ກອງປະຊຸມຂັ້ນສູງ APEC ຄັ້ງທີ 22 :ເຫັນດີ ເປັນເອກະສັນຊຸກຍູ້ການຮ່ວມສຳພັນເສດຖະກິດພາກພື້ນ

ກອງປະຊຸມຂັ້ນສູງ APEC ຄັ້ງທີ 22 :ເຫັນດີ ເປັນເອກະສັນຊຸກຍູ້ການຮ່ວມສຳພັນເສດຖະກິດພາກພື້ນ - ảnh 1
ການ​ນຳ​ຂອງ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC
(ພາບ: qdnd.vn)

(vovworld) - ​​​ວັນ​ທີ 11/11, ຢູ່​ນະ​ຄອນຫຼວງ ປັງ​ກິ່ງ, ປະ​ເທດ​ຈີນ, ກອງ​ປະ​ຊຸມ​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ ຄັ້ງ​ທີ 22 (APEC) ກ້າວ​ເຂົ້າ​ສູ່ມື້​ເຮັດ​ວຽກ​ທີ່ 2.

        ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 1, ການ​ນຳ​ຂອງ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC ສຸມ​ໃສ່​ແລກ​ປ່ຽນ​ເນື້ອ​ໃນ “ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ພາກ​ພື້ນ”, ໜຶ່ງ​ໃນ 3 ບຸ​ລິ​ມະ​ສິດ​ຮ່ວມ​ມືຂອງ APEC ໃນ​ປີ 2014. ບັນ​ດາ​ການ​ນຳ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ຂອງ APEC ແມ່ນ​ເວ​ທີ​ປາ​ໄສ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ໃນ​ການ​ໜ​ູນ​ຊ່ວຍ​ເຕີບ​ໂຕ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ, ຮັກ​ສາ​ຄ​ວາມ​ວັດ​ທະ​ນາ​ຖາ​ວອນ ແລະ ຊຸກ​ຍູ້​ສະ​ພາບ​ແວດ​ລ້ອມ​​ການ​ຄ້າ ແລະ ​ການ​ລົງ​ທຶນເປີດ​ຢູ່ ອາ​ຊີ - ປາ​ຊີ​ຟິກ. ທ່ານ​ປະ​ທານ​ປະ​ເທດ ຈີນ ສືຈີ້ນ​ຜິງ ປະ​ກາດ ຈີນ ໜູນ​ຊ່ວຍ​ຈ​ຳ​ນວນ​ເງິນ 10 ລ້ານ USD ເພື່ອ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຂອງ APEC ກ່ຽວ​ກັບ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ພວມ​ພັດ​ທະ​ນາ. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມນີ້, ທ່ານ​ປະ​ທານ​ປະ​ເທດ ​ຫວຽດ​ນາມ ເຈືອງເຕ​ີນ​ຊາງ ຢືນ​ຢັນ​ວ່າ: ຫວຽດ​ນາມ ຕີ​ລາ​ຄາ​ສູງ ແລະ ສະ​ໜັບ​ສະ​ໜູນ​ເລື່ອງ​ຮັບ​ຮອງ​ເອົາ​ບັນ​ດາ​ມາດ​ຕະ​ການ​ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ ບ້ວງ​ເງິນ​ຄຳ​ໝັ້ນ​ສັນ​ຍາ ບາ​ລີ, ບັນ​ດາ​ມາດ​ຕະ​ການ​ຫັນ​​ການ​ຄ້າ ແລະ ການ​ລົງ​ທຶນເປັນ​ສະ​ດວກ, ເສ​ລີ. ຊີ້​ແຈ້ງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ຮ່ວມ​ມື APEC ແລະ ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ພາ​ກ​ພື້ນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ພວມ​ກາຍ​ເປັນ​ແກ່ນ​ສານ​ຕັ້ງ​ໜ້າ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ແມ່ນ​ຂົວ​ຕໍ່​ຕິດ​ພັນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ອາ​ຊຽນ​. ນີ້​ແມ່ນ​ພື້ນ​ຖານ​ເພື່ອໃຫ້ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ APEC ຍົກ​ລະ​ດັບ​ການ​ຮ່ວມ​ສຳ​ພັນ​ພາກ​ພື້ນ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອ​ງ​ເວ​ທີ​ປາ​ໄສ APEC ໃນ ອາ​ຊີ - ປາ​ຊີ​ຟິກ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ.

   ຕອນ​ບ່າຍ​ວັນ​ທີ 11/11, ບັນດາ​ການ​ນຳ APEC ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້ “ຍູ້​ແຮງ​ການ​ເຊື່ອມ​ໂຍງ​ຢ່າງຮອບດ້ານ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ”, ​ໃນ​ນັ້ນ​​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ຢ່າງ​ຮອບດ້ານ​ສຳ​ລັບ​ການ​ເຕີບ​ໂຕ​ເສດຖະກິດ, ຍູ້​ແຮງ​ການ​ເ​ຊື່​ອມຕໍ່ລະຫວ່າງ​ການ​ເດີນ​ທະ​ເລ ​​ແລະ ການບິນ, ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ເຊິ່ງກັນ​​ແລະ​ກັນ, ຊຸກຍູ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ຈິດ​ໃຈ​ປະຊາ​ຄົມ​ຢູ່​ອາຊີ - ປາຊີ​ຟິກ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ບັນດາ​ສະມາຊິກ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື ​​ເພື່ອຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ, ໜູນ​ຊ່ວຍ​ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​​ໃຫ້​ບັນດາ​ສະມາຊິກ​ພວມ​ພັດທະນາ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ, ​ເສີມ​ຂະຫຍາຍ​ບົດ​ບາດ​ຂອງ​ບັນດາ​ວິ​ສາ​ຫະກິດ.

        ຫຼັງ​ຈາກ​ນັ້ນ, ​ໃນ​ວາລະ​ປຶກສາ​ຫາລື​ຄົບ​ຄະນະດ້ວຍ​ຫົວ​ຂໍ້ວ່າ “ພັດທະນາ​ການ​ມີ​ຫົວຄິດ​ປະດິດ​ສ້າງ, ການປະຕິ​ຮູບ ​ແລະ ການ​ເຕີບ​ໂຕ​​ເສດຖະກິດ”, ບັນດາ​ການ​ນຳ APEC ຢືນຢັນການ​ສະໜັບ​ສະ​ໜູນ​ບັນດາຄວາມ​ມານະ​ພະຍາຍາມ​ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່ ​ແລະ ຍົກ​ສູງ​ບັນດາ​ຂະ​ແໜງ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ, ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນການ​ເຕີບ​ໂຕ​ເສດຖະກິດ​ໃໝ່​. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້​ຮູ້​ວ່າ, ຫວຽດນາມ ພວມຜັນ​ຂະຫຍາຍ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດຄືນ​ໃໝ່ ​ແລະ ຫັນປ່ຽນ​ຮູບ​ແບບ​ການເຕີບ​ໂຕ​ຕາມ​ທິດ​ໝັ້ນຄົງ; ພ້ອມ​ທັງ​ຢືນຢັນ​ວ່າ, ຫວຽດນາມ ຈະ​ສືບ​ຕໍ່​​ພ້ອມ​ກັບ​ບັນດາປະ​ເທດ​ສະມາຊິກ ຊຸກຍູ້ການພັດທະນາ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ການປະຕິ​ຮູບ ​ແລະ ການ​ເຕີບ​ໂຕ​ເສດຖະກິດ.

        ສິ້ນ​ສຸດ​ບັນດາ​ວາລະ​ປຶກສາ​ຫາລື, ກອງ​ປະຊຸມ​ຂັ້ນ​ສູງຄັ້ງ​ທີ 22 APEC ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼງການ​ຮ່ວມ 2 ສະບັບ​ຂອງ​ບັນດາ​ການ​ນຳ APEC ກ່ຽວ​ກັບ “​ໂຄງການ​ດຳ​ເນີນ​ງານ​ປັກ​ກິ​ງ ​ເພື່ອ​ອາຊີ- ປາຊີ​ຟິກ ທີ່​ຕິດ​ພັນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ເຊື່ອມ​ຕໍ່” ​ແລະ “ກຳນົດ​ອະນາຄົດ​ຜ່ານ​ການ​ພົວພັນ​ຄູ່​ຮ່ວມ​ມື​ອາຊີ - ປາຊີ​ຟິກ”, ພ້ອມ​ກັບ​ເອກະສານອື່ນ 4 ສະບັບ.

        ກອງ​ປະຊຸມ​ຂັ້ນ​ສູງ APEC ຄັ້ງ​ທີ 22 ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ ດ້ວຍ​ວາລະ​ອັດກອງ​ປະຊຸມ​ໃນ​ຕອນ​ບ່າຍ​ວັນ​ທີ 11/11, ​ສະ​ແດງ​ໃຫ້​ເຫັນຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ ເພື່ອ​ອາຊີ- ປາຊີ​ຝິກ ທີ່​ຕິດ​ພັນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ເຊື່ອມ​ຕໍ່, ປະກອບສ່ວນ​ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ຂອງ APEC ​ແລະ ຮັກສາ​ບົດບາດ​ຂອງ​ພາກ​ພື້ນອາຊີ- ປາຊີ​ຟິກ ​ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ​ທົ່ວ​ໂລກ.

        ຕອນ​ບ່າຍ​ວັນ​ທີ 11/11, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເດີນທາງ​ອອກ​ນະຄອນຫຼວງ​ປັກ​ກິ່​ງ ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ APEC ຄັ້ງ​ທີ 22.


ຂ່າວ/ບົດ​ອື່ນ