ສຳລັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ, ຍາມໃດ ຫວຽດນາມ ກໍ່ແມ່ນເພື່ອນຜູ້ສະໜິດສະໜົມ, ໃກ້ຊິດ. ໃນບັນດາຕຳແໜ່ງການນຳລາວ, ພິເສດແມ່ນເມື່ອດຳລົງຕຳແໜ່ງປະທານສະພາແຫ່ງຊາດລາວ, ຍາມໃດທ່ານກໍ່ສຸດຈິດສຸດໃຈເພື່ອຮັກສາ, ປັບປຸງ ແລະ ພັດທະນາການພົວພັນມິດຕະພາບອັນຍິ່ງໃຫ່ຍ, ນ້ຳໃຈສາມັກຄີພິເສດລະຫວ່າງສອງຊາດ, ສືບຕໍ່ມູນເຊື້ອອັນດີງາມຊື່ງການນຳລຸ້ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງຕະຫຼອດມາ.
ໂດຍໄດ້ກຳເນີດຈາກຄອບຄົວປະຕິວັດ, ທ່ານ ໄຊສົມພອນ ພົມວິຫານ ໄດ້ຊາບຊືມອາລົມຈິດຄວາມຮັກແພງອັນສັດຊື່ບໍລິສຸດ ຫວຽດນາມ-ລາວ ແຕ່ໄວ. ສຳລັບທ່ານແລ້ວ, ນັ້ນແມ່ນມໍລະດົກທີ່ຕ້ອງໄດ້ຮັກສາ ແລະ ສືບທອດກັນມາ. ບັນດາການພົບປະກັບການນຳ ຫວຽດນາມ ບໍ່ພງແຕ່ແມ່ນການເຄື່ອນໄຫວທາງການຕ່າງປະເທດເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງພັກ, ສອງລັດ ໃຫ້ປະກົດຜົນເປັນຈິງອີກດ້ວຍ. ທ່ານ ໄຊສົມພອນ ພົມວິຫານ ຍາມໃດກໍ່ໄດ້ສະຫງວນອາລົມຈິດຄວາມຮັກແພງຢ່າງເລິກເຊິ່ງ, ຈິງໃຈ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານເຄີຍເວົ້າວ່າ:
ສິ່ງທີ່ດີທີ່ສຸດຂອງທ່ານ ໄຊສົມພອນ ພົມວິຫານ ແມ່ນບັນດາອາລົມຈິດຄວາມຮັກແພງນັ້ນ ບໍ່ພຽງແຕ່ໄດ້ສະແດງອອກຜ່ານຄຳເວົ້າເທົ່ານັ້ນ, ຫາກຍັງໄດ້ສະແດງຢ່າງຈະແຈ້ງທີ່ສຸດຜ່ານຄວາມເອົາໃຈໃສ່, ການສະໜັບສະໜູນ ແລະ ບັນດາວຽກງານລະອຽດຂອງທ່ານ ທີ່ມີຕໍ່ການເພີ່ມທະວີການພົວພັນລະຫວ່າງສອງປະເທດ ແລະ ສອງສະພາແຫ່ງຊາດອີກດ້ວຍ. ທ່ານໄດ້ພ້ອມກັບບັນດາທ່ານໃນຄະນະປະຈຳສະພາແຫ່ງຊາດ ກໍ່ຄືບັນດາກຳມາທິການຂອງສະພາແຫ່ງຊາດ ຮັກສາການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການກັບ ຫວຽດນາມ ກ່ຽວກັບການປັບປຸງລັດຖະທຳມະນູນ, ສ້າງກົດໝາຍ, ຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ທ່ານໄຊສົມພອນ ພົມວິຫານ ເຄີຍເວົ້າວ່າ:
ຕາມທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລ້ວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສ້າງຂີດໝາຍພົ້ນເດັ່ນຫຼາຍຢ່າງໃນການພົວພັນ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງສອງສະພາແຫ່ງຊາດເວົ້າສະເພາະ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດ, ສະພາຍໄດ້ສ້າງຫຼາຍຂີດໝາຍໃນການຍົກສູງບົດບາດ, ຖານະຕຳແໜ່ງ, ຄຸນນະພາບ ແລະ ປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດລາວ, ປະກອບສ່ວນສ້າງລັດແຫ່ງກົດໝາຍ, ສ້າງລະບົບກົດໝາຍໃຫ້ສົມບູນແບບ ແລະ ຊຸກຍູ້ພາລະກິດແຫ່ງການພັດທະນາປະເທດຊາດ.
ສະຫາຍຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ແລະ ມີການປະກອບສ່ວນຢ່າງແທ້ຈິງ ໃນວຽກງານເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ຫວຽດນາມ ແລະ ລາວ, ຜ່ານນັ້ນນຳການຮ່ວມມືລະຫວ່າງສອງອົງການສ້າງກົດໝາຍກາຍເປັນຊ່ອງທາງສຳຄັນ, ປະກອບສ່ວນເພີ່ມພູນຄູນສ້າງ ໃຫ້ການພົວພັນແບບພິເສດລະຫວ່າງສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຈາກໄປແລ້ວ, ແຕ່ການປະກອບສ່ວນຂອງເພິ່ນຍັງສ້າງຂີດໝາຍສຳຄັນພິເສດໃນວິວັດການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ ລາວ.
