ກຸ່ມສຳພັດກ່ຽວກັບຢູແກຼນເຫັນດີເປັນເອກະສັນຕໍ່ຂໍ້ຕົກລົງຢຸດຍິງສະບັບໃໝ່

ກຸ່ມສຳພັດກ່ຽວກັບຢູແກຼນເຫັນດີເປັນເອກະສັນຕໍ່ຂໍ້ຕົກລົງຢຸດຍິງສະບັບໃໝ່ - ảnh 1
ລົດ​ຖັງຂອງກອງ​ທັບ ຢູ​ແກຼນ ຖືກ​ທຳ​ລາຍ
(ພາບ: AFP/TTXVN)

(vovworld) - ວັນ​ທີ 11/2, ຢູ່ Minsk, ປະ​ເທດ ເບ​ລາ​ຣຸດ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Francois Hollande ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenko, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ. ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Hollande ຢັ້ງ​ຢືນ​ວ່າ: ທ່ານ​ຈະ​ໄປ​ Minsk ດ້ວຍ​ເຈດ​ຈຳ​ນົງ​​ໝັ້ນ​ແກ່ນ​ທີ່ວ່າ: ບັນ​ດາ​ຝ່າຍ​ຈະ​ບັນ​ລຸ​ໄດ້​ມາດ​ຕະ​ການ​ສັນ​ຕິ​ພາບ​ໃຫ້​ແກ່​ບັນ​ຫາ ຢູ​ແກຼນ. ​ການ​ພົບ​ປະ​ຢູ່ Minsk ໄດ້​ຮັບ​ຖື​ວ່າແມ່ນກາ​ລະ​ໂອ​ກາດ​ສຸດ​ທ້າຍ​ເພື່ອຫລີກ​ລ້ຽງ​ບັ້ນ​ຮົບ​ຮອບ​ດ້ານ​ຢູ່ ຢູ​ແກຼນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ນັກ​ການ​ເມືອງຫຼາຍ​ທ່ານ​ຍັງ​ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​​ຕໍ່​ໄພ​​ລົ້​ມ​ລະ​ລາຍ​ຂອງກ​ານ​ພ​ົບ​ປະ​ຢູ່ ເບ​ລາ​ຣຸດ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Steinmeier ກ່າວ​ເຕືອນບໍ່​ທັນ​ມີ​ຫຍັງ​ອາດ​ຈະ​ຮັບ​ປະ​ກັນ​​ໄດ້​ວ່າການ​ພົບ​ປະ​ຢູ່ Minsk ຈະ​ຮັບ​ຜົນ​ສຳ​ເລັດ. ຕາມ​ທ່ານ​ແລ້ວ, ຍັງ​ມີຫຼາຍ​​ບັນ​ຫາ​​ບໍ່​ທັນ​ເຕຶ້ອງ​​ເຖິງເທື່ອ ເຖິງວ່ານີ້​ແມ່ນ “ກາ​ລະ​ໂອ​ກາດ​ຫຼາຍ​ສຸດ” ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ.


ຂ່າວ/ບົດ​ອື່ນ