ຫວຽດນາມ ແມ່ນພື້ນຖານເສດຖະກິດພວມພັດທະນາຢ່າງວ່ອງໄວ ດ້ວຍຄວາມຕອ້ງການດ້ານພະລັງງານເພີ່ມຂຶ້ນສະເລ່ຍ 8 – 10% ຕໍ່ປີ. ການເຕີບໂຕເສດຖະກິດຂອງ ຫວຽດນາມ ຕິດພັນກັບການໃຊ້ຈ່າຍພະລັງງານເພີ່ມຂຶ້ນ, ພິເສດໃນບັນດາຂະແໜງອຸດສາຫະກຳຜະລິດ, ປຸງແຕ່ງ ແລະ ສົ່ງອອກ. ດັ່ງນັ້ນ, ບັນຫາຄວາມໝັ້ນຄົງດ້ານພະລັງງານກາຍເປັນເສົາຄ້ຳຍຸດທະສາດ, ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແມ່ນການຮັບປະກັນລັກສະນະຕໍ່ເນື່ອງຂອງການເຕີບໂຕ.
ຫວຽດນາມ ໄດ້ນຳບັນຫາຄວາມໝັ້ນຄົງດ້ານພະລັງງານເປັນທິດທາງຍຸດທະສາດໃນບັນດານະໂຍບາຍໃຫຍ່ເຊັ່ນ ມະຕິສະບັບເລກທີ 55 – NQ/TW ແລະ ຫັນເປັນລະອຽດດ້ວຍແຜນຜັງໄຟຟ້າ VIII. ຫວ່າງບໍ່ດົນມານີ້ແມ່ນບົດສະຫຼຸບຂອງກົມການເມືອງ ກ່ຽວກັບຄຳຮຽກຮ້ອງຮັບປະກັນແຫຼ່ງສະໜອງນ້ຳມັນ, ຮັກສາຕະຫຼາດພະລັງງານພາຍໃນປະເທດໃຫ້ເປັນປົກກະຕິ. ສິ່ງທີ່ໜ້າສົນໃຈແມ່ນວິທີເຂົ້າເຖິງໃໝ່: ບໍ່ພຽງແຕ່ຮັບປະກັນມີໄຟຟ້າຢ່າງພຽງພໍເທົ່ານັ້ນ, ຫາກຍັງຕ້ອງຮັບປະກັນລັກສະນະຍືນຍົງ, ຫຼາຍຮູບຫຼາຍແບບ ແລະ ມີໄຫວພິບຂອງລະບົບພະລັງງານ.
ໜຶ່ງໃນບັນດາມາດຕະການເຊິ່ງ ຫວຽດນາມ ພວມຜັນຂະຫຍາຍແມ່ນຫັນແຫຼ່ງສະໜອງເປັນຫຼາຍຮູບຫຼາຍແບບ, ຊ່ວຍຫຼຸດຜ່ອນຜົນກະທົບຈາກການເໜັງຕີງລາຄາພະລັງງານທົ່ວໂລກ. ທ່ານ ຕະດິງທີ, ຮອງຫົວໜ້າຄະນະກຳມາທິການວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດ ຫວຽດນາມ ຖືວ່າ:
“ເລື່ອງຫັນປ່ຽນພະລັງງານຕ້ອງແມ່ນເສົາຄ້ຳສຳຄັນຂອງຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ. ສິ່ງດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຄຳໝັ້ນສັນຍາສາກົນຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງຫຼຸດຜ່ອນການເອື່ອຍອີງເຂົ້າບັນດາແຫຼ່ງເຊື້ອເພີງພະລັງງານນຳເຂົ້າ, ໂດຍສະເພາະແມ່ນພະລັງງານຟອກຊິວ ແລະ ຖືກສ່ຽງໄພຈາກການຜັນແປດ້ານພູມີສາດການເມືອງໄດ້ງ່າຍທີ່ສຸດ ແລະ ນີ້ແມ່ນຄວາມສາມາດບົ່ມຊ້ອນໃຫຍ່ທີສຸດຂອງພວກເຮົາ, ເຊັ່ນ: ແດດ, ລົມ, ບັນດາແຫຼ່ງພະລັງງານອື່ນໆ”.
ດ້ວຍຄວາມສາມາດບົ່ມຊ້ອນດ້ານແຫຼ່ງໄຟຟ້າແຮງລົມຢູ່ນອກຝັ່ງ ນັ້ນ, ນະຄອນ ໂຮ່ຈີມິນ ພວມຜັນຂະຫຍາຍບັນດາໂຄງການໄຟຟ້າແຮງລົມຢ່າງຮີບເຮັ່ງ, ເພື່ອຮອດປີ 2030 ບັນລຸເປົ້າໝາຍ 6.000 MW ແລະ ຮອດປີ 2050 ຂຶ້ນເຖິງ 91.500 MW. ທ່ານນາງ ຫງວຽນທິງອກ, ຮອງຜູ້ອຳນວຍການພະແນກອຸດສາຫະກຳ ແລະ ການຄ້ານະຄອນ ໂຮ່ຈີມິນ ຢັ້ງຢືນວ່າ:
“ທາງນະຄອນໄດ້ສ້າງຂໍ້ມູນສະໜອງພະລັງງານ, ຍູ້ໄວການລົງທຶນກໍ່ສ້າງຕາໜ່າງໄຟຟ້າ, ສາງ, ພື້ນຖານໂຄງລ່າງອາຍແກັດ, ປັບປຸງກົນໄກແຮໄວ້, ກຽມເພື່ອ ແລະ ປະສານສົມທົບລະຫວ່າງເຂດ, ຮັບປະກັນພະລັງງານຕິດພັນກັບການຫັນເປັນສີຂຽວ, ສະຖານີສາກ, logistic ສີຂຽວ. ພ້ອມກັນນັ້ນ, ຫັນແຫຼ່ງສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ, ພັດທະນາພື້ນຖານໂຄງລ່າງອາຍແກັດ, ເຊື່ອມຕໍ່ແຜນຜັງໂຄງລ່າງ”.
ການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນ ກໍປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແບບກຸ້ມຕົນເອງ, ມີໄຫວພິບ, ຍຸຕິທຳ, ກວມລວມ ແລະ ຍືນຍົງ. ບັ້ນເຄື່ອນໄຫວ “ມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ” ເຊິ່ງ ຫວຽດນາມ ໄດ້ຜັນຂະຫຍາຍໃນຫຼາຍປີຜ່ານມາ ນັບມື້ນັບໄດ້ຮັບການແຜ່ກະຈາຍຢ່າງຕັ້ງໜ້າໃນທົ່ວສັງຄົມ. ທ່ານ ລ້ານດຶກຕວັນ, ກົມນະວັດຕະກຳ, ຫັນເປັນສີຂຽວ ແລະ ສົ່ງເສີມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ:
“ການປະຢັດພະລັງງານ ຕ້ອງກາຍເປັນຄວາມຊີນເຄີຍປະຈຳວັນໃນການດຳເນີນຊີວິດ ແລະ ການຜະລິດ, ຈາກການນຳໃຊ້ອຸປະກອນປະຢັດໄຟຟ້າ, ຫັນຂັ້ນຕອນການຜະລິດໃຫ້ດີທີ່ສຸດ ຕະຫຼອດຮອດການໝູນໃຊ້ບັນດາມາດຕະການເຕັກໂນໂລຢີໃໝ່. ບັນດາການເຄື່ອນໄຫວອັນແທດຈິງນັ້ນ ຖ້າໄດ້ຮັບການຮັກສາຢ່າງຍາວນານໃນທົ່ວສັງຄົມ ຈຶ່ງຈະສ້າງປະສິດທິຜົນແບບຍືນຍົງໃນການນຳໃຊ້ພະລັງງານໄດ້”.
ຄວາມໝັ້ນຄົງດ້ານພະລັງງານ ບໍ່ພຽງແຕ່ແມ່ນບັນຫາຂອງຂະແໜງໄຟຟ້າ ຫຼື ຂະແໜງພະລັງງານເທົ່ານັ້ນ, ຫາກຍັງແມ່ນບັນຫາຂອງທົ່ວພື້ນຖານເສດຖະກິດອີກດ້ວຍ. ເລື່ອງເປັນເຈົ້າການຮັກສາຄວາມໝັ້ນຄົງດ້ານພະລັງງານນັ້ນ ຈະຕັດສິນຄວາມສາມາດຮັກສາລະດັບເຕີບໂຕສູງ, ຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ ແລະ ຍົກສູງຄວາມສາມາດແກ້ງແຍ້ງແຫ່ງຊາດ. ທ່ານ ຫງວຽນຮວ່າງລອງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ:
“ການຍົກສູງສະມັດຕະພາບນຳໃຊ້ພະລັງງານ ກໍແມ່ນໜຶ່ງໃນບັນດາປັດໄຈແກ່ນສານເພື່ອຍົກສູງກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດໃນວິວັດແຫ່ງການສ້າງໂຄງປະກອບຮູບແບບເຕີບໂຕຄືນໃໝ່. ສິ່ງດັ່ງກ່າວຮຽກຮ້ອງໃຫ້ຊຸກຍູ້ການເຄື່ອນໄຫວນະວັດຕະກຳຢ່າງແຂງແຮງ, ຖືເຕັກໂນໂລຢີ ແລະ ຫັນເປັນດີຈີຕອນເປັນພື້ນຖານ ເພື່ອນຳໃຊ້ພະລັງງານແບບຍືນຍົງກວ່າ. ພ້ອມທັງສົ່ງເສີມການບໍລິໂພກສີຂຽວ ແລະ ສ້າງວິຖີຊີວິດແບບຍືນຍົງ, ຜ່ານນັ້ນ ສ້າງການຫັນປ່ຽນຢ່າງຄົບຊຸດ ແລະ ຍາວນານໃນທົ່ວພື້ນຖານເສດຖະກິດ”.
ໃນໄລຍະຈະມາເຖິງ, ເມື່ອ ຫວຽດນາມ ກ້າວເຂົ້າສູ່ວົງໂຄຈອນພັດທະນາໃໝ່ ດ້ວຍເປົ້າໝາຍກາຍເປັນປະເທດມີລາຍຮັບປານກາງສູງແລ້ວ, ບົດບາດຂອງພະລັງງານຈະຍິ່ງມີຄວາມສຳຄັນກວ່າ. ບັນດາບາດກ້າວເດີນຂອງ ຫວຽດນາມ ມຸ່ງໄປເຖິງລະບົບພະລັງງານທີ່ປອດໄພ, ຍືນຍົງ ແລະ ມີໄຫວພິບນັ້ນ ບໍ່ພຽງແຕ່ຊ່ວຍພື້ນຖານເສດຖະກິດເຕີບໂຕເທົ່ານັ້ນ, ຫາກຍັງສ້າງພື້ນຖານໃຫ້ແກ່ຮູບແບບເຕີບໂຕສີຂຽວ, ກຸ້ມຕົນເອງ ແລະ ມີຄວາມສາມາດຕ້ານທານສູງຕໍ່ການຜັນແປໃນທົ່ວໂລກ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ