ກຸ່ມ4ຝ່າຍNormandyຢັ້ງຢືນສະໜັບສະໜູນການຢຸດຍິງຢູ່ພາກຕາເວັນອອກຂອງຢູແກຼນ

ກຸ່ມ4ຝ່າຍNormandyຢັ້ງຢືນສະໜັບສະໜູນການຢຸດຍິງຢູ່ພາກຕາເວັນອອກຂອງຢູແກຼນ - ảnh 1
ການ​ນຳ 4 ປະ​ເທດ​ໃນ “ກຸ່ມ 4 ຝ່າຍ Normandy”
(ພາບ: AFP/TTXVN)

(vovworld) – ​ ​ວັນ​ທີ 30/12 ໃນການ​ໂອ້​ລົ​ມທາງ​ໂທລະສັບ​ຄັ້ງຕ່າງໆ, ການ​ນຳ 4 ປະ​ເທດ​ໃນ “ກຸ່ມ 4 ຝ່າຍ Normandy”, ລວມມີ​ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ ​ເຢຍລະ​ມັນ, ທ່ານ Francois Hollande ປະທານາທິບໍດີ ຝະລັ່ງ, ທ່ານ Vladimir Putin ປະທານາທິບໍດີ ລັດ​ເຊຍ ​ແລະ ທ່ານ Petro Poroshenko ປະທານາທິບໍດີ ຢູ​ແກຼນ ​ໄດ້​ຢືນຢັນຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ ສຳລັບ​ການສະ​ໜັບສະ​ໜູນ​ຄຳ​ສັ່ງ​ຢຸດ​ຍິງຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ ຢູ​ແກຼນ ກໍ​ຄື​ແຜນການຖອນອາວຸດໜັກອອກ​ຈາກ​ພາກ​ພື້ນ. ການ​ນຳ 4 ທ່ານກໍ​ເນັ້ນ​ໜັກ​ວ່າ: ຄວນ​ປະຕິບັດ​ງານ​ບັນດາມາດຕາ​ຂອງ​ຂໍ້​ຕົກລົງ​ສັນຕິພາບ Minsk II ​ໃນ​ປີ 2016, ​ໃນ​ນັ້ນ ລວມມີ​ການກະ​ກຽມ​ໃຫ້​ແກ່ບັນດາການ​ເລືອກ​ຕັ້ງທ້ອງ​ຖິ່ນ​ຢູ່ Donbass (ຢູ​ແກຼນ) ​ໃນ​ຕົ້ນ​ປີ 2017. ນີ້​ແມ່ນ​ການ​ແລກປ່ຽນ​ທຳ​ອິດ​ລະຫວ່າງປະມຸກ​ລັດ 4 ທ່ານ ​ນັບ​ແຕ່​ມີການ​ພົບ​ປະ​ຢູ່ Paris ​ໃນ​ວັນ​ທີ 02/10.

ຂ່າວ/ບົດ​ອື່ນ