ການຖະແຫຼງຂ່າວກ່ຽວກັບການບູຊາເຈົ້າຊີວິດຮຸ່ງ - ວັນບຸນວິຫານຮຸ່ງ ແລະ ສັບປະດາວັດທະນະທຳ, ການທ່ອງທ່ຽວເຂດດິນແດນບັນພະບຸລຸດ ປີມະເມຍ 2026 (ພາບ: VOV) |
ການບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ແລະ ສັບປະດາວັດທະນະທຳ - ການທ່ອງທ່ຽວເຂດດິນແດນບັນພະບຸລຸດ ປີ 2026 ຈະດຳເນີນແຕ່ວັນທີ 7 – 21 ເມສາ (ກົງກັບວັນທີ 20 ເດືອນສອງ ຫາວັນທີ 5 ເດືອນສາມ ໄລ່ຕາມຈັນທະປະຕິທິນ). ລາຍການປີນີ້ຈະມີຫຼາຍຈຸດໃໝ່ທີ່ພົ້ນເດັ່ນ, ດ້ວຍການອະນຸລັກຮັກສາຄຸນຄ່າມູນເຊື້ອ ປະສານສົມທົບ ກັບເປີດກວ້າງການພົວພັນແລກປ່ຽນສາກົນ, ຂອບຂະໜາດ ແລະ ສະຖານທີ່ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ຮັບການເປີດກວ້າງກວ່າ, ສ້າງຫຼາຍເຫດການຕິດຕໍ່ນໍ່ເນື່ອງກັນໃນສັບປະດາວັດທະນະທຳ - ການທ່ອງທ່ຽວເຂດດິນແດນບັນພະບຸລຸດ
ມີການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງສືບຕໍ່ໄດ້ຮັບການຮັກສາ ແລະ ຈັດຕັ້ງຢ່າງຟົດຟື້ນຄື: ຕັ້ງຄ້າຍວັດທະນະທຳ, ການສະແດງ,ໂຄສະນາ, ແນະນຳບັນດາຜະລິດຕະພັນທ້ອງຖິ່ນ; ງານມະໂຫລາມສະແດງສິລະປະມວນຊົນແຂວງ ຟູ໋ເທາະ… ໄດ້ຈັດຕັ້ງຕາມ 18 ກຸ່ມຕາແສງ, ສ້າງການເຊື່ອມຕໍ່ເຂດ ແລະ ເພີ່ມທະວີການພົບປະແລກປ່ຽນ, ແຜ່ກະຈາຍວັດທະນະທຳຮາກຖານ. ໜຶ່ງໃນບັນດາຈຸດພົ້ນເດັ່ນແມ່ນງານບຸນວັດທະນະທຳພື້ນເມືອງຢູ່ຕາມທ້ອງຖະໜົນ ໄດ້ຮັບການຟື້ນຟູ ແລະ ເຊື່ອມຕໍ່ກັບລາຍການ “ສີສັນການທ່ອງທ່ຽວເຂດດິນແດນບັນພະບຸລຸດ”.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
