ທ່າ​ນ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊ​ວັນ​ຟຸກ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເລີ່ມ​ຕົ້ນ​ທຸ​ລະ​ກິດ

(VOVWORLD) -ກ່ຽວຂ້ອງເຖິງບັນດາຂໍ້ມູນຂ່າວສານທີ່ທາງສື່ມວນຊົນຍົກອອກ ກ່ຽວກັບບັນຫາເລີ່ມຕົ້ນທຸລະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ຮຽກຮ້ອງໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕິດຕາມ, ສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດປະສົບຜົນສຳເລັດ.
ທ່າ​ນ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊ​ວັນ​ຟຸກ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເລີ່ມ​ຕົ້ນ​ທຸ​ລະ​ກິດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດ (ພາບ: chinhphu.vn

ກ່ອນໜ້ານັ້ນ, ໃນວັນທີ 20 ກໍລະກົດ 2019, ໜັງສືພິມເອເລັກໂຕນິກ ແທງນຽນ (ຊາວໜຸ່ມ) ໄດ້ລົງຂ່າວກ່ຽວກັບເນື້ອໃນ: “ຂະບວນການເລີ່ມຕົ້ນທຸລະກິດພັດທະນາໄວທີ່ສຸດ, ມຸ່ງໄປສູ່ ກະແສຟອງທີ 3 ຂອງ ອຸດສາຫະກຳ Deep Tech…ນິຍາມກ່ຽວກັບ Deep Tech ແມ່ນບັນດາບໍລິສັດອຸດສາຫະກຳເຕັກໂນໂລຢີຄົ້ນຄ້ວາ ແລະ ພັດທະນາຜະລິດຕະພັນຢູ່ໃນລະດັບການຄົ້ນຄ້ວາວິທະຍາສາດສູງດ້ວຍບັນດາໃບຢັ້ງຢືນປະດິດສ້າງ. ຕາມບັນດານັກຊ່ຽວຊານແລ້ວ, ບັນດາຂະແໜງທີ່ສາມາດນຳໃຊ້ Deep Tech ສູງຢູ່ ຫວຽດນາມລວມມີ ກະສິກຳ, ການບໍລິໂພກ, ການບໍລິການ, ສາທາລະນະສຸກ…ຍ້ອນທ່າແຮງກ່ຽວກັບປະຊາກອນ ແລະ ລະດັບການປັບຕົວເຂົ້າກັບເຕັກໂນໂລຢີໄວພໍສົມຄວນ”. ໜັງສືພິມເອເລັກໂຕນິກ Bnews ວັນທີ 18 ກໍລະກົດ 2019ມີເນື້ອໃນທີ່ວ່າ : “ ເວັບໄຊ Techinasia ຕີລາຄາວ່າ ຫວຽດນາມຖືມີ ໜຶ່ງໃນຈຳນວນບັນດາລະບົບສະພາບແວດລ້ອມເລີ່ມຕົ້ນທຸລະກິດໄວທີ່ສຸດໃນໂລກ, ເກືອບເທົ່າກັບລະດັບເຕີບໂຕການເລີ່ມຕົ້ນທຸລະກິດຂອງສິງກະໂປ ແລະ ອິນໂດເນເຊຍ, ບັນດາປະເທດນຳໜ້າ ອາຊຽນ. ຫວຽດນາມ ມີທ່າແຮງກ່ຽວກັບດ້ານອຸດສາຫະກຳເຕັກໂນໂລຢີສູງດ້ວຍລາຄາຖືກ, ຄາດວ່າໄລຍະ 5 ປີຈະມາເຖິງ ຫວຽດນາມ ຈະນອນໃນ top 3 ຂອງໂລກ ກ່ຽວກັບຈຳນວນ ນັກວິສະວະກອນ”.

Feedback

Others