ກຸ່ມP5+1ແລະອີຣານຈັດຕັ້ງຮອບເຈລະຈາໃໝ່ໃນກາງເດືອນ9

ກຸ່ມP5+1ແລະອີຣານຈັດຕັ້ງຮອບເຈລະຈາໃໝ່ໃນກາງເດືອນ9 - ảnh 1
ຮອບເຈລະຈາລະຫວ່າງກຸ່ມ P5+1
(ພາບ: AP)

(vovworld) – ວັນ​ທີ 4/9, ບັນດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ (EU) ປະກາດ​ວ່າ: ຮອບ​ເຈລະຈາ​ຕໍ່​ໄປ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 ຈະດຳ​ເນີນຢູ່ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ ​ໃນ​ວັນ​ທີ 18/9 ຢູ່​ນອກ​ກອງ​ປະ​ຊຸມຂອງ​ສະມັດຊາ​ໃຫຍ່ ສ​ປຊ. ທ່ານ Michael Mann, ​ໂຄສົກ​ຂອງ​ຜູ້​ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ສະຫະພາບ ​ເອີ​ລົບ (EU) ທ່ານ​ນາງ Catherine Ashton, ​ໃຫ້​ຮູ້​ວ່າ: ການ​​ເຈລະຈາ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າທີ່​ກຸ່ມ P5+1 (​ເຊິ່ງລວມມີ: ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ​ໂດຍ​ທ່ານ​ນາງ Ashton ນຳ​ໜ້າ. ຝ່າຍ ອາ​ເມ​ລິ​ກາ ຮັບ​ຮອງວ່າ ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Wendy Sherman ຈະ​​ເປັນ​ຜູ້ນຳ​ໜ້າ​ຄະນະ​ຜູ້​ແທນ ອາ​ເມ​ລິ​ກາ ​ເປັນ​ປະທານ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Marie Harf ສະ​ແດງ​ຄວາມ​ຫວັງ​ວ່າ: ບັນດາ​ການ​ເຈລະຈາ​ຈະຖືກຍົກ​ລະດັບ​ຂຶ້ນ​ເປັນ​ຂັ້ນ​ລັດຖະມົນຕີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາງ​ບໍ່​ແນ່ນອນ​​ໄດ້ວ່າ: ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry, ຈະເຂົ້າ​ຮ່ວມ​ການ​ເຈລະຈາ​ນີ້​ຫຼື​ບໍ່.


ຂ່າວ/ບົດ​ອື່ນ