ກຸ່ມອິດສະລາມຫົວຮຸນແຮງອາເຊຣີສັງຫານຊາວຝລັ່ງຜູ້ຫນຶ່ງທີ່ຖືກລອບຈັບເປັນຕົວປະກັນ

ກຸ່ມອິດສະລາມຫົວຮຸນແຮງອາເຊຣີສັງຫານຊາວຝລັ່ງຜູ້ຫນຶ່ງທີ່ຖືກລອບຈັບເປັນຕົວປະກັນ - ảnh 1
ກຸ່ມອິດສະລາມຫົວຮຸນແຮງອາເຊຣີສັງຫານ
ຕົວ​ປະ​ກັນຊາວຝລັ່ງ
ພາບ:tintuc.vn

(vovworld)- ​ວັນ​ທີ 24/9, ກຸ່ມ​ປະ​ກອບ​ອາ​ວຸດ Jund al Khilifa ຢູ່ ອານ​ເຊ​ຣີ ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ອົງ​ການ​ລັດ​ອິດ​ສະ​ລາມໂດຍຂະ​ຫນານ​ນາມ​ເອງ (IS) ໄດ້​ແຜ່​ພາບ video ຕອນ​ຫນຶ່ງ​ທີ່​ພັນ​ລະ​ນາ​ເຖິງ​ການ​ສັງ​ຫານ ຊາວ​ຝ​ລັ່ງ​ຜູ້​ຫນຶ່ງ​ທີ່​ມີ​ຊື່​ວ່າ Herve Pierre Gourdel ຖືກ​ລອບ​ຈັບ​ເປັນ​ຕົວ​ປະ​ກັນ. ກ່ອນ​ຫນ້ານັ້ນ ກຸ່ມ​​ປະ​ກອບ​ອາ​ວຸດ​ດັ່ງ​ກ່າວ​ນາບ​ຂູ່​ວ່າ​ຈະ​ສັງ​ຫານ​ທ່ານ Gourdel ໃນ​ຮອບ​ເວ​ລາ 24  ຊົ່ວ​ໂມງ ຖ້າ​ຫາກ ປາ​ຣີ ສືບ​ຕໍ່​ເຂົ້າ​ຮ່ວມບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໂດຍ ອາ​ເມ​ລິ​ກາ ນຳ​ຫນ້າ ເລັ່ງ​ໃສ່​ບັນ​ດາ​ມື​ປືນ IS ຢູ່ ອີ​ຣັກ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ບົດ​ກ່າວ​ປາ​ໄສ​ເມື່ອ​ວັນ​ທີ 23/9, ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ຖະ​ແຫລງວ່າ ຈະ​ບໍ່​ມີ​ການ​ເຈ​ລະ​ຈາ​ຄັ້ງ​ໃດ​ຫລື​ການ​ປຶກ​ສາ​ຫາ​ລື​ໃດ​ກັບ​ກຸ່ມ​ປະ​ກອບ​ອາ​ວຸ​ດ​ດັ່ງ​ກ່າວ ແລະ ຝ​ລັ່ງ ສືບ​ຕໍ່​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເພື່ອ​ດັບ​ສູນ​ກຳ​ລັງ IS ຢູ່​ອີ​ຣັກ.

ຂ່າວ/ບົດ​ອື່ນ