ລາຍການກະຈາຍສຽງພາກພາສາລາວ
ລາຍການກະຈາຍສຽງພາກພາສາລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 12 ຕຸລາປີ 1954. ນີ້ແມ່ນຊ່ອງສື່ສານສຳຄັນ ແລະ ມີປະສິດທິຜົນຂອງພັກ ແລະ ລັດຫວຽດນາມ, ດ້ວຍຈຸດໝາຍແນະນຳ ແລະ ໂຄສະນາພາບພົດກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມເຖິງເພື່ອນມິດລາວ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ. ນັບແຕ່ວັນທີ 01 ກໍລະກົດປີ 2008 ລາຍການກະຈາຍສຽງພາກພາສາລາວ ພ້ອມກັບລາຍການກະຈາຍສຽງພາກພາສາອິນໂດເນເຊຍ, ກຳປູເຈຍ ແລະ ໄທ ໄດ້ໂຮມເຂົ້າ ກັນເປັນພະແນກອາຊຽນ.
ລາຍການ ກະຈາຍສຽງພາກພາສາລາວອອກອາກາດລະບົບ AM ດ້ວຍຄວາມຖີ່ 7285 KHz ໃນ ເວລາ 18 ໂມງ - 19 ໂມງ; ແລະ ດ້ວຍຄວາມຖີ່ 1242 KHz ໃນເວລາ 20 ໂມງ 30 - 21 ໂມງ 30. ນອກນັ້ນຍັງອອກອາກາດລະບົບ FM ດ້ວຍຄວາມຖີ່ 105,5 MHz ໃນເວລາ 16 ໂມງ 30 - 17 ໂມງ 00 ເພື່ອຮັບໃຊ້ໃຫ້ແກ່ວົງຄະນາຍາດຊາວລາວທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ແລະຊາວຫວຽດນາມຮູ້ພາສາລາວ. ເຊິ່ງສາມາດຮັບຟັງໄດ້ຢູ່ຮ່າໂນ້ຍ, ກວາງນິງ, ນະຄອນໂຮ່ຈີມິນ ແລະ ບັນດາເຂດອ້ອມຂ້າງ.
ນອກຈາກໄດ້ຮັບຟັງໂດຍກົງທາງວິທະຍຸກະຈາຍສຽງແລ້ວ, ທ່ານຜູ້ຟັງສາມາດຮັບຟັງບັນ ດາລາຍການກະຈາຍສຽງຂອງ VOV ທາງອິນເຕີເນັດດ້ວຍເວັບໄຊ www.vovworld.vn ຫຼື www.vov5.vn
ວັນສ້າງຕັ້ງ: 12/10/1954
ອອກອາກາດ: AM 18h00 - 19h00: 7285 KHz
20h30 - 21h30 :1242 KHz
FM 16h30 – 17h00 : 105,5 MHz
Add: 45 ບ່າຈ້ຽວ, ຮ່າໂນ້ຍ, ຫວຽດນາມ
Tel: 84-24-38256631/ 84-24-38266809
Fax: 84-24-38266707
Email: laovov5@gmai.com
ລາຍການຕ່າງໆຂອງພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໃນຮອບອາທິດ
ວັນຈັນ
|
ລາຍການຂ່າວ ຫວຽດນາມ - ສາກົນ
|
|
ສະຖານະການການເມືອງ
|
ລາຍການ ວັດທະນະທຳ
|
ວັນອັງຄານ
|
ລາຍການຂ່າວ ຫວຽດນາມ - ສາກົນ
|
|
ສະຖານະການການເມືອງ
|
ລາຍການ ເສດຖະກິດ
|
ວັນພຸດ
|
ລາຍການຂ່າວ ຫວຽດນາມ - ສາກົນ
|
|
ສະຖານະການການເມືອງ
|
ລາຍການ ຄົ້ນຫາຫວຽດນາມ
|
ວັນພະຫັດ
|
ລາຍການຂ່າວ ຫວຽດນາມ - ສາກົນ
|
|
ສະຖານະການການເມືອງ
|
ລາຍການ ຜູ້ຟັງກັບພາກພາສາລາວ
|
ວັນສຸກ
|
ລາຍການຂ່າວ ຫວຽດນາມ - ສາກົນ
|
|
ສະຖານະການການເມືອງ
|
ລາຍການ ເລື່ອງລາວເຂດບ້ານນາ
|
ວັນເສົາ
|
ລາຍການຂ່າວ ຫວຽດນາມ - ສາກົນ
|
|
ສາລະຄະດີ
|
ລາຍການ ປະເທດຊາດ ແລະ ຊາວ ຫວຽດນາມ
|
ວັນອາທິດ
|
ລາຍການຂ່າວເດັ່ນໃນຮອບອາທິດ
|
|
ຊາຍຄາ ອາຊຽນ
|
ລາຍການ ຊີວິດສັງຄົມ ຫວຽດນາມ, ອາຫານຫວຽດນາມ
|