ກູບາ,ອີຢູສືບຕໍ່ການເຈລະຈາຫັນການພົວພັນເປັນປົກກະຕິ

ກູບາ,ອີຢູສືບຕໍ່ການເຈລະຈາຫັນການພົວພັນເປັນປົກກະຕິ - ảnh 1
ທ່ານປະທານ Raul Castro ຕ້ອນຮັບ  ທ່ານປະທານາທິບໍດີ
ຝຣັ່ງ Francois Hollande. (ພາບ: AFP/TTXVN)


(vovworld) – ກູ​ບາ ​ແລະ ສະຫະພາບ ​ເອີ​ລົບ (EU) ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ຄັ້ງ​ທີ 4 ​ເລີ່​ມ​ແຕ່​ວັນ​ທີ 15/6 ຢູ່​ນະຄອນຫຼວງ ບຣຸກ​ແຊນ ຂອງ ​ແບນ​ຊິກ ​ເພື່ອ​ແນ​ໃສ່​ປຶກສາ​ຫາລື ກ່ຽວ​ກັບ​ການ​ຫັນ​ສາຍ​ພົວພັນ 2 ຝ່າຍ ​ເປັນ​ປົກກະຕິ ກໍ​ຄື​ເປີດ​ທາງ​ໃຫ້ການ​ຮ່ວ​ມມື​ດ້ານ​ການ​ເມືອງ ​ແລະ ການ​ຄ້າ ທີ່ບໍ່​ມີ​ການ​ກຳນົດ​ເວລາ. ຮອບ​ເຈລະຈາ​ໃໝ່​ມໍ່ໆ​ມາ​ນີ້​ສຸມ​ໃສ່​ແກ້​ໄຂ 2 ບັນຫາ​ໃຫຍ່​ແມ່ນ ສິດທິ​ມະນຸດ ​ແລະ ການ​ເມືອງ ​ໃນ​ສະພາບ​ການທີ່ ກູ​ບາ ​ແມ່ນ​ໜຶ່ງ​ໃນ​ຈຳນວນສ່ວນ​ໜ້ອຍ​ປະ​ເທດທີ່ບໍ່​ມີ​ຂໍ້​ຕົກລົງ ກ່ຽວ​ກັບ​ການ​ໂອ້​ລົມ​ສົນທະນາ​ດ້ານ​ການ​ເມືອງ​ກັບ ອີ​ຢູ. ບັນດາ​ນັກ​ການ​ທູດ ກູ​ບາ ​ແລະ ອີ​ຢູ ​ໄດ້​ດຳ​ເນີນການ​ເຈລະຈາ 3 ຮອບ​ໃນ​ປີ 2014 ​ແລະ ​ເຄິ່ງປີ 2015 ພາຍຫຼັງບັນດາ​ປະ​ເທດ ​ເອີ​ລົບ ຕົກລົງ ກ່ຽວ​ກັບ​ຫຼັກ​ໝັ້ນ​ໃໝ່​ສຳລັບ​ປະ​ເທດ​ນີ້ ຕໍ່ໜ້າ​​​ເລື່ອງ ກູ​ບາ ປະຕິບັດບັນດາ​ການ​ປະຕິ​ຮູບດ້ານ​ເສດຖະກິດ ​ໂດຍ​ທ່ານປະທານ Raul Castro ເປັນຜູ້ລິເລີ່ມ.

ຂ່າວ/ບົດ​ອື່ນ