​ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ - ການ​ພົວ​ພັນ​ຕ່າງ​ປະ​ເທດ, ຕອນ​ເຊົ້າ​ວັນ​ທີ 8 ພຶດ​ສະ​ພາ ຢູ່ Cebu, ຟີ​ລິບ​ປິນ, ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ພົບ​ປະ ແລະ ເຮັດ​ວຽກ​ກັບ​ ທ່ານ ສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ທ່ານ Hun Manet ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ. ໃນ​ການ​ພົບ​ປະ, ການ​ນຳ​ສາມ​ປະ​ເທ​ດ​ໄດ້​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ໃນ​ການ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ​ສາ​ເຂດ​ຊາຍ​ແດນ, ການປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ຊຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ໃນ​ພາກ​ພື້ນ. ບັນ​ດາ​ຝ່າຍ​ກໍ​ແລກ​ປ່ຽນ​ກ່ຽວ​ກັບຫຼາຍ​ມາດ​ຕະ​ການ ແນ​ໃສ່​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ, logistics, ຄົມ​ມະ​ນາ​ຄົມ ແລະ ພະ​ລັງ​ງານ​ລະ​ຫວ່າງ​ສາມ​ປະ​ເທດ ​ອິນ​ດູ​ຈີນ.

ວັນ​ທີ 12 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ, ທ່ານ ເຈິ່ນ​ດຶກ​ຖັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ, ຫົວ​ໜ້າ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ ຮ່າ​ໂນ້ຍ ແລະ ທ່ານ ອາດ​ສະ​ພັງ​ທອງ ສີ​ພັນ​ດອນ ເລ​ຂາ​ຄະ​ນະ​ພັກ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ ນະ​ຄອນຫຼວງ ວຽງ​ຈັນ ໄດ້​ເປັນ​ປະ​ທານ​ຮ່ວມ​ການ​ພົບ​ປະ​ສອງ​ຝ່າຍ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ນະ​ຄອນຫຼວງ ວຽງ​ຈັນ, ລາວ. ໃນ​ຂອບ​ເຂດ​ການ​ພົບ​ປະ​ສອ​ງ​ຝ່​າຍ, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບຫຼາຍ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ໃຫຍ່​ລະ​ຫວ່າງ​ສອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ 2026 – 2030. ພິ​ເສດ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ 7 ສະ​ບັບ, ໃນ​ບັນ​ດາ​ຂົງ​ເຂດ​ຄື: ໂຄ​ສະ​ນາ​ສຶກ​ສາ - ຂົນ​ຂວາຍ​ປະ​ຊາ​ຊົນ, ວຽກ​ງານ​ແມ່​ຍິງ, ວຽກ​ງານ​ຊາວ​ໜຸ່ມ, ຂົງ​ເຂດ​ການ​ຕ່າ​ງ​ປະ​ເທດ, ອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ, ການ​ສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ. ນອກ​ຈາກ​ນັ້ນ​ແລ້ວ, ທ່ານ ອາດ​ສະ​ພັງ​ທອງ ສີ​ພັນ​ດອ​ນ ເລ​ຂາ​ຄະ​ນະ​ພັກ​, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນຫຼວງ ວຽງ​ຈັນ ຍັງ​ເຂົ້າ​ພົບ​ປະ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ຫວຽດ​ນາມ ອີກ​ດ້ວຍ.

ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ຊາດ - ປ້ອ​ງ​ກັນ​ຄວາມ​ສະ​ຫງົບ, ແຕ່​ວັນ​ທີ 12 – 15 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລາວ ໄດ້​ດຳ​ເນີນຫຼາຍ​ວາ​ລະ​ເຮັດ​ວຽກ ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຄົ້ນ​ຄວ້າ​ຍຸດ​ທະ​ສາດ, ຄົ້ນ​ຄວ້າ​ປະ​ຫວັດ​ສາດ ແລະ ບຳ​ລຸງ​ສ້າງ​ພະ​ນັກ​ງານ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ກິດ​ຈະ​ກຳ​ຄົ້​ນ​ຄວ້າ​ລວມ ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ແບບ​ເກົ່າ ແລະ ແບບ​ໃໝ່ ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ໝັ້​ນ​ຄົງ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ, ຜ່ານ​ນັ້ນ ກໍສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນ​ຫຸ້ນ​ສ່ວນ​ຍຸດ​ທະ​ສ​າດ​ລະ​ຫວ່າງ​ກຳ​ລັງ​ຕຳຫຼວດ ຫວຽດ​ນາມ ແລະ ລາວ.

ໃນ​ຂົງ​ເຂດ​ກາ​ນ​ເງິນ, ຕອນ​ບ່າຍ​ວັນ​ທີ 13 ພຶດ​ສະ​ພາ ຢູ່ ວຽງ​ຈັນ, ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ລາວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເຈິ່ນກວັກ​ເຟືອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຫວຽດ​ນາມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ. ນະ​ທີ່​ນີ້, ການ​ນຳ​ສອງ​ທ່ານ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ເງິນ, ການ​ລົງ​ທຶນ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ມີ​ປະ​ສິ​ດ​ທິ​ຜົນ.

ກ​ານ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ວັດ​ທະ​ນະ​ທຳ - ສັງ​ຄົມ ສືບ​ຕໍ່​ແມ່ນ​ຈຸດ​ເດັ່ນ​ໃນ​ສາຍ​ພົວ​ພັນ​ສອ​ງ​ຝ່າຍ. ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ ທ່ານ ນາງ ສວນ​ສະ​ຫວັນ ວິ​ຍາ​ເກ​ດ, ລັດຖະມົນຕີກະ​ຊວງວັດ​ທະ​ນະ​ທຳ ແລະ ການ​ທ່ອ​ງ​ທ່ຽວ​ລາວ, ວັນ​ທີ 12 ພຶດ​ສະ​ພາ, ທ່ານນາງ ເລິມ​ທິ​ເຟືອງ​ແທັງ ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ໄດ້​ເດີ​ນ​ທາງ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ໂຄງ​ການ​ຮ່ວມ​ມື​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຫວຽດ​ນາມ - ລາວ ໄລ​ຍະ 2026 – 2030, ຕົກ​ລົງ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ໂຄ​ສະ​ນາ​​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ແລະ ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ວັດ​ທ​ະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ​ລະ​ຫວ່າງ​ສອງ​ຊາດ; ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກໍ​ໄດ້​ລົງ​ນາມ​ໃນ​ບົດ​ບ​ັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຂໍ້ມູນ​​ການ​ສື່​ສານໄລ​ຍະ 2026 – 2030, ແນ​ໃສ່​ຊຸກ​ຍູ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​​ການ​ສື່​ສານເວົ້າ​ລວມ ແລະ ສື່ມວນ​ຊົ​ນ​ເວົ້າ​ສະ​ເພາະ. ໃນ​ຂອບ​ເຂດ​ຂອງ​ການ​ຢ້ຽມ​ຢາມ, “ສັບ​ປະ​ດາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່​ລາວ ປີ 2026” ຖືກ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ນະ​ຄອນຫຼວງວຽງ​ຈັນ ໃນ​ຕອນ​ຄ່ຳ​ວັນ​ທີ 12 ພຶດ​ສະ​ພາ ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັ​ນ​ແລະ ກັນ ແລະ ການ​ຜູກ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ເກີດ​ຂອງ ​ປະ​ທານ ໂຮ່​ຈີ​ມິນ​ ຄົບ​ຮອບ 136 ປີ ກໍ​ໄດ້​ດໍ​າ​ເນີນ​ຢູ່​ລາວ​ຢ່າງ​ສົມ​ກຽດ ແລະ ມີ​ຄວາມ​ໝາຍ. ຕອນ​ເຊົ້າ​ວັນ​ທີ 19 ພຶດ​ສະ​ພາ ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ໄດ້​ຈັດ​ພິ​ທີ​ວາງ​ພວງ​ມາ​ລາ, ງານ​ວາງ​ສະ​ແດງ​ປຶ້ມ​ອ່ານ, ງານ​ວາງ​ສະ​ແດງ​ດີ​ຈີ​ຕອນ ແລະ ຫຼາຍ​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ ຫວຽດ​ນາມ ແລະ ລາວ ກວ່າ 300 ທ່ານ. ລາຍ​ການ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ເຜີຍ​ແຜ່​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອ​ງ ​ປະ​ທານ ໂຮ່​ຈີ​ມິນ ​ເທົ່າ​ນັ້ນ ຫາກ​ຍັງ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ອີກ​ດ້ວຍ.

- - ພິ​ເສດ, ວັນ​ທີ 23 ພຶດ​ສະ​ພາ ຢູ່​ແຂວງ ກວາງ​ຈິ ໄດ້​ດຳ​ເນີນ​ພິ​ທີ​ໄຫວ້​ອາ​ໄລ ແລະ ປົງ​ອັດ​ຖິ 28 ອັດຖິ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່​ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ ລາວ. ພິ​ທີ​ດັ່ງ​ກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພ້ອມ​ດ້ວຍ​ການ​ນຳ​ແຂວງ ກວາງ​ຈິ ແລະ ຜູ້​ຕາງ​ໜ້າ​ການ​ນຳ​ແຂວງ ສະ​ຫວັນ​ນະ​ເຂດ ພ້ອມ​ດ້ວຍ​ແຂວງ ຄຳ​ມ່ວນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ “ກິນ​ເຂົ້​າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”, ພ້ອ​ມ​ທັງ​ຢັ້ງ​ຢືນ​ຄວາມ​ສາ​ມັກ​ຄີ​ຮ່ວມ​ສໍ​າ​ພັນ​ສູ້​ຮົບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄືໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ໃນ​ວັນ​ນີ້.

ອາດ​ຢັ້ງ​ຢືນ​ໄດ້​ວ່າ ໃນ​ເດືອນ​ພຶ​ດ​ສະ​ພາ 2026, ການ​ພົວ​ພັນ ຫວຽດ​ນາມ - ລາວ ສືບ​ຕໍ່​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ແຮງ, ຮອບ​ດ້ານ ແລະ ແທ້​ຈິງໃນ​ທຸກ​ຂົງ​ເຂດ./.