ນັບແຕ່ຕົ້ນປີມາຮອດປັດຈຸບັນ, ແຂວງ ກວາງນິງ ໄດ້ຕ້ອນຮັບກ່ຳປັ່ນທ່ອງທ່ຽວສາກົນ 38 ລຳ ດ້ວຍຈຳນວນແຂກທ່ອງທ່ຽວສາກົນເກືອບ 49.000 ເທື່ອຄົນ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແຂວງ ກວາງນິງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ຕ້ອນຮັບກ່ຳປັ່ນທ່ອງທ່ຽວຫຼາຍ, ຍ້ອນມີລະບົບທ່າກ່ຳປັ່ນ ແລະ ບັນດາຜະລິດຕະພັນທ່ອງທ່ຽວໄດ້ຮັບການເຮັດໃໝ່ຕະຫຼອດ ເພື່ອຕອບສະໜອງຄວາມຕ້ອງການທີ່ເປັນຫຼາຍຮູບຫຼາຍແບບຂອງແຂກທ່ອງທ່ຽວ. ທ່ານນາງ ເຈິ່ນງວ້ຽນ, ຜູ້ຕາງໜ້າກຸ່ມບໍລິສັດ Sun Group ໃຫ້ຮູ້ວ່າ:

ບັນດາວິສາຫະກິດ ໄດ້ພ້ອມກັນເຊື່ອມຕໍ່, ເພື່ອນອກຈາກການສົ່ງເສີມ, ການເຊີນບັນດາ famtrip, media trip ມາເປັນເຈົ້າກາໂຄສະນາສື່ສານ, ເຊື່ອມຕໍ່ບັນດາບໍລິສັດການບິນແລ້ວ, ພວກຂ້າພະເຈົ້າກໍໄດ້ສ້າງ ແລະ ປັບປຸງຜະລິດຕະພັນໃໝ່ຢ່າງຕໍ່ເນື່ອງ. ລາຍການຍິງບັ້ງໄຟດອກກໍແມ່ນຜະລິດຕະພັນໜຶ່ງ ຫຼືວ່າ ເຊີນ Hilton - ເຊິ່ງເປັນເຄື່ອງໝາຍການຄ້າໃຫຍ່ໃນໂລກ ເຂົ້າມາບໍລິຫານລະບົບ Yoko Onsen Quang Hanh”.

ໄປຄຽງຄູ່ກັບການຕ້ອນຮັບແຂກທາງກ່ຳປັ່ນແລ້ວ, ແຂວງ ກວາງນິງ ຍັງພົ້ນເດັ່ນຂຶ້ນດ້ວຍຮູບແບບການທ່ອງທ່ຽວ MICE ເຊິ່ງເປັນຮູບແບບທ່ອງທ່ຽວ ສົມທົບການເຮັດວຽກ ກັບການພັກຜ່ອນຕາກອາກາດ ຮັບໃຊ້ໃຫ້ແກ່ວິສາຫະກິດ, ອົງການຈັດຕັ້ງ, ສະຫະສະມາຄົມ ດ້ວຍຂອບຂະໜາດໃຫຍ່ ແລະ ຮຽກຮ້ອງການບໍລິການທີ່ມີຄຸນນະພາບສູງ. ທ່າອ່ຽງດຶງດູດແຂກທ່ອງທ່ຽວ MICE ເຂົ້າມາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ເປີດໂອກາດໃຫຍ່ໃຫ້ແກ່ແຂວງ ກວາງນິງ ດ້ວຍບັນດາຄະນະແຂກທ່ອງທ່ຽວທີ່ມາຈາກຫຼາຍປະເທດໄດ້ເລືອກເອົາ ຮະລອງ, ບ໊າຍໄຈ ເປັນບ່ອນຈັດຕັ້ງກອງປະຊຸມສົມທົບກັບການພັກຜ່ອນ. ທ່ານນາງ ເລທິບິກຮັ່ງ, ຜູ້ອຳນວຍການສາຂາ ກວາງນິງ ຂອງບໍລິສັດທ່ອງທ່ຽວ Vietravel ຖືວ່າ:

ເພື່ອດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກວ່າອີກ, ແຂວງ ກວາງນິງ ຕ້ອງຍົກສູງການທ່ອງທ່ຽວຊຸມຊົນ. ແຂກທ່ອງທ່ຽວຫຼາຍຄົນຢາກຊອກຮູ້ກ່ຽວກັບວິຖີກາດຳລົງຊີວິດ, ຮີດຄອງປະເພນີຂອງປະຊາຊົນທ້ອຖິ່ນ. ນອກຈາກນັ້ນແລ້ວ, ເພື່ອຕ້ອນຮັບບັນດາຄະນະແຂກທ່ອງທ່ຽວໃຫຍ່ແຕ່ 2.000 3.000 ຄົນນັ້ນ, ແຂວງ ກວາງນິງ ຍັງຂາດພື້ນຖານດ້ານວັດຖຸຢູ່. ໃນອະນາຄົດ, ແຂວງ ກວາງນິງ ຈະມີບັນດາບາດກ້າວໃໝ່ ແລະ ຕອບສະໜອງຢ່າງຄົບຖ້ວນ, ບົນພື້ນຖານນັ້ນ ບັນດາວິສາຫະກິດຕ້ອງໂຄສະນາ ແລະ ຂຸດຄົ້ນແຫຼ່ງແຂກທ່ອງທ່ຽວ”.

ກວາງນິງ ບໍ່ພຽງແຕ່ມີທີ່ຕັ້ງສະດວກ ເມື່ອມີທັງດ່ານຊາຍແດນທາງບົກ ແລະ ທ່າກ່ຳປັ່ນທະເລ, ທ່າອາກາດສະຍານສາກົນເທົ່ານັ້ນ ຫາກຍັງແມ່ນບ່ອນທີ່ແຂກທ່ອງທ່ຽວແວ່ຢາມບັນດາມໍລະດົກໂລກ ເຊິ່ງອົງການ ສປຊ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ຮັບຮອງ, ເຊັ່ນ: ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ - ກົນເຊີນ, ກຽບບາກ; ອ່າວຮະລອງ - ໝູ່ເກາະ ກາດບ່າ. ນີ້ລ້ວນແຕ່ແມ່ນບັນດາທ່າໄດ້ປຽບພິເສດ ສ້າງກຳລັງໜູນເພື່ອໃຫ້ຂະແໜງທ່ອງທ່ຽວແຂວງ ກວາງນິງ ພັດທະນາ. ທ່ານ ຫງວຽນຈູ່ງແຄັງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ຢັ້ງຢືນວ່າ:

ດ້ວຍບັນດາແຫຼ່ງຊັບພະຍາກອນທຳມະຊາດ, ບັນດາມໍລະດົກໂລກ ເຊິ່ງອົງການ UNESCO ໄດ້ຮັບຮອງ ແລະ ລະບົບພື້ນຖານໂຄງລ່າງດ້ານວັດຖຸ, ຫວັງວ່າ ກວາງນິງ ຈະບຸກທະລຸຢ່າງແຮງໃນໄລຍະຈະມາເຖິງ, ດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ມີທ່າແຮງ”.

ປີ 2025, ແຂວງ ກວາງນິງ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 20 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 4,5 ເທື່ອຄົນ. ຮອດປີ 2030, ກວາງນິງ ວາງເປົ້າໝາຍກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະຍີນຍົງ, ຢັ້ງຢືນບົດບາດເປັນສູນທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ໂລກ, ຈຸດສຸມການທ່ອງທ່ຽວແຖວໜ້າຂອງຊາດ; ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ກວ່າ 26 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 9 ລ້ານເທື່ອຄົນ. ທ່ານ ຫງວຽນເລິມງວຽນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ:

ແຂວງ ກວາງນິງ ໄດ້ວາງອອກຫຼາຍແຜນການໃນການສ້າງບັນດາສະຖາບັນວັດທະນະທຳ, ກິລາ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາແຫ່ງນີ້, ໂດຍສະເພາະແມ່ນການຈັດຕັ້ງບັນດາກອງປະຊຸມ, ສຳມະນາ, ລາຍກາສະແດງສິລະປະ, ບັນດາເຫດການ ແລະ ກິດຈະກຳກິລາ. ແຂວງ ກວາງນິງ ພວມມີແຜນການດຶງດູດບັນດານັກລົງທຶນຍຸດທະສາດ, ບັນດາວິສາຫະກິດລົງທຶນເຂົ້າບັນດາສະຖາບັນ, ບັນດາພື້ນຖານໂຄງລ່າງເພື່ອຮັບໃຊ້ໃຫ້ແກ່ການພັດທະນາການທ່ອງທ່ຽວ, ພັດທະນາອຸດສາຫະກຳວັດທະນະທຳ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຂວງ ເວົ້າລວມ".

ມຸ່ງໄປເຖິງເປົ້າໝາຍກາຍເປັນສູນທ່ອງທ່ຽວສາກົນ, ແຂວງ ກວາງນິງ ບໍ່ພຽງແຕ່ຂຸດຄົ້ນບັນດາສິ່ງທີ່ທຳມະຊາດດົນບັນດານໃຫ້ເທົ່ານັ້ນ, ຫາກຍັງເປັນເຈົ້າການເຊື່ອມໂຍງ, ມີການບໍລິການທີ່ເປັນມືອາຊີບ, ຫັນຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ. ກວາງນິງ ມຸ່ງໄປເຖິງກາຍເປັນໜຶ່ງໃນບັນດາສູນທ່ອງທ່ຽວພັດທະນາແຖວໜ້າຂອງທົ່ວປະເທດ, ສວມບົດບາດເປັນປະຕູຮ່ວມມື, ເຊື່ອມຕໍ່ການທ່ອງທ່ຽວກັບພາກພື້ນ ແລະ ສາກົນ, ພັດທະນາການທ່ອງທ່ຽວ “ທ່ອງທ່ຽວ 4 ລະດູ”./.