ກອງທັບສ.ເກົາຫຼີແລະຍີ່ປຸ່ນແລກປ່ຽນຂໍ້ມູນຂ່າວສານສືບລາຊະການລັບເປັນຄັ້ງທຳອິດ

ກອງທັບສ.ເກົາຫຼີແລະຍີ່ປຸ່ນແລກປ່ຽນຂໍ້ມູນຂ່າວສານສືບລາຊະການລັບເປັນຄັ້ງທຳອິດ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ​​ ​​ວັນ​ທີ 16/12, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ.ເກົ​າ​ຫຼີ ໃຫ້​ຮູ້​ວ່າ, ກອງ​ທັບ​ປະ​ເທດນີ້ ແລະ ຍີ່​ປຸ່ນ ໄດ້​ແລກ​ປ່ຽນ​ຂໍ້​ມູນ​​​ຂ່າວ​ສານສືບ​ລາ​ຊະ​ການ​ລັບ​ເປັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ບັນ​ດາ​ໂຄງ​ກາ​ນ​ນິວ​ເຄີຍ ແລະ ລູກ​ສອນ​ໄຟ​ຂອງ​ສ​ປ​ປ.ເກົ​າ​ຫຼີ ຕາມ​ຂໍ້​ຕົກ​ລົງ​ແບ່ງ​ປັບ​ຂໍ້​ມູນ​ຂ່າວ​ສານ​ທີ່​ມີ​ຜົນ​ສັກ​ສິດນ​ັບ​ແຕ່​ເດືອນ​ກ່ອນ. ເລື່ອງ​ແລກ​ປ່ຽນ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ໃນ​ກອງ​ປະ​ຊຸມ​ບັນ​ດາ​ເ​ຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂັ້​ນ​ສູງ​ຂອງ 2 ປະ​ເທດ, ເຊິ່​ງ​ໄດ້​ດຳ​ເນີນ​ຢູ່​ເຊີ​ອູ່ນ ກ່ອນ​ການ​ເຈ​ລະ​ຈາ​ປ້ອງ​ກັນ​ຄວາມ​ສະ​ຫງົບ 3 ຝ່າຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ. ຕາມ​ສັນ​ຍາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ການ​ທະ​ຫານ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ​​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ.ເກົາ​ຫຼີ ແລະ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ສ.ເກົາ​ຫຼີ ໃນ​ວັນ​ທີ 23/11, ສ.ເກົາ​ຫຼີ ແລະ​ ຍີ່​ປຸ່ນ ອາດ​​ຈະແບ່ງ​ປັນ​ຂໍ້​ມູນ​ຂ່າວ​​ສານກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ນິວ​ເຄຼຍ, ​ຂະ​ຫຍາຍ​ລູກ​ສອນ​ໄຟ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ອື່ນໆ​ຂອງ​ສ​ປ​ປ.ເກົາ​ຫຼີ ​ຫາກບໍ່​ຕ້ອງ​ປະ​ຕິ​ບັດ​ຜ​່ານ​ປະ​ເທດ​ເປັນ​ກາງ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ