ກອງປະຊຸມຄັ້ງທີ 6 ຂອງຄະນະຊີ້ນຳສູນກາງ ປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ກອງປະຊຸມຄັ້ງທີ 6 ຂອງຄະນະຊີ້ນຳສູນກາງ ປ້ອງກັນ,ຕ້ານການສໍ້ລາດບັງຫຼວງ  - ảnh 1

(ພາບ:.bacninh.gov.vn )

(vovworld)– ​ ​ ຕອນ​ຄ່ຳ ວັນ​ທີ 29/12, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງທີ 6 ຂອງຄະນະ​ຊີ້​ນຳກ່ຽວ​ກັບ​ສະພາບ​ການ, ໝາກຜົນການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງປີ 2014; ທິດ​ທາງ, ໜ້າ​ທີ່​​ປີ 2015.

  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ສະ​ເໜີ​ວ່າ: ​ໃນ​ປີ 2015, ພ້ອມ​ກັບ 8 ໝວດ​ໜ້າ​ທີ່​ຈຸດ​ສຸມ​ໄດ້​ວາງ​ອອກ​ນັ້ນ, ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊີ້​ນຳ​ຕ້ອງ​ເອົາ​ໃຈ​ໃສ່​ຕໍ່​ຈຸດ​ພິ​ເສດ​ຂອງ​ປີ 2015 ຂະນະ​ທີ່​ບັນດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ດຳ​ເນີນ​ກອງ​ປະຊຸມ​ໃຫ່ຍຄະນະ​ພັກຂັ້ນຕ່າງໆ. ການ​ຕໍ່ສູ້​​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຍັງ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສັບສົນ​ຫຼາຍ​ຢ່າງ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ເນັ້ນໜັກ​ວ່າ:

  “ຕ້ອງສືບຕໍ່ປະຕິບັດຢ່າງຮອບດ້ານແລະ ພ້ອມກັນນັ້ນຕ້ອງເອົາໃຈໃສ່ເຖິງຂອດຈຸດສຸມ​, ຂອດທີ່ຍັງອ່ອນດ້ອຍຈຳນວນໜຶ່ງໂດຍສະເພາະແມ່ນການສ້າງກົດລະບຽບ, ກົດໝາຍຍັງຕ້ອງສືບຕໍ່ສ້າງໃຫ້ສົບບູນແບບ. ບັນດາບັນຫານີ້​​ກ່ຽວຂ້ອງເຖິງການອອກຄຳສັ່ງຂອງກົມການເມືອງຫຼືບໍ່? ຂ້າພະເຈົ້າສະເໜີວ່າ, ນີ້ແມ່ນວຽກງານທີ່ຈຳເປັນຕ້ອງມີການຊີ້ນຳຂອງກົມການເມືອງ. ຫຼືວ່າການສືບສວນຕ້ອງເຮັດໄວກ່ວາອີກ“.

 ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການ​ດຳ​ເນີນ​ກອງ​ປະຊຸມ​ສະຫຼຸບ 3 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊີ້ນ​ນຳ​ສູນ​ກາງ​ກ່ຽວ​ກັບກາ​ນປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ປີ 2015 ​​ເພື່ອ​ຖອດ​ຖອນ​ບົດຮຽນ​ໃນ​ອາຍຸ​ການ​ຕໍ່​ໄປ./.
ຂ່າວ/ບົດ​ອື່ນ