ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ຍີ່​ປຸ່ນ - ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 28 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Fujimoto Masayoshi ແລະ ທ່ານ Hyodo Masayuki, ປະທານຮ່ວມຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ ຂອງສະຫະພັນບັນດາອົງການຈັດຕັ້ງເສດຖະກິດ ຍີ່ປຸ່ນ (Keidanren) ພ້ອມກັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງ ຍີ່ປຸ່ນ ທີ່ເປັນສະມາຊິກຂອງ Keidanren ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ຍີ່​ປຸ່ນ - ຫວຽດ​ນາມ - ảnh 1ການຕ້ອນຮັບ (ພາບ: VOV)

ທີ່ການຕ້ອນຮັບ, ປະທານຮ່ວມຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ ແລະ ບັນດາສະມາຊິກ, ວິສາຫະກິດໃນຄະນະໄດ້ຕີລາຄາສູງວ່າ ຫວຽດນາມ ແມ່ນປະເທດທີ່ພວມພັດທະນາດ້ວຍຈໍານວນປະຊາກອນຫຼາຍ; ພ້ອມທັງໃຫ້ຮູ້ວ່າ ມີວິສາຫະກິດຫຼາຍແຫ່ງຂອງ ຍີ່ປຸຸ່ນ ຢາກເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຂອງຕົນຢູ່ ຫວຽດນາມ ໃນບັນດາຂົງເຂດ, ຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງຂະແໜງອຸດສາຫະກຳໜູນຊ່ວຍ; ຊອັບແວ; ການສຶກສາບຳລຸງສ້າງ; ຜະລິດພະລັງງານສະອາດ…

       ສ່ວນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ຫວຽດນາມ ເວົ້າລວມ ແລະ ສະພາແຫ່ງຊາດ ຫວຽດນາມ ເວົ້າສະເພາະ ຍາມໃດກໍຖືເປັນສຳຄັນ ແລະ ສະໜັບສະໜູນບັນດາວິສາຫະກິດ ຍີ່ປຸ່ນ ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ຄະນະກຳມະການເສດຖະກິດ ຫວຽດນາມ - ຍີ່ປຸ່ນ ກໍຄື Keidanren ສືບຕໍ່ສົມທົບກັບບັນດາອົງການຂອງ ຫວຽດນາມ ເພີ່ມທະວີການເຄື່ອນໄຫວສົນທະນາກ່ຽວກັບນະໂຍບາຍ, ສະໜອງຂໍ້ມູນຂ່າວສານ, ບົດຮຽນປະສົບການໃຫ້ບັນດາອົງການມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ໃນວິວັດທະນາການສ້າງກົດໝາຍ, ນະໂຍບາຍໃຫ້ສົມບູນແບບ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ໃຫ້ຫຼາຍກວ່າອີກ, ແມ່ນຂົວຕໍ່ຊ່ວຍໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ມາລົງທຶນຢູ່ ຫວຽດນາມ ຫຼາຍກວ່າອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ