕະຫຼາດໃຊ້ສອຍເປັນປົກກະຕິ, ຍູ້ແຮງການໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດ, ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ຍົກສູງມູນຄ່າເພີ່ມຜະລິດຕະພັນກະສິກຳ, ຍົກລະດັບເຄື່ອງໝາຍການຄ້າບັນດາຜະລິດຕະພັນກະເສດໃຫ້ສູງຂຶ້ນກ່ວາເກົ່າ.”

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ