ກອງປະຊຸມຄັ້ງທີ 37 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ

ກອງປະຊຸມຄັ້ງທີ 37 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ  - ảnh 1
(​ກອງ​ປະຊຸມ​ຄັ້ງ​ທີ 37 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ)

(vovworld) – ຕອນ​ບ່າຍ​ວັນ​ທີ 21/1, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 37 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ອະນຸ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ ​ແລະ ທ່ານຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະ​ຫວັດ​, ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ. ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ​ຂອງ​ສອງ​ປະ​ເທດ ​ແລະ ສະ​ແດງ​ຄວາມ​​ເພິ່ງ​ພໍ​ໃຈ​​ເມື່ອ​ເຫັນ​ວ່າການ​ພົວພັນລະຫວ່າງ​ສອງ​ປະ​ເທດ ນັບ​ມື້​ນັບ​ໄດ້ຮັບ​ການ​ພັດທະນາຢ່າງດີງາມ. ສອງ​ຝ່າຍ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ເຊັ່ນ: ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີຜະລິດ​ເຂົ້າ​ທີ່​ກ້າວໜ້າ, ການ​ສົ່ງ​ເສີມ​ກະ​ສີ​ກຳ, ການ​ສະໜອງ​ແນບ​ພັນ​ປູກ, ສັດລ້ຽງ… ປະກອບສ່ວນ​ຍົກ​ສູງ​ສະມັດ​ຕະພາບ​ຜະລິດ​ຕະພັນ​ກະ​ເສດ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ລາວ. ສິ້ນ​ສຸດ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະ​ຫວັດ ​​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ລັດຖະບານ ສສ ຫວຽດນາມ ​ແລະ ສປປ ລາວ​ໃນ​ປີ 2015. ​ເອກະສານ​ບັນທຶກກອງ​ປະຊຸມ​ຄັ້ງ​ທີ 37 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ສສ ​ຫວຽດນາມ ​ແລະ ລັດຖະບານ ສປປ ລາວ. ຮອງ​ນາຍົກລັດຖະມົນຕີທັງສອງ​ທ່ານ​ກໍ່​ໄດ້​ເປັນ​ສັກຂີ​ພິຍານ​ເລື່ອງ​ລັດຖະບານ​ລາວ​ ມອບ​ໜັງສື​ສຳ​ຫຼວດຊັບພະຍາກອນ​ໂລຫະ​ຢູ່​ແຂວງ​ຊຽງ​ຂວາງ ​ແລະ ​ແຂວງ​ຫົວພັນ ​ໃຫ້​ບໍລິສັດ​ອຸດສາຫະກຳ​ຫຸ້ນ​ສ່ວນ​ລາວ.

ຂ່າວ/ບົດ​ອື່ນ