ປຸກ​ລະ​ດົມ​ການ​ເສັງ​ຊີງ​ລາງວັນ​ສື່ມ​ມວນ​ຊົນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ຖະ​ແຫຼງ​ຂ່າວ ​ການຕ່າງ​ປະ​ເທດ​ຄັ້ງ​ທີ X

(VOVWORLD) - ຕອນເຊົ້າວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດ, ຄະນະໂຄສະນາສຶກສາສູນກາງ, ສະຖານີໂທລະພາບຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມການເສັງຊີງລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບການຖະແຫຼງຂ່າວການຕ່າງປະເທດຄັ້ງທີ X.
ປຸກ​ລະ​ດົມ​ການ​ເສັງ​ຊີງ​ລາງວັນ​ສື່ມ​ມວນ​ຊົນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ຖະ​ແຫຼງ​ຂ່າວ ​ການຕ່າງ​ປະ​ເທດ​ຄັ້ງ​ທີ X - ảnh 1ທ່ານຫວູແທັງມາຍ, ຮອງຫົວໜ້າຄະນະໂຄສະນາສູນກາງພັກຄອມມູນິດ ຫວຽດນາມ  ກ່າວຄຳເຫັນທີ່ພິທີປຸກລະດົມ

ລາງວັນດັ່ງກ່າວເພື່ອແນໃສ່ເຊີດຊູກຳລັງເຮັດວຽກງານຖະແຫຼງຂ່າວການຕ່າງປະເທດ; ປະກອບສ່ວນຍົກສູງປະສິດທິຜົນການໂຄສະນາ, ເຜີຍແຜ່ພາບພົບຂອງປະເທດຊາດ, ປະຊາຊົນ, ວັດທະນະທຳ, ພູມປັນຍາ ຫວຽດນາມ ອອກສູ່ໂລກ ແລະ ນຳໂລກເຂົ້າມາ ຫວຽດນາມ.

   ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານຫວູແທັງມາຍ, ຮອງຫົວໜ້າຄະນະໂຄສະນາສູນກາງພັກຄອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ:

        “ລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການຖະແຫຼງຂ່າວການຕ່າງປະເທດ, ພາຍຫຼັງຈັດມາໄດ້ 9 ປີ ກໍຢັ້ງຢືນໄດ້ເຄື່ອງໝາຍຂອງລາງວັນລະດັບຊາດ ທີ່ມີອິດທິພົນຊື່ສຽງ ດ້ວຍຄວາມເປັນເອກະລັກ ແລະ ແຕກຕ່າງສະເພາະຫຼາຍຢ່າງ. ຄວາມແຕກຕ່າງໄດ້ສະແດງໃນລັກສະນະຫຼາຍຮູບຫຼາຍແບບ, ອຸດົມສົມບູນຂອງ 10 ລາຍການໄດ້ຮັບລາງວັນ, ເປົ້າໝາຍເຂົ້າຮ່ວມ ນັບທັງພາຍໃນ ແລະ ຕ່າງປະເທດ ກໍຄືເພື່ອນມິດສາກົນ; ນັບແຕ່ຜູ້ຂຽນທີ່ເປັນມືອາຊີບ ຕະຫຼອດຮອດຜູ້ສະໝັກຫຼີ້ນ… ລາງວັນສື່ມວນຊົນກ່ຽວກັບການຖະແຫຼງຂ່າວການຕ່າງປະເທດ ບໍ່ຈຳກັດການປ່ຽນໃໝ່ ແລະ ນະວັດຕະກຳ”.

        ໂດຍສືບທອດຜົນສຳເລັດຂອງປີກ່ອນໆ, ລາງວັນສື່ມວນຊົນກ່ຽວກັບການຖະແຫຼງຂ່າວການຕ່າງປະເທດຄັ້ງທີ X ຈະພິຈາລະນາມອບລາງວັນໃຫ້ບັນດາຜົນງານຖະແຫຼງຂ່າວການຕ່າງປະເທດທີ່ໄດ້ສະແດງພາຍໃຕ້ 10 ຮູບການດັ່ງນີ້: ຄຼິບວິດີໂອ; ບັນດາຂໍ້ລິເລີ່ມ, ຜົນງານທີ່ມີຄຸນຄ່າຖະແຫຼງຂ່າວການຕ່າງປະເທດ; ພາບ; ໂທລະພາບ; ລາຍການກະຈາຍສຽງ; ປຶ້ມ; ໜັງສືພິມດ້ວຍພາສາຫວຽດ; ສື່ເອເລັກໂຕນິກ, ເວັບໄຊດ້ວຍພາສາ ຫວຽດ; ໜັງສືພິມດ້ວຍພາສາຕ່າງປະເທດ; ສື່ເອເລັກໂຕນິກ, ເວັບໄຊດ້ວຍພາສາ ຫວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ