ກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ກາຍເປັນຕົວເມືອງສະຫຼາດ

(VOVWORLD) -  ວິໄສທັດຂອງແຜນຮ່າງຮອດປີ 2025 ແມ່ນ “ນະຄອນໂຮ່ຈີມິນ ຈະພັດທະນາເສດຖະກິດຂ້ອນຂ້າງສູງ, ຍືນຍົງ
ກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ກາຍເປັນຕົວເມືອງສະຫຼາດ - ảnh 1ທ່ານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ 

ວັນທີ 26 ພະຈິກ, ຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນໄດ້ຈັດຕັ້ງກອງປະຊຸມປະກາດແຜນຮ່າງ “ກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ກາຍເປັນຕົວເມືອງສະຫຼາດ ໄລຍະ 2017-2020, ວິໄສທັດຮອດປີ 2025”. ທ່ານ ຫງວຽນທ້ຽນເຍີນ, ເລຂາພັກນະຄອນໂຮ່ຈີມິນ, ຫົວໜ້າຄະນະຊີ້ນຳແຜນຮ່າງ, ເປັນປະທານກອງປະຊຸມ. ແຜນຮ່າງສຸມໃສ່ 4 ຄາດໝາຍໂດຍສັງເຂບແມ່ນຮັບປະກັນລະດັບເຕີບໂຕຂອງເສດຖະກິດ, ມຸ່ງໄປສູ່ເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ, ການບໍລິຫານຕົວເມືອງຢ່າງມີປະສິດທິຜົນບົນພື້ນຖານການພະຍາກອນ; ຍົກສູງຄຸນນະພາບສະພາບແວດລ້ອມແຫ່ງການດຳລົງຊີວິດ ແລະ ການເຮັດວຽກ; ເພີ່ມທະວີການເຂົ້າຮ່ວມການຄຸ້ມຄອງຂອງປະຊາຊົນ. ວິໄສທັດຂອງແຜນຮ່າງຮອດປີ 2025 ແມ່ນ “ນະຄອນໂຮ່ຈີມິນ ຈະພັດທະນາເສດຖະກິດຂ້ອນຂ້າງສູງ, ຍືນຍົງ, ບົນພື້ນຖານການຂຸດຄົ້ນບັນດາແຫຼ່ງຊັບພະຍາກອນທີ່ດີທີ່ສຸດ, ໂດຍຖືປະຊາຊົນແມ່ນສູນກາງຕົວເມືອງ

ຕອບກັບ

ຂ່າວ/ບົດ​ອື່ນ