ກູບາປຶກສາຫາລືກັບສະມາຊິກສະພາແຫ່ງຊາດອາເມລິກາກ່ຽວກັບວິວັດການສ້າງການພົວພັນເປັນປົກກະຕິ

ກູບາປຶກສາຫາລືກັບສະມາຊິກສະພາແຫ່ງຊາດອາເມລິກາກ່ຽວກັບວິວັດການສ້າງການພົວພັນເປັນປົກກະຕິ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 18/2, ຢູ່ ກູ​ບາ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກູ​ບາ Bruno Rodriguez ພົບ​ປ​ະ​ກັບ​ທ່ານ​ນາງ Nancy Pelosi, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ການ​ນຳ​ພັກ​ປະ​ຊາ​ທິ​ປະ​ໄຕ​ຢູ່​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ແລະ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ບາງ​ທ່ານ ທີ່​ພວມ​ຢູ່​ຢ້ຽມ​ຢາມ ລາ​ຮາ​ວານ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວກ​ັບ​ວິ​ວັດ​ການ​ຫັນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ເປັນ​ປົກ​ກະ​ຕິ. ທີ່​ການ​ພົບ​ປະ, 2 ຝ່າຍ​ປຶກ​ສາ​ຫາ​ລ​ື​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ 2 ຝ່າຍ, ເຊິ່ງ​ລວມ​ມີ​ການ​ສ້າງ​ຕັ້​ງ​ການ​ພົວ​ພັນ​ທາງ​ການ​ທູດ​ຄືນ​ໃໝ່, ເປີດ​ສະ​ຖານ​ທູ​ດ​ຢູ່​ແຕ່​ລະ​ຝ່າຍ ແລະ ການ​ໂຕ້​ຖຽງ​ກັນ​ທີ່​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ຕ້ານ ກູ​ບາ. ຕາມ​ແຜນກ​ການ​ແລ້ວ, ຮອບ​ເຈ​ລະ​ຈາ​ຄັ້ງ​ທີ 2 ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ ອາ​ເມ​ລິ​ກາ - ກູ​ບາ ຈະ​ດຳ​ເນີ​ນ​ໄປ​ໃນ​ວັນ​ທີ 27/2 ຈະ​ມາ​ເຖິງ​ຢູ່ ວໍ​ຊິງ​ຕັນ.


ຂ່າວ/ບົດ​ອື່ນ