ກອງປະຊຸມຄັ້ງທີ 6 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ

ກອງປະຊຸມຄັ້ງທີ 6 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ - ảnh 1
ກອງ​ປະຊຸມ​​ຄັ້ງທີ 6 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ

(vovworld) - ວັນ​ທີ 26/3, ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​​ຄັ້ງທີ 6 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ​ໄດ້ຈັດ​ຕັ້ງ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ທີ່​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ, ລັດຖະມົນຕີ​ກະຊວງ​ພາຍ​ໃນ ຮັບຜິດຊອບ​ຊຶ່ງໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ກ່າວ​ຄຳ​ເຫັນ​ໄຂ​ວາລະ​ຊັກ​ຖາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຢືນຢັນ​ວ່າ: ການ​ຊັກ​ຖາມ​ຄັ້ງ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຊາທິປະ​ໄຕ, ພູມ​ປັນຍາ, ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິ​ດພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ, ລັດຖະບານ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໃນ​ທົ່ວ​ປະ​ເທດ. ທ່ານ​ເວົ້າ​ວ່າ:

“ມື້​ນີ້, ການ​ເຄື່ອນ​ໄຫ​ວຊັກ​ຖາມ​ດ້ວຍ​ຮູບ​ແບບ​ໃໝ່​ກ່ວາ​ແມ່ນ​ຜ່ານ​ການຖ່າຍ​ທອດ​ ສົດທາງ​ໂທລະພາບ, ວິທະຍຸກະຈາຍສຽງ​​ໃນ​ທົ່ວ​ປະ​ເທດ​ເພື່ອ​​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງຕິ​ດຕາມ​ ກວດກາ ​ແລະ ​ເຊື່ອມ​ຕໍ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຢູ່​ບັນດາແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ສາມາດຕິດຕາມ, ກວດກາ ພ​້ອມກັນ​ນັ້ນ​ກໍ​ຊັກ​ຖາມ​ບັນ​ດາ​ລັດຖະມົນຕີ​ໂດຍ​ກົງ. ປະຊາຊົນ​ກໍ​ສາມາດ​ປະຕິບັດ​ສິດຕິດຕາມ​ກວດກາຂອງ​ຕົນ​ຕໍ​ສະມາຊິກ​ສະພາ​ແຫ່ງ​ ຊາດ.”

ກອງປະຊຸມຄັ້ງທີ 6 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ - ảnh 2
ລັດຖະມົນຕີກະຊວງສາທາລະນະສຸກ Nguyen Thi Kim Tien
(ພາບ: vietnamnet.vn)


   ໃນຕອນ​ເຊົ້າວັນ​ທີ 26/3, ທ່າ​ນນາງລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ Nguyen Thi Kim Tien ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບ​ບັນດາ​ບັນຫາ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​ຄື:ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ, ດັບ​ປັບ​ຄ່າ​​ໂຮງໝໍ.​.​.​ ທ່ານ​ນາງ​ລັດຖະມົນຕີ Nguyen Thi Kim Tien ຖື​ວ່າ: ​ໃນ​ໄລຍະ​ຜ່ານ​ມາ​, ບັນດາ​ໂຄງການ, ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ພະຍາດ​ໃຫ້​ປະຊາຊົນ​ໄດ້​ບັນລຸ​ຄາດໝາຍ​ວາງ​ອອກ​ໂດຍ​ພື້ນຖານ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂະ​ແໜງ​ສາທາລະນະ​ສຸກ​ຍັງ​ຂາດ​ແຄນ​ເງິນ​ລົງ​ທຶນ​ຈາກ​ລັດ..​. ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ, ທ່ານ​ນາງ​ລັດຖະມົນຕີ Nguyen Thi Kim Tien ​ໃຫ້​ຮູ້​ວ່າ:

“ກະຊວງ​ສາທາລະນະ​ສຸກຈະ​ສ້າງ ​ແລະ ຍືນ​ສະ​ເໜີ​ຕໍ່​ລັດຖະບານ​ແຜນການ​ພັດທະນາ​ລະບົບ​ສາທາລະນະ​ສຸກ​ຫວຽດນາມ​​ແຕ່​ປີ 2020 ວິໄສ​ທັດ​ເຖິງ​ປີ 2030, ​ໃນ​ນັ້ນ​ສຸມ​ໃສ່​ເຖິງ​ເຄືອຂ່າຍ​ໂຮງໝໍ, ສະ​ຖາ​ບັນ​ຄົ້ນ​ຄ້ວາ, ມະຫາວິທະຍາ​ໄລ​ຕິດ​ພັນ​ກັບ​ເຂດ​ຊຸມ​ຊົນ. ທີ່ 2 ​ແມ່ນ​​ໃຫ້ບຸລິ​ມະ​ສິດ​ແກ່​ບັນດາ​ໂຄງການ​ຮີບ​ດ່ວນ​​ໄດ້​ສຳ​ເລັດ​ຢູ່​ຂັ້ນ​ເມືອງ​, ຂັ້ນ​ສູນ​ກາງ. ທີ 3 ​ແມ່ນ ​ເພີ່ມ​ທະວີ​ການຫັນ​ເປັນ​ວຽກ​ງານສັງຄົມ​ກ່ຽວ​ກັບການ​ລົງ​ທຶນ​​ໃຫ້​ແກ່​ຂົງ​ເຂດ​ສາທາລະນະ​ສຸກ​ດ້ວຍ​ບັນດາ​ຮູບ​ແບບ​ສົມທົບ​​ການ​ລົງທຶນ​ລະຫວ່າງ​ພາກລັດ - ເອກະ​ຊົນ”

   ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວກັນ, ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 13 ​ໄດ້​ຊັກ​ຖາມ ທ່ານ ລັດຖະມົນຕີ​ກະຊວງ​ພາຍ​ໃນ Nguyen Thai Binh ກ່ຽວ​ກັບ​ການ​ຄັດ​ເລືອກ, ກໍ່ສ້າງ, ບຳລຸງ​ພະນັກງານ, ລັດຖະກອນ​ຂອງ​ລັດ, ວິ​ທີ່​ການ​ແກ້​ໄຂ​ຍົກ​ສູງ​ຄຸນ​ນະພາ​ບກົງຈັກ​ອຳນາດ​ການ​ປົກຄອງ​ຂັ້ນ​ຮາກ​ຖານ.
     ກ່າວ​ຄຳ​ເຫັນ​ສິ້ນ​ສຸດ​ວາລະ​ຊັກ​ຖາມ​ໃນ​ວັນທີ 26/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຕີ​ລາຄາ​ວ່າ :

  “ ຜ່ານ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ, ອາດ​ຈະ​ເຫັນ​ໄດ້​ວ່າ​ພວກ​ເຮົາ​ສາມາດ​ບັນລຸ​ໄດ້ບາງ​ຜົນງານທີ່​ສຳຄັນ​ໃນ​ວຽກ​ງານ​ສຸຂາພິບານ, ຈັດ​ຕັ້ງ​ພະນັກ ງານ ​ແລະ ຄຸ້ມ​ຄອງ​ບໍລິຫານ​ແຫ່ງ​ລັດ. ​ແຕ່​ພ້ອມ​ກັນ​ນັ້ນ, ກໍ​ຍັງ​ມີ​ບັນຫາ​ເຄັ່ງຮ້ອນ​ຫຼາຍ​ຢ່າງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ  ”

 

ຂ່າວ/ບົດ​ອື່ນ