ຫໍພິພິທະພັນສື່ມວນຊົນ ຫວຽດນາມ ຕັ້ງຢູ່ໃນຕຶກອາຄານສຳນັກງານສະມາຄົມນັກຂ່າວ ຫວຽດນາມ, ຢູ່ຖະໜົນ ເຢືອງດິ່ງເງະ (ເມືອງ ເກົ່າໄຢ, ຮ່າໂນ້ຍ) - ແຫ່ງເຕົ້າໂຮມຄວາມຊົງຈຳອາຊີບນັກຂ່າວໃນຕະຫຼວດໄລຍະ 100 ປີ.
ຄຳບອກເຕືອນຂອງປະທານ ໂຮ່ຈີມິນ ກັບບັນດາຜູ້ເຮັດຂ່າວ ຫວຽດນາມ ໄດ້ຕັ້ງຢູ່ບ່ອນທີ່ສະຫງ່າໃນຫໍພິພິຕະພັນ.
“ບິກ ແຊນ” (ບິກດອກບົວ) ມີຄວາມໝາຍເລິກເຊິ່ງ: ຄວາມແຫຼມຄົມຂອງຫົວບິກ (ຜູ້ຂຽນ), ດອກບົວເປັນສັນຍາລັກໃຫ້ຄວາມບໍລິສຸດ. ນີ້ໄດ້ຮັບຖືວ່າແມ່ນສານທີ່ນັກຂ່າວ ຫວຽດນາມ ລຸ້ນຕ່າງໆຍາມໃດກໍ່ມຸ່ງໄປເຖິງ.
ຮູບກີບດອກບົວທີ່ມາປະຕິດປະຕໍ່ເປັນຊື່ຂອງໜັງສືພິມ ແລະ ບັນດາອົງການສື່ມວນຊົນ.
ເຂດວາງສະແດງໄດ້ແບ່ງຕາມແຕ່ລະໄລຍະປະຫວັດສາດ.
ຊັ້ນໜຶ່ງວາງສະແດງວັດຖຸພັນສື່ມວນຊົນ ໃນບັນດາໄລຍະປະຫວັດສາດແຕ່ປີ 1865 – 1975
“ແທັງນຽນ” (ຊາວໜຸ່ມ) – ໜັງສືພິມປະຕິວັດສະບັບທຳອິດຂອງ ຫວຽດນາມ - ພິມຈຳໜ່າຍໃນເດືອນ ຕຸລາ 1926.
ແຂກເຂົ້າມາຊົມຫໍພິພິທະພັນ.
ປະຈຸບັນ, ຫໍພິພິທະພັນມີເອກະສານ, ວັດຖຸພັນກວ່າ 20.000 ຢ່າງ. ໃນຈຳນວນນັ້ນ, ມີວັດຖຸພັນດີເດັ່ນປະມານ 700 ຢ່າງໄດ້ນຳມາວາງສະແດງ.
ໜຶ່ງໃນບັນດາວັດຖຸພັນພົ້ນເດັ່ນຢູ່ທີ່ນີ້ແມ່ນລຳໂພງມີຄວາມແຮງ 500 ວັດ, ໄດ້ຕັ້ງຢູ່ແຄມຝັ່່ງທາງທິດເໜືອຂອງແມ່ນ້ຳ ເບັນຫາຍ (ແຂວງ ກວາງຈີ້ ທາງພາກກາງ ຫວຽດນາມ), ແຫ່ງອອກ ອາກາດບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ, ຊ່ວຍເຊື່ອມຕໍ່ຂໍ້ມູນຂ່າວສານ ແລະ ເຊື່ອມຕໍ່ນ້ຳໃຈສາມັກຄີຂອງພໍ່ແມ່ປະຊາຊົນຢູ່ລະຫວ່າງ 2 ຝັ່ງແມ່ນ້ຳເຂດແດນ ເໜືອ - ໃຕ້ ໃນໄລຍະຕໍ່ສູ້ກັບ ອາເມລິກາ ກູ້ຊາດ.
ເຄື່ອງສົ່ງ - ຮັບສັນຍານຂອງສຳນັກຂ່າວສານ ຢາຍຟ໊ອງ (ປົດປ່ອຍ).
ບັນດາວັດຖຸພັນຕິດພັນກັບການດຳລົງຊີວິດຂອງນັກຂ່າວໃນໄລຍະສົງຄາມ.
ຊັ້ນ 2 ແມ່ນເຂດວາງສະແດງການປ່ຽນແປງໃໝ່, ການພັດທະນາ ແລະ ເຊື່ອມໂຍງຂອງສື່ມວນຊົນປະຕິວັດ ຫວຽດນາມ.
ນັບແຕ່ບັນດາໃບຂ່າວທີ່ປະຖົມປະຖານໃນຕົ້ນສະຕະວັດທີ 20 ຕະຫຼອດຮອດບັນດາເຄື່ອງອຸປະກອນດີຈີຕອນທັນສະໄໝ, ຫໍພິພິທະພັນໄດ້ແນະນຳໃຫ້ຜູ້ເຂົ້າຊົມຜ່ານວິວັດການເດີນທາງພັດທະນາຢ່າງບໍ່ຢຸດຢັ້ງຂອງສື່ມວນຊົນປະຕິວັດ.