ກອງປະຊຸມຄັ້ງທີ 5 ຂອງກຳມາທິການບັນດາບັນຫາສັງຄົມ

 ກອງປະຊຸມຄັ້ງທີ 5 ຂອງກຳມາທິການບັນດາບັນຫາສັງຄົມ - ảnh 1
ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ກຳມາທິການ​​ບັນ​ດາບັນຫາ​ສັງຄົມ​
ພາບ:TTXVN

(vovworld)- ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ກຳມາທິການ​​ບັນ​ດາບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/4 ຢູ່ ຮ່າ​ໂນ້ຍ. ​ໃນ​ການ​ເຮັດ​ວຽກ​ມາ​ເປັນ​ເວລາ 4 ວັນ, ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ຈະ​ກວດກາ​ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບການ​ປະຕິບັດ​ບັນດາ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ປີ 2012; ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ກອງ​ທຶນ​ປະກັນ​​ຊີ​ວິດປີ 2012, ກວດກາ​ບັນດາ​ຮ່າງ​ກົດໝາຍ​ຄື: ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ, ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ຍ້ອງຍໍ ​ແລະ ວຽກ​ງານ​ສຳຄັນ​ອື່ນຈຳນວນ​ຫນຶ່ງ.

        ພາຍຫລັງ​​ພິທີ​ໄຂ​ກອງ​ປະຊຸມ, ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ກວດກາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ຈຸດໝາຍ​​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ​ປີ 2012. ບັນດາ​ສະມາຊິກ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ສະ​ເຫ​ນີລັດຖະບານ​ກວດກາ​ຄືນ​ບັນດາ​ຈຸດໝາຍ, ຄາດໝາຍ​ຂອງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ​ໄລຍະ 2011- 2020; ປະຕິບັດ​ການ​ປະສານ​ສົມທົບ​ບັນຫາ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ໃນ​ບັນດາ​ເອກະສານ​ນິຕິ​ກຳ, ​ໂຄງການ, ​ແຜນການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ.

 

ຂ່າວ/ບົດ​ອື່ນ