ກອງ​ປະ​ຊຸ​ມ​ຄັ້ງ​ທີ 42 ສະ​ພາສິດ​ທິ​ມະ​ນຸດ​ ສ​ປ​ຊ ສຸມ​ໃສ່​ເຂົ້າ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ

(VOVWORLD) -ວັນທີ 9 ກັນຍາ, ຢູ່ສຳນັກງານ ສປຊ ຢູ່ ເຊີແນວ (ສະວິດ), ສະພາສິດທິມະນຸດ ສປຊ ໄດ້ໄຂກອງປະຊຸມປະຈຳປີຄັ້ງທີ 42 ຂຶ້ນ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 47 ປະເທດສະມາຊິກ, ກ່ວາ 100 ປະເທດສັງເກດການ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ.
ກອງ​ປະ​ຊຸ​ມ​ຄັ້ງ​ທີ 42 ສະ​ພາສິດ​ທິ​ມະ​ນຸດ​ ສ​ປ​ຊ ສຸມ​ໃສ່​ເຂົ້າ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ - ảnh 1 ທ່ານ ເຢືອງຈີ໊ຢຸ໊ງ ເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມຖາວອນປະຈຳ ສະຫະປະຊາຊາດ(ພາບ: TTXVN)

ທ່ານ ເຢືອງຈີ໊ຢຸ໊ງ ເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມຖາວອນປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ ປະຈຳ ເຊີແນວ, ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ.

ຕາມໂຄງການດຳເນີນງານແລ້ວ, ກອງປະຊຸມປະຈຳປີຄັ້ງນີ້ຈະຈັດວາລະ ການປຶກສາຫາລືຫົວເລື່ອງສະເພາະ 3 ຄັ້ງກ່ຽວກັບບັນດາຫົວຂໍ້ຄື ຮັບປະກັນສິດທິມະນຸດໃນສະພາບການບັນດາມາດຕະການລົງໂທດແບບພຽງລຳພັງຝ່າຍດຽວ, ສິດທິຂອງຊາວທ້ອງຖິ່ນ, ສົມທົບວິທີການສຳຜັດກ່ຽວກັບເພດໃນວຽກງານຂອງສະພາສິດທິມະນຸດ … ແລະ ພິຈາລະນາຮັບຮອງເອົາບັນດາບົດລາຍງານສຸດທ້າຍຂອງກົນໄກສຳຫຼວດກວດກາປະຈຳໄລຍະດ້ານສິດທິມະນຸດ ຂອງ 14 ປະເທດ. ກອງປະຊຸມຈະດຳເນີນເຖິງວັນທີ 27 ກັນຍາ, ແລະ ຄາດວ່າ ຈະຮັບຮອງເອົາຮ່າງມະຕິ 25 ສະບັບ ກ່ຽວກັບບັນດາບັນຫາທີ່ຫຼາຍຮູບຫຼາຍແບບເຊິ່ງກ່ຽວຂ້ອງເຖິງສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ