ກຸຍບາຕ້ອນຮັບຖ້ຽວບິນການຄ້າຄັ້ງທຳອິດມາຈາກອາເມລິກາ ພາຍຫຼັງໄລຍະເວລາ 50 ກວ່າປີ

ກຸຍບາຕ້ອນຮັບຖ້ຽວບິນການຄ້າຄັ້ງທຳອິດມາຈາກອາເມລິກາ ພາຍຫຼັງໄລຍະເວລາ 50 ກວ່າປີ - ảnh 1
ກຸຍ​ບາ​ຕ້ອນ​ຮັບ​ຖ້ຽວ​ບິນ​ການ​ຄ້າ​ຄັ້ງ​ທຳ​ອິດ​
ມາ​ຈາກ​ອາ​ເມ​ລິ​ກາ ພາຍ​ຫຼັງ​ໄລ​ຍະ​ເວ​ລາ 50 ກວ່າ​ປີ
(ພາບ: EPA/TTXVN)

(vovworld) - ການ​ຮ່ວມ​ມື​ດ້ານ​ການ​ບິນ​ລະ​ຫວ່າງ​ກຸຍ​ບາ ແລະ ອາ​ເມ​ລິ​ກາ ໄດ້​ກ້າວ​ເຂົ້າ​ສູ່​ໜ້າ​ໃໝ່, ດ້ວຍ​ເລື່ອງ​ຖ້ຽວ​ບິນ​ທຳ​ອິດ​ຂອງ​ອາ​ເມ​ລິ​ກາ ໄດ້​ບິນ​ເຖິງ​ປະ​ເທດ​ເກາະ Caribe ໃນ​ຕອນ​ຄ່ຳ​ວັ​ນ​ທີ 31/08, ພາຍ​ຫຼັງ​ໄລ​ຍະ​ເວ​ລາ 50 ກວ່າ​ປີ​ທີ່​ຖືກຢຸດ​ສະ​ງັກ. ຕາມ​ແຜນ​ການ, ຖ້ຽວ​ບິນໝາຍ​ເລກ 386 ຂອງ​ບໍ​ລິ​ສັດ​ການ​ບິນ JetBlue ໄດ້​ບິນ​ຈາກ​ສະ​ໜາມ​ບິນ Fort Lauderdala, ຢູ່​ລັດ Floria. ພາຍ​ຫຼັງ​ບິນ​ເປັນ​ເວ​ລາ 1 ຊົ່ມ​ໂມງ, ຜູ້​ໂດຍ​ສານ 150 ຄົນ​ຈະ​​ມີ​ໜ້າ​ຢູ່ນະ​ຄອນ Santa Clara, ທາງ​ພາກ​ກາງ​ກຸຍ​ບາ. ທ່ານ​ Marty St.George, ຮອງ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ JetBlue, ເນັ້ນ​ໜັກ​ວ່າ ເຫດ​ການນີ້​ໄດ້​ເປີດ​ສັງ​ກ​າດ​ໃໝ່ສຳ​ລັບ​ຂະ​ແໜງ​ການ​ບິນ​ກຸຍ​ບາ ດ້ວຍ​ເລື່ອງ​ຜູ້​ໂດຍ​ສານ​ໄດ້​ຮັບ​ການ​ບໍ​ລິ​ການ​ມີ​ລາ​ຄາ​ຖືກ ແລະ ມີ​ຄຸນ​ນະ​ພາບ.

ຂ່າວ/ບົດ​ອື່ນ