ກອງທັບປະຊາຊົນຫວຽດ ນາມໄຊະນະສັດຕຸ ຜູ້ຮຸກຮານທັງໝົດ


ກອງທັບປະຊາຊົນຫວຽດ ນາມໄຊະນະສັດຕຸ ຜູ້ຮຸກຮານທັງໝົດ - ảnh 1

 (ພາບປະກອບ: www.mod.gov.vn)

(vovworld)- ​ “ກອງທັບ​ປະຊາຊົນ​ຫວຽດນາມ​ໄຊະນະ​ສັດ​ຕຸ​ຜູ້​ຮຸກ​ຮານ​ທັງ​ໝົດ“​ນັ້ນ​ແມ່ນຄຳ​ເຫັນ​ຂອງ​ທ່ານ Iuri Kislisin ຮອງ​ປະທານ​ສະມາຄົມ​ນັກ​ຮົບ​ເກົ່າ​ຢູ​ແກຼນ, ປະທານ​ສະມາຄົມ​ນັກຮົບ​ເກົ່າ​ຢູ​ແກຼນ ​ແມ່ນ​ຜູ້​ທີ່​ເຄີຍ​ປະຕິບັດ​ງານ​ຢູ່​ຫວຽດນາມ ​ໃນ​ການ​ຕອບ​ສຳ​ພາດ​ນັກ​ຂ່າວ VOV ປະຈຳ​ລັດ​ເຊຍ ​​ເນື່ອງໃນ​ໂອກາດ​ສະ​ເຫຼີ​ມສະ​ຫລອງ​ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ (22/12/1944-22/12/2014). ທ່ານ Iuri Kislisin ​ເວົ້າວ່າ:

  “ກອງທັບປະຊາຊົນຫວຽດນາມໂດຍທ່ານພົນເອກຫວໍ້ງວຽນຢາບ ກໍ່ຕັ້ງຈາກກອງທັບນ້ອຍ ປະຈຸບັນກາຍເປັນກຳລັງປ້ອງກັນຊາດທີ່ເຂັ້ມແຂງ, ກາຍເປັນກຳລັງກອງທັບເຂັ້ມແຂງໃນໂລກ ກອງທັບປະຊາຊົນຫວຽດນາມ​ ​ໄດ້ຮັບໄຊະນະສັດຕຸຜູ້ຮຸກຮານທັງໝົດ​“.

    ​ໃນ​ຂະນະ​ນັ້ນ, ຫວ່າງ​ແລ້ວ​ນີ້, ຫ້ອງການ​ທູດ​ທະຫານ​ຫວຽດນາມ ປະຈຳ ບຣາຊິນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະ​ຫລອງ​ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ ຢູ່​ນະຄອນຫຼວງ ບຣາຊິນ​ເລຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ພັນ​ເອກ​ງຽມກວກ​ຮຸຍ, ຫົວໜ້າ​ທູດ​ທະຫານ​ຫວຽດນາມ ປະຈຳ ບຣາຊິນ ຢືນຢັນ​ວ່າ: ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ເປີດ​ກ້ວາງ​ການ​ພົວພັນ​ມິດ​ຕະການ, ການຮ່ວມ​ມື​ກັບ​ກອງທັບ  ​ແລະ ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ ບົນ​ພື້ນຖານ​ເຄົາລົບ​ນັບຖື​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຜົນ​ປະ​ໂຫຍ​ດຂອງ​ກັນ, ປະກອບສ່ວນ​ອັນ​ແທດ​ຈິງ​ເຂົ້າ​ໃນ​ການ​ປັບປຸງ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ./.

ຂ່າວ/ບົດ​ອື່ນ