ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວນັດສາມັນ

(VOVWORLD) -ວັນທີ 20 ກຸມພາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ກ່ຽວກັບການຕີລາຄາຂອງ ຫວຽດນາມ ຕໍ່ບັນດາມາດຕະການ ແລະ ປະສິດທິຜົນທີ່ ຈີນ ບັນລຸໄດ້ໃນການປ້ອງກັນ, ຄວບຄຸມເຊື້ອພະຍາດ Covid-19,
ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວນັດສາມັນ - ảnh 1 ທ່ານ ດ່ວານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ 

ທ່ານ ດ່ວານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ເອົາໃຈໃສ່ທີ່ສຸດ, ສະແດງຄວາມເຫັນອົກເຫັນໃຈ ແລະ ແບ່ງປັນຕໍ່ບັນດາຄວາມເສຍຫາຍຍ້ອນເຊື້ອພະຍາດ Covid-19; ພ້ອມທັງຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນ ຈີນ ໃນການສະກັດກັ້ນ, ປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ໃນໄລຍະຜ່ານມາ.      ຫວຽດນາມ ມີຄວາມພ້ອມ ແລະ ຈະສືບຕໍ່ສົມທົບກັບ ຈີນ ແລະ ບັນດາປະເທດຢ່າງແໜ້ນແຟ້ນຕໍ່ການສະກັດກັ້ນການແຜ່ລາມຂອງເຊື້ອພະຍາດ, ແບ່ງປັນປະສົບການໃນການປິ່ນປົວ.

        ກ່ຽວຂ້ອງເຖິງປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ອາເມລິກາ ນຳ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດໄດ້ຮັບບຸລິມະສິດຊ່ວງການຂາຍບຸບລາຄາບໍ່ສູງປານໃດ, ທ່ານ ດ່ວານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ: ປັດຈຸບັນ ຫວຽດນາມ ຍັງຄົງໄດ້ຊົມໃຊ້ລະບຽບຂໍ້ກຳນົດປະເທດພວມພັດທະນາໃນຂອບເຂດຂອງອົງການການຄ້າໂລກ (WTO). ຫວຽດນາມ ຈະສືບຕໍ່ຕິດຕາມ, ຕີລາຄາຜົນກະທົບຂອງເລື່ອງ ອາເມລິກາ ນຳ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດໄດ້ຊົມໃຊ້ລະບຽບຂໍ້ກຳນົດ “ປະເທດພວມພັດທະນາ” ໃນກົດໝາຍວ່າດ້ວຍການຕ້ານການອຸດໜູນຂອງ ອາເມລິກາ, ພ້ອມທັງຮັກສາການພົບປະເຈລະຈາ, ສົມທົບບັນດາມາດຕະການກັບຝ່າຍ ອາເມລິກາ ແນໃສ່ຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍ ສືບຕໍ່ພັດທະນາຕາມທິດກົມກຽວ, ໝັ້ນຄົງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງ ຫວຽດນາມ ແລະ ອາເມລິກາ.

Feedback

Others