ໃນ​ກອ​ງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ແນະ​ນຳ​ເນື້ອ​ໃນ​ແກ່ນ​ສານ​ຂອງ​ແນວ​ຄິດ​ປະ​ທານ ໂຮ່​ຈີ​ມິນ ໂດຍ​ໄດ້​ສະ​ແດງ​ອອກຢ່າງ​ມີ​ຊີ​ວິດ​ຊີ​ວາ​ໃນນິພົນ “ໂຮ່​ຈີ​ມິນ ​ຄົບ​ຊຸດ” 15 ເຫຼັ້ມ ພ້ອມກັບ​ປຶ້ມ “ວັດ​ຈະ​ນາ​ນຸ​ກົມ ໂຮ່​ຈີ​ມິນ ວິ​ທະ​ຍາ​” 1 ເຫຼັ້ມ.

ນີ້​ແມ່ນ​ບາດ​ກ້າວ​ເດີນ​ໃໝ່​ໃນ​ການ​ຮ່ວມ​ມື​ຄົ້ນ​ຄວ້າ​ທິດ​ສະ​ດີ ແລະ ການ​ສຶກ​ສາ​ການ​ເມືອງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ຫວຽດ​ນາມ ແລະ ລາວ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ຜູ້​ບໍ​ລິ​ຫານ​ໜຸ່ມ​ຢູ່ຫຼາຍ​ແຂວງ, ນະ​ຄອນ​ຂອງ​ລາວ ທີ່​ພວມ​ຮ່ຳ​ຮຽນ, ຄົ້ນ​ຄວ້າຢູ່​ສະ​ຖາ​ບັນ ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ​ແລະ ຮອບ​ດ້ານກວ່າ​ກ່ຽວ​ກັບ​ຊີ​ວິດ, ພາ​ລະ​ກິດ​ການເຄື່ອນ​ໄຫວ​ປະ​ຕິ​ວັດ​ອັນ​ສະ​ຫງ່າ​ລາສີຂອງ​ປະ​ທານ ໂຮ່​ຈີ​ມິນ - ຜູ້​ກໍ່​ຕັ້ງ​ພື້ນ​ຖ​ານ​ໃຫ້​ແກ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ຫວຽດ​ນາມ - ລາວ.

ທ່ານ​ນາງ ປະ​ທຸມ​ພອນ ເພັດ​ວັນ​ຄຳ ຫົວ​ໜ້າ​ພະ​ແນກ​ຄຸ້ມ​ຄອງ​ການຮຽນ-ການສອນ, ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ​ແຂວງ ອຸ​ດົມ​ໄຊ ແບ່ງ​ປັນ​ວ່າ:

"ຜ່ານກອງ​ປະ​ຊຸມ​ຄັ້ງ​ນີ້ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ໄດ້ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຊີ​ວິດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ແນວ​ຄິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ, ເຊິ່ງ​ພວກ​ເຮົາ​ຈະ​ນຳ​ເອົາ​ບັນ​ດາ​ສິ່ງ​ເຫຼົ່າ​ນັ້ນ​ໄປ​ເປັນ​ແບບ​ຢ່າງ​ໃນ​ການ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຂອງ​ພວກ​ເຮົາ, ໝູນ​ໃຊ້​ທິດ​ສະ​ດີ​ຂອງ​ປະ​ທານ ໂຮ່​ຈີ​ມິນ ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ ເຮັດ​ໃຫ້​ວຽກ​ງານ​ຂອງ​ເຮົາ​ມີ​ປະ​ສິດ​ທິ​ພາບ, ປະ​ສິດ​ທິ​ຜົນ​ສູງ​ສຸດ".

ດ້ວຍ​ບົດ​ບາດ​ແມ່ນ​ສູນ​ກໍ່​ສ້າງ, ບຳ​ລຸງ​ພະ​ນັກ​ງານ ແລະ ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທິດ​ສະ​ດີ​ຂອງ​ປະ​ເທດ​ຊາດ, ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດລາວ ຍາມ​ໃດ​ກໍ​ໃຫ້​ຄວາມ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຄົ້ນ​ຄວ້າ, ໝູນ​ໃຊ້​ແນວ​ຄິດ ແລະ ບັນ​ດານິພົນ​ຂອງ​ປະ​ທານ ໂຮ່​ຈີ​ມິນ ເຂົ້າ​ໃນ​ວຽກ​ງານ​ການ​ສິດ​ສອນ.

ທ່ານ ຮ​ສ.ປອ ດາວ​ສະ​ຫວັນ ເຄືອ​ມີ​ໄຊ ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດລາວ ໃຫ້​ຮູ້​ວ່າ: ​ຖັນ​ແຖວ​ຄູ​ອາ​ຈານ​ຂອງ​ສະ​ຖານ​ບັນ ໄດ້​ສະຫຼັບບັນ​ດາ​ເນື້ອ​ໃນ​ແກ່ນ​ສານ​ຂອງ​ປະ​ມວນ​ປຶ້ມ​ດັ່ງ​ກ່າວ​ຄວບຄູ່ເຂົ້າ​ໃນ​ບົດ​ສອນ ເພື່ອ​ຖ່າ​ຍ​ທອດ​ເຖິງ​ບັນ​ດາ​ສຳ​ມະ​ນາ​ກອນຢ່າງມີປະສິດທິຜົນ. ທາງ​ສະ​ຖາ​ບັນ​ດ​ກໍ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ຫົວ​ຂໍ້​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດ​ຕົວ​ຈິງ​ປິ່ນ​ອ້ອມ​ຄຸນ​ຄ່າ​ທິດ​ສະ​ດີ​ຈາ​ກ​ບັນ​ດານິພົນ​ນີ້ ພ້ອມ​ທັງ​ຜັນ​ຂະ​ຫຍາຍ​ເຜີຍ​ແຜ່​ເນື້ອ​ໃນ​ຂອງ​ປະ​ມວນ​ປຶ້ມ​ດັ່ງ​ກ່າວ​ໃນ​ຂອບ​ເຂ​ດ​ທົ່ວ​ປະ​ເທດ. ທ່ານ​ຖື​ວ່າ:

"ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ບົນ​ເນື້ອ​ໃນ​ຈິດ​ໃຈ​ທີ່​ພວກ​ເຮົາ​ເສີມ​ຂະ​ຫຍາຍ​ແນວ​ນີ້ ກໍ​ຄື​ແນວ​ຄິດ​ປະ​ທານ ໂຮ່​ຈີ​ມິນ ຈ​ະ​ຊຶມ​ເລິກ​ເຂົ້າ​ໃນ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ ກໍ​ຄື​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ, ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ການ​ຮ່ວມ​ມື​ຮອບ​ດ້ານ, ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຊາດ ລາວ - ຫວຽດ​ນາມ ຈະ​ເຂົ້າ​ສູ່​ລວງ​ເລິກ​ໃນ​ຕໍ່​ໜ້າ. ໃນ​ຕໍ່​ໜ້າ, ໃນ​ຖາ​ນະ​ເປັນ​ອາ​ຈານ​ຜູ້​ໜຶ່ງ, ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ຄົ້ນ​ຄວ້າ​ລົງ​ເລິກ​ແນວ​ຄິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ​ ຕື່ມ​ອີກ ເພື່ອ​ຈະ​ໄດ້​ໝູນ​ໃຊ້​ແນວ​ຄິດ​ປະ​ທານ ໂຮ່​ຈີ​ມິນ ເຂົ້າ​ໃນ​ຊີ​ວິດ​ຕົວ​ຈິງ ແລະ ການ​ສິດ​ສອນ​ຂອງ​ຂ້າ​ພະ​ເຈົ້າ".

ໂຄງ​ການ​ຄົ້ນ​ຄວ້າ ແລະ ຮຽບ​ຮຽງ​ແປ​ພາ​ສານິພົນ “ໂຮ່​ຈີ​ມິນ​ ຄົບ​ຊຸດ” ຈາກ​ພາ​ສາຫວຽດ ເປັນ​ພາ​ສາ​ລາວ ລວມ​ມີ 15 ເຫຼັ້ມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ນັ​ບ​ແຕ່​ປີ 2016 ແລ​ະ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ການ​ຊີ້​ນຳ​ຈາກ​ການ​ນຳ​ສອງ​ພັກ, ສອງ​ລັດ. ປີ 2019, ນິພົນ “ໂຮ່​ຈີ​ມິນ ຄົບ​ຊຸດ” 15 ເຫຼັ້ມ ພ້ອມ​ດ້ວຍ “ວັດ​ຈະ​ນາ​ນຸ​ກົມ ໂຮ່​ຈີ​ມິນ ວິ​ທະ​ຍາ” ກໍ​ໄດ້​ແປ​ສຳ​ເລັດ ແລະ ພິມ​ຈຳ​ໜ່າຍ​ສະ​ບັບ​ພາ​ສາລາວ. ໄລ່​ຮອດ​ປັດ​ຈຸ​ບັນ, ປະ​ມວນ​ປຶ້ມ​ດັ່ງ​ກ່າວ​ໄດ້​ແຈກ​ຢາຍ​ໃຫ້​ໂຮງ​ຮຽນ​ການ​ເມືອງ - ການ​ປົກ​ຄອງ​ທຸກ​ແຫ່ງ ແລະ ລະ​ບົບ​ໂຮງ​ຮຽນ​ພັກ​ຂອງ​ລາວ./.

ເຊີນ​ທ່ານ​ຮັບ​ຊົມ​ຄຼິບ​ວິ​ດີ​ໂອ​ສັ້ນ ກ່ຽວ​ກັບ​ພາບ​ບັນ​ຍາ​ກາດ​ຂອງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ລະ​ດັບ​ຊາດ ​ສົມ​ທົບ​ກັບ​ກອງ​ປະ​ຊຸມ​ເຜີ​ຍ​ແຜ່, ເຊື່ອມ​ຊຶມ​ ແລະ ການ​ໝູນ​ໃຊ້​ນິພົນ “ໂຮ່​ຈີ​ມິນ​ ຄົບ​ຊຸດ”: